ຄະນະປະຕິບັດງານພິເສດແຂວງອັດຕະປືໄດ້ຈັດພິທີມອບ-ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນປະເທດ ປະຈຳສົກປີ 2023-2024
ເວລາອອກຂ່າວ: 2024-06-03 14:57:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 860 | ຄວາມນິຍົມ:
ໃນວັນທີ 30 ພຶດສະພາ 2024 ນີ້້, ຄະນະປະຕິບັດງານພິເສດແຂວງອັດຕະປືໄດ້ຈັດພິທີມອບ-ສົ່ງອັດຖິທະຫານອາສາສະໝັກແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ແຂວງອັດຕະປື ສົກປີ 2023–2024 ຝ່າຍລາວໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ພົນຈັດຕະວາ ວັນນະວົງ ນັນທະວົງ ຫົວໜ້າຄະນະປະຕິບັດງານພິເສດຂັ້ນລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕະຫຼອດຮອດບັນດາສະຫາຍຫົວໜ້າຄະນະປະຕິບັດງານພິເສດແຂວງອັດຕະປື, ຈຳປາສັກ ແລະ ແຂວງເຊກອງເຂົ້າຮ່ວມ. ຝ່າຍຫວຽດນາມມີ ສະຫາຍ ອີ່ງັອກ ຮອງປະທານຄະນະກຳມະການປະຊາຊົນແຂວງ ຫົວໜ້າສະເພາະກິດແຂວງກອມຕູມ, ສະຫາຍ ຫງວຽນ ວັນຈຸ່ງ ຫົວໜ້າກົງສູນໃຫຍ່ຫວຽດນາມປະຈຳ 4 ແຂວງພາກໄຕ້ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ໂດຍປະຕິບັດຕາມບົດຕາມບັນທຶກກອງປະຊຸມຄັ້ງທີ28 ລະຫວ່າງ ຄະນະປະຕິບັດງານພິເສດຂັ້ນລັດຖະບານ ແຫ່ງ ສ.ປ.ປ. ລາວ ກັບຄະນະປະຕິບັດງານພິດເສດຂັ້ນລັດຖະບານ ແຫ່ງ ສ.ສ ຫວຽດນາມ ວ່າດ້ວຍການສືບຕໍ່ຊອກຫາ ທ້ອນໂຮມ, ຂຸດຄົ້ນ, ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດ ແລະ ບົດບັນທຶກການເຮັດວຽກຮ່ວມກັນ ລະຫວ່າງ ຄະນະປະຕິບັດງານພິເສດ ແຂວງອັດຕະປື, ຈຳປາສັກ, ເຊກອງ ສ.ປ.ປ ລາວ ກັບ ຄະນະປະຕິບັດງານພິເສດແຂວງກອມຕູມ ສ.ສ ຫວຽດນາມ ປະຈຳສົກປີ 2023-2024 , ໂດຍປະຕິບັດຕາມແນວທາງຂອງ 2ພັກ, 2ລັດ ລາວ-ຫວຽດນາມ ແລະ ຕາມແຜນການຂອງຄະນະສະເພາະກິດແຂວງກອມຕູມ ກັບຄະນະປະຕິບັດງານພິເສດແຂວງອັດຕະປື, ຈຳປາສັກແລະເຊກອງ ກ່ຽວກັບການປະສານສົມທົບສຳຫຼວດ, ຂຸດຄົ້ນ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດປາງສົງຄາມຢູ່ລາວ ກັບຄືນປະເທດ, ຜ່ານໄລຍະ 7 ເດືອນທີ່ປະຕິບັດໜ້າທີ່ໂດຍໄດ້ການອູ້ມຊູຊ່ວຍເຫຼືອຢ່າງຈິງອົກຈິງໃຈຈາກສຳນັກງານອົງການພະແນກການ ແລະ ພໍ່ແມ່ປະຊາຊົນບັນດາແຂວງ ( ອັດຕະປື, ຈຳປາສັກ ແລະ ເຊກອງ ) ກອງ k53 ແຂວງກອມຕູມ ສາມາດ ຊອກຫາ ແລະ ຂຸດຄົ້ນໄດ້ 8 ອັດຖິ.ໃນນັ້ນແຂວງອັດຕະປືຂຸດຄົ້ນໄດ້ 6 ອັດຖິ, ມີຊື່ ແລະ ຖິ່ນກຳເນີດ 1 ອັດຖິ, ແຂວງຈຳປາສັກຂຸດຄົ້ນໄດ້ 2 ອັດຖິ, ເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງອັດຕະປື ໂດຍເປັນກຽດກ່າວມອບຂອງສະຫາຍພົນຈັດຕະວາ ໂຊກໄຊ ພິມມະລາ ຄະນະປະຈຳພັກແຂວງ ເລຂາພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງອັດຕະປື ຕ່າງໜ້າໃຫ້ແກ່ຄະນະປະຕິບັດງານພິເສດ 3 ແຂວງພາກໄຕລາວ ແລະ ກ່າວຮັບຂອງສະຫາຍ ອີ່ງັອກ ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າ ສະເພາະກິດ ແຂວງກອມຕູມ ພ້ອມດ້ວຍຄະນະ ໄດ້ນຳເອົາອັດຖິທະຫານອາສາສະໝັກ ແລະ ຊາວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດຢ່າງສົມກຽດ.
ໂດຍ ແສງຫຼ້າ ກຸວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ