ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ເໜືອ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ບັນຊາ
ເວລາອອກຂ່າວ: 2024-06-12 08:35:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 336 | ຄວາມນິຍົມ:



ວັນ​ທີ 7 ມິຖຸນາ 2024, ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ເໜືອ ແຂວງຜົ້ງສາລີ ໄດ້​ຈັດ​ພິທີປະກາດການ​ແຕ່ງຕັ້ງຮອງຫົວໜ້າກອງບັນຊາ​ການ, ຮອງ​ຫົວໜ້າພະແນກການ, ຫົວໜ້າ​ ຂະແໜງ, ໂດຍການ​ເປັນ​ປະທານ​ຂອງສະຫາຍ ພັນ​ເອກ ສົມ​ຈັນ ລອດ​ສຸ​ລີ ກໍາມະການຄະນະ​ປະຈຳ​ພັກ, ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ມີ​ຕາງໜ້າພະແນກການ​ທີ່​ກ່ຽວຂ້ອງ, ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດ​ພະນັກ ງານ-ນັກຮົບ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ວັນ​ຄຳ ສີວິໄລ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​​ຜ່ານ​ຂໍ້​ຕົກລົງ​ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​​ສະຫາຍ ພັນ​ໂທ ສົມ​ພອນ ສຸ​ລິ​ພົນ ເປັນ ​ຮອງ​ຫົວໜ້າ​ການເມືອງ, ທັງ​ເປັນ​ຫົວໜ້າ​ພະແນກການ​ເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ເໜືອ ພ້ອມ​ທັງ​ຜ່ານ​ຂໍ້​ຕົກລົງ ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ໜ້າທີ່​ຢູ່​ກອງ​ບັນຊາການ​ ທະຫານ​ເມືອງ​ບຸນ​ເໜືອ ໃນ​ນີ້​, ແຕ່ງຕັ້ງ ສະຫາຍ ພັນ​ຕີ ອຸດົມ ພອນ​ມະນີ​ວົງ ເປັນ​ຮອງຫົວໜ້າ​ພະ​ແນກ​ເສນາ​ທິ​ການ, ສະຫາຍ ຮ້ອຍ​ເອກ ບຸນ​ຈັນ ວັນນະ​ເພັດ ເປັນ​ຫົວໜ້າ​ຂະແໜງ​ອົບຮົມ. ສະຫາຍ ພັນ​ເອກ ສົມ​ຈັນ ລອດ​ສຸ​ລີ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໜ້າທີ່​ໃໝ່ ແລະ ຮຽກຮ້ອງ​ໃຫ້ຕັ້ງໜ້າ​ເຝິກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ, ຮັກສາ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ສະຕິ​ເຄົາລົບ​ກົດ​ລະບຽບ​ຂອງ​ພັກ​, ກົດໝາຍ​ຂອງ​ລັດ, ກົດ​ລະ ບຽບ​ຂອງ​ກອງທັບ ແລະ ຂອງ​ກົມ​ກອງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ຮັດ​ແໜ້ນ​ຄວາມ​ສາມັກຄີ​ໃຫ້​ແໜ້ນ​ແຟ້ນ, ເຮັດ​ວຽກ​ເປັນ​ໝູ່​ຄະນະ ​ແບ່ງ​ໜ້າທີ່​ບຸກຄົນ​ຮັບຜິດຊອບ​ຢ່າງ​ລະອຽດ​ຈະແຈ້ງ, ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພະນັກງານ-ນັກຮົບ ເພື່ອ​ໃຫ້​ກົມ​ກອງ​ມີ​ຄວາມ​ສະຫງົບ ແລະ ກາຍເປັນ​ໜ່ວຍ​ພັກ​ປອດ​ໃສ​ເຂັ້ມແຂງ ​ໜັກ​ແໜ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ທອງ​ໄຊ ແສງ​ອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ