ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ແຂ່ງຂັນກິລາມິດຕະພາບລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງ ຣາຊະອານາຈັກໄທ
ເວລາອອກຂ່າວ: 2019-05-14 08:51:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379586273 | ຄວາມນິຍົມ:



ລະຫວ່າງວັນທີ 9-11 ພຶດ ສະພາ 2019 ນີ້, ຄະນະນັກກີລາ ຈາກກອງທັບຣາຊະອານາຈັກໄທ ໄດ້ເດີນທາງມາຢ້ຽມຢາມແລະ ແຂ່ງຂັນກີລາມິດຕະພາບກັບຄະ ນະນັກກີລາກອງທັບປະຊາຊົນ ລາວ ເຊິ່ງຈັດຂຶ້ນຢູ່ທີ່ສະໜາມກີ ລາກອງທັບຫຼັກ 5 ໂດຍການເປັນ ປະທານຂອງ ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກົມອົບ ຮົມກົມໃຫຍ່ເສນາທິການກອງ ທັບ, ມີບັນດາຄະນະນໍາກະຊວງ, ພະ ນັກງານການນໍາເຂົ້າຮ່ວມຊົມ; ຝ່າຍໄທ ໂດຍທ່ານພົນໂທ ທັນຢາ ກຽດສານ ແມ່ທັບພາກທີ 2 ຣາ ຊະອານາຈັກໄທ ພ້ອມດ້ວຍຄະ ນະ, ມີບັນດານັກກີລາທັງສອງ ກອງທັບ ລາວ-ໄທ, ພາກສ່ວນທີ່ ກ້ຽວຂ້ອງ, ແຂກຖືກ ເຊີນ ແລະ ຜູ້ຊົມຜູ້ເຊຍເຂົ້າຮ່ວມ. ການແຂ່ງຂັນກີລາມິດຕະພາບ ໃນຄັ້ງນີ້ກໍເພື່ອເປັນການສົ່ງເສີມ ສ້າງຄວາມສໍາພັນອັນດີງາມ ແລະ ເປັນການພັດທະນາດ້ານ ກີລາ-ວັດທະນະທໍາຮ່ວມກັນ ຂອງສອງກອງທັບ ລາວ-ໄທ, ໄທ-ລາວ. ຕາມບົດບັນທຶກກອງ ປະຊຸມຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ ( GBC ) ຄັ້ງທີ 25 ຕາມຂໍ້ 7-6-5-3, ປະເພດກີລາທີ່ນຳມາ ແຂ່ງຂັນມິດຕະພາບໃນຄັ້ງນີ້ມີ 3 ປະເພດກີລາຄື: ການແຂ່ງຂັນ ບານສົ່ງຊາຍໃນຮົ່ມ, ກີລາເຕະ ກະຕໍ້, ກີລາເຕະບານ. ໂດຍໄດ້ ຈັດຂຶ້ນໃນວັນທີ 10 ພຶດສະພາ 2019 ນີ້ ຢູ່ທີ່ສະໜາມກີລາກອງ ທັບປະຊາຊົນລາວຫຼັກ 5. ຜ່ານການແຂ່ງຂັນບານສົ່ງ ຊາຍແມ່ນທີມນັກກີລາຈາກກອງ ທັບແຫ່ງຣາຊະອານາຈັກໄທເອົາ ຊະນະນັກກີລາຈາກກອງທັບປະ ຊາຊົນລາວ 3 ຕໍ່ 2 ເຊັດ, ກີລາ ກະຕໍ້ນັກກີລາກອງທັບປະຊາຊົນ ລາວເອົາຊະນະນັກກີລາກອງ ທັບແຫ່ງຣາຊະອານາຈັກໄທ 2 ຕໍ່ 1 ເຊັດ, ສຳລັບກີລາເຕະບານ ແມ່ນສະເໝີກັນ 0-0. ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ແຂ່ງຂັນກີລາມິດຕະ ພາບຂອງກອງທັບຣາຊະອານາ ຈັກໄທ ໃນຄັ້ງນີ້ ທ່ານ ພົນໂທ ທັນຢາ ກຽດສານ ແມ່ທັບພາກທີ 2 ກອງທັບແຫ່ງຣາຊະອານາຈັກ ໄທ ພ້ອມດ້ວຍຄະນະຍັງໄດ້ເຂົ້າ ຢ້ຽມຂໍ່ານັບ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບປະ ຊາຊົນລາວ ທີ່ກະຊວງປ້ອງກັນ ປະເທດ ແລະ ທ່ຽວຊົມສະຖານ ທີ່ທ່ອງທ່ຽວທາງດ້ານວັດທະນະ ທໍາອັນສໍາຄັນຂອງລາວຕື່ມອີກ. ໂດຍ: ທອງເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ