ກອງພັນ 795 ປິດຊຸດອົບຮົມ-ຫັດແອບ ມວຍກາຣາເຕໂດ້ ຊຸດທີ II
ເວລາອອກຂ່າວ: 2024-06-12 08:41:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 382 | ຄວາມນິຍົມ:
ໃນວັນທີ 7 ມິຖຸນາ 2024 ນີ້, ກອງພັນ 795 ກອງພັນໃຫຍ່ 279 ໄດ້ປີດຊຸດອົບຮົມ-ຫັດແອບ ມວຍ ກາຣາເຕໂດ້ ໄລຍະສັ້ນ ຊຸດທີ II, ໂດຍການປະທານ ຂອງສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການທະ ຫານ ກອງພັນໃຫຍ່ 279 ແລະ ສະຫາຍ ສອນສັກ ນາງ ຍານຊະນະ ເລຂາສະພັນກາຣາເຕໂດ້ ແຫ່ງຊາດລາວ, ປະທານສະໂມ ສອນໂຊໂຕກັງ, ມີຄູເຝິກມວຍກາຣາເຕໂດ້, ມີຄະນະພັກ-ຄະນະບັນຊາ, ພະນັກງານນັກຮົບທົ່ວກອງພັນ 795 ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ໄກສຸກ ສຸລິຍະວົງ ຫົວໜ້າການທະຫານ ກອງພັນ 795 ໄດ້ສະຫຼຸບການອົບຮົມ-ຫັດແອບມວຍກາຣາເຕໂດ້ ໄລຍະສັ້ນ ຊຸດທີ II ຂອງກອງພັນ 795 ໂດຍອີງຕາມໜັງ ສືສະເໜີ ຂອງສາຫະພັນກາຣາເຕ ໂດ້ແຫ່ງຊາດລາວ ເພື່ອສິດສອນ ມວຍປ້ອງກັນຕົວກາຣາເຕໂດ້, ອີງຕາມການຕົກລົງເຫັນດ ີຂອງ ຄະນະພັກ-ຄະນະບັນຊາກອງພັນ ໃຫຍ່ 279, ພະແນກເສນາທິການ ກອງພັນໃຫຍ່ 279 ຈຶ່ງໄດ້ສ້າງແຜນການອົບຮົມ-ຫັດແອບ ມວຍກາຣາເຕໂດ້ ໄລຍະສັ້ນ ໃຫ້ກອງພັນ 795 ເພື່ອອົບຮົມ-ຫັດແອບໃຫ້ພະນັກງານ-ນັກຮົບທົ່ວກົມກອງ ກ່ຽວກັບມວຍກາຣາເຕໂດ້ ້ເຂົ້າໃຈ ແລະ ນຳໃຊ້ບັນດາທ່າຈັງຫວະຕ່າງໆ ໃຫ້ແທດເໝາະກັບສະຖານະການໂຕຈິງ, ມີຄວາມຊຳນິຊຳນານ, ກຽມພ້ອມຮັບໃຊ້ເຂົ້າໃນການເຮັດໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ ເວົ້າລວມ, ເວົ້າສະເພາະແມ່ນເພື່ອກະກຽມເຂົ້າຮ່ວມປ້ອງກັນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວຮັບກຽດເປັນເຈົ້າພາບ ແລະ ບັນດາກອງປະຊຸມອື່ນໆ ທີ່ປິ່ນອ້ອມໃຫ້ມີຄວາມສະຫງົບປອດໄພ 100% ໃນຂອບເຂດກົມກອງຮັບຜິດຊອບ. ໃນການອົບຮົມ-ຫັດແອບຄັ້ງນີ້ ແມ່ນເນັ້ນໜັກໃສ່ການຫັດແອບຂັ້ນພື້ນຖານໃຊ້ເວລາຫັດແອບ 6 ວັນ, ກະຕະມີ 5 ບົດ ໃຊ້ເວລາຫັດແອບ 40 ວັນ, ຄຣູມິເຕ ໃຊ້ສຳລັບການແຂ່ງຂັນໃຊ້ເວລາຫັດແອບ 14 ວັນ, ລວມ 60 ວັນ, ພາຍຫຼັງໄດ້ອົບຮົມ-ຫັດແອບແລ້ວ ຕ້ອງກຳໃຫ້ໄດ້ດ້ານທິດສະດີຫຼັກການ ແລະ ທ່າຈັງຫວະ, ເພື່ອໄປໝູນໃຊ້ໃຫ້ຖືກຕ້ອງ, ແທດ ເໝາະຕາມຄວາມເປັນຈິງ, ເຂົ້າໃນການປະຕິບັດໜ້າທີ່. ນອກນັ້ນ, ນັກເຝິກອົບຮົມ, ນັກກິລາ ແລະ ຄູ-ອາຈານ ໄດ້ສະແດງສິລະປະ ການຕໍ່ສູ້ປ້ອງກັນຕົວ ມວຍກາຣາເຕໂດ້ ເພື່ອຄວາມເຂັ້ມແຂງ ແລະ ໝາກຜົນ ຂອງການອົບຮົມ-ສຶກສາຮ່ຳຮຽນຂອງຄູເຝິກ ແລະ ນັກອົບຮົມ. ພາຍຫຼັງການສະແດງສິ້ນສຸດ ສະໂມສອນໂຊໂຕກັງ ສະຫະພັນກາຣາເຕໂດ້ ແຫ່ງຊາດລາວ ຍັງໄດ້ມອບເຄື່ອງອຸປະກອນກິລາ ເພື່ອເປັນການເຝິກຊ້ອມກຳລັງກາຍໃຫ້ພະນັກງານ-ນັກຮົບໃນກົມກອງ.
ໂອກາດດຽວກັນນັ້ນ, ສະຫາຍປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງສະຫະພັນກາຣາເຕໂດ້ແຫ່ງຊາດລາວ ທີ່ໃຫ້ການສະໜັບສະໜູນຊຸກຍູ້ທາງດ້ານອຸ ປະກອນ, ຄູເຝິກໃນການອົບຮົມຄັ້ງນີ້ ແລະ ເນັ້ນໜັກໃຫ້ພະນັກງານ-ນັກຮົບທົ່ວກອງພັນ 795 ຈົ່ງເອົາໃຈໃສ່ຕັ້ງໜ້ານຳເອົາເນື້ອໃນຈິດໃຈຂອງການເຝິກແອບ ຮໍ່າຮຽນໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນຕາມຄາດ ໝາຍ.
ໂດຍ: ຈີ່ມມີ້ ບຸນຈິງມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ