ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ກອງພົນທີ3 ປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ
ເວລາອອກຂ່າວ: 2024-06-03 15:07:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1256 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ31 ມິຖຸນາ 2024 ນີ້, ກອງພົນທີ3 ໄດ້ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 44 ປີ( 1 ມິຖຸນາ 1980-1 ມິຖຸນາ 2024)ແລະວັນເດັກນ້ອຍສາກົນ ຄົບຮອບ 100 ປີ (1 ມິຖຸນາ 1924-1 ມິຖຸນາ 2024) ພິທີດັ່ງກ່າວຈັດຂຶ້ນຢູ່ສູນຝຶກອົບຮົມ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກ ຫົວໜ້າການທະຫານ, ມີສະຫາຍ ພັນເອກ ສໍຍັນ ລໍອິນສອນຮອງເລຂາຄະນະພັກ ຫົວໜ້າການເມືອງ, ມີຄະນະພັກ-ຄະນະບັນຊາ ຕະຫລອດຮອດອົງການຈັດຕັ້ງມະຫາຊົນ, ພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ. ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ປະກອບມີ ຕົ້ນໄມ້ໃຫ້ໝາກຈຳນວນ 350 ຕົ້ນ, ຕົ້ນໄມ້ປະດັບ 350 ຕົ້ນ ແລະ ຕົ້ນໄມ້ອຸດສະຫະກຳ 570 ກ່ວາຕົ້ນ. ການປູກຕົ້ນໄມ້ໃນຄັ້ງນີ້ແມ່ນປູກໃສ່ໃນຂອບເຂດອ້ອມຄ້າຍຄູບ່ອນເນື້ອທີ່ດິນທີ່ເປົ່າວ່າງຂອງກົມກອງລວມມີ 2 ຈຸດຄື: ຢູ່ຂອບເຂດສຳນັກງານອົງການແລະອ້ອມຂ້າງສະໜາມຫັດແອບຂອງສູນຝຶກ, ທັງນີ້ກໍ່ເພື່ອເປັນການປູກທົດແທນ ຕົ້ນໄມ້ທີຖືກທຳລາຍໃນໄລຍະຜ່ານມາ ເພື່ອເຮັດໃຫ້ກົມກອງມີຄວາມສົດຊື່ນຮົ່ມເຢັນເປັນຕາໜ້າຢູ່ ກາຍເປັນຄ້າຍຄູສີຂຽວ, ກົມກອງວັດທະນາທຳ, ພ້ອມທັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງພົນທີ 3 ຄົບຮອບ 43 ປີ, ທີ່ຈະມາເຖິງຄື: ວັນທີ 25 ຕຸລາປີ 1981-ວັນທີ 25 ຕຸລາ ປີ2024 ນີ້ໃຫ້ມີຂະບວນການອັນຟົດຟື້ນກວ້າງຂວາງ ແລະ ຕໍ່ເນື່ອງ. ໂດຍ: ລີໂດ ດວງສະຫວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ