ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ມັງກອນ 2025

  

ໂຮງຮຽນ​ເຫຼົ່າ​ຮົບ​ສື່ສານ 205 ຈັດ​ກິດຈະກຳ​ປູກ​ຕົ້ນໄມ້ ເນື່ອງ​ໃນ​ໂອກາດ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ
ເວລາອອກຂ່າວ: 2024-06-12 08:44:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 396 | ຄວາມນິຍົມ:



ໃນ​ວັນ​ທີ 11 ມິຖຸນາ 2024 ນີ້, ໂຮງຮຽນ​ເຫຼົ່າ​ຮົບ​ສື່ສານ 205 ໄດ້​ຈັດ​ກິດຈະກຳ​ປູກ​ຕົ້ນໄມ້ ​ຮ່ວມ​ກັບ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ເນື່ອງ​ໃນ​ໂອກາດ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ, ໂດຍ​ມີ ​ສຈ ​ປອ ອ໋ອດ ພົງ​ສະຫວັນ ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີ​ ສະຫາຍ ພັນ​ເອກ ອານຸສອນ ສຸລິຍະ​ແສງ ຮອງ​ຫົວໜ້າ​ກົມ​ສື່ສານ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ, ບັນດາ​ພະແນກການ, ກອງພັນ, ແຂກ​ຖືກ​ເຊີນ, ພະນັກງານ, ຄ-ູ​ອາຈານ ພ້ອມ​ດ້ວຍ​ນັກຮົບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ແກ ນາວາ ຫົວໜ້າ​ການເມືອງ ໂຮງຮຽນ​ເຫຼົ່າ ​ຮົບ​ສື່ສານ 205 ໄດ້​ກ່າວ​ວ່າ: ການ​ຈັດ​ກິດຈະກຳ​ປູກ​ຕົ້ນໄມ້ຄັ້ງ​ນີ້ ເພື່ອ​ສະເຫຼີມສະຫຼອງ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ ຄົບຮອບ 44 ປີ ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ. ໄລຍະ​ທີ່​ຜ່ານ​ມາ, ຄະ​ນະ​ອຳນວຍ​ການ​ໂຮງຮຽນ​ເຫຼົ່າ​ຮົບ​ສື່ສານ 205 ໄດ້​ເຫັນ​ຄວາມ​ສຳຄັນ ເຊິ່ງ​ໄດ້​ປຸກລະດົມ​ກຳລັງ​ປະກອບສ່ວນ​ຈັດ​ຕັ້ງ​ປູກ​ຕົ້ນໄມ້ ຕິດ​ພັນ​ກັບ​ການ​ປັບປຸງ​ຄ້າຍ​ຄູ​ໃຫ້​ມີ​ຄວາມ​ຂຽວງາມ, ສົດຊື່ນ​ຮົ່ມ​ເຢັນ ຕິດ​ພັນ​ກັບ​ການ​ປັບປຸງ​ກໍ່ສ້າງ​ບຸກ​ຄະ ລາ​ກອນ, ວິຊາ​ສະເພາະ​ສື່ສານ​ຕອບ​ສະໜອງ​ເຮັດ​ວຽກ​ງານ​ຮັບປະກັນ​ການ​ຕິດຕໍ່​ສື່ສານ ໃຫ້​ຜູ້​ບັນຊາ​ບັນດາ​ກົມ​ກອງ​ເຫຼົ່າ​ຮົບ​ຕ່າງໆ ເຮັດ​ສຳເລັດ​ໜ້າທີ່​ການ ເມືອງ​ຂອງ​ກອງທັບ ກໍ​ຄື​ການ​ຍົກ​ສູງ​ລະດັບ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ແກ່​ການ​ນຳ​ພັກ-ລັດ ກິດຈະກຳ​ດັ່ງກ່າວ​ໄດ້​ດຳເນີນ​ແຕ່​ລະ​ປີ​ ຈົນ​ກາຍເປັນ​ມູນເຊື້ອ​ອັນ​ສະຫງ່າ​ງາມ​ ຂອງ​ໂຮງຮຽນ​ເຫຼົ່າ​ຮົບສື່ ສານ 205 ຕະຫຼອດ​ມາ. ຈາກ​ນັ້ນ, ​ສຈ ​ປອ ອ໋ອດ ພົງ​ສະຫວັນ ໄດ້​ມີ​ຄຳ​ເຫັນວ່າ: ການ​ຈັດ​ກິດຈະກຳ​ຄັ້ງ​ນີ້ ​ເນື່ອງ​ໃນ​ໂອກາດວັນ​ທີ 1 ມິຖຸນາ ເປັນ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ ແລະ ວັນເດັກນ້ອຍ​ສາກົນ, ເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ໄດ້​ໝູນວຽນ​ມາ​ອີກ​ວາລະ​ໜຶ່ງ ທັງ​ນີ້​ເພື່ອ​ທົດ​ແທນ ຕົ້ນໄມ້​ທີ່​ຊຸດໂຊມ ຖືກ​ທຳລາຍ​ຈາກການ​ຖາງ​ປ່າ​ເຮັດ​ໄຮ່, ຈາກ​ອັກຄີ​ໄພ ແລະ ອື່ນໆດັ່ງນັ້ນ, ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ປູກ​ຕົ້ນໄມ້​ ເພື່ອ​ປົກ​ປັກ​ຮັກສາ, ປັບປຸງ​ລະບົບ​ນິເວດ, ສ້າງ​ສະ ພາບ​ແວດ​ລ້ອມ​ໃຫ້​ມີ​ຄວາມ​ຂຽວ ງາມ​ຮົ່ມ​ເຢັນ ທັງ​ເປັນ​ການ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫ​​ຍ່​ ຄັ້ງ​ທີ XI ຂອງ​ພັກ, ກໍ​ຄື​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ IX ວ່າ​ດ້ວຍ ​ການ​ເພີ່ມ​ເນື້ອທີ່​ປົກ​ຫຸ້ມ​ສີຂຽວ​ໃນ​ທົ່ວ​ປະເທດ​ໃຫ້​ກວມ​ອັດຕາ​ສູງ 70%. ໂອກາດ​ດຽວ​ກັນ​ນີ້, ທ່ານຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ໄດ້​ນຳ​ຕົ້ນໄມ້​ໃຫ້​ໝາກ 100 ຕົ້ນ, ຝຸ່ນ​ຄອກ 20 ເປົາ, ຊວ້ານ, ບົວ​ຫົດ​ນ້ຳ ແລະ ວັດຖຸ​ປັດໄຈ ລວມ​ມູນ​ຄ່າ 46.900.000 ກີບ ມາ​ມອບ​ໃຫ້​ໂຮງຮຽນ 205 ໂດຍ​ ການ​ກ່າວ​ຮັບ ​ຂອງ​ສະຫາຍ ພັນເອກ ແກ ນາວາ ຫົວໜ້າ​ການເມືອງ ໂຮງຮຽນ​ເຫຼົ່າ​ຮົບ​ສື່ສານ 205. ໃນ​ພິທີ ຄະນະ​ນຳ​ທັງ​ສອງ​ຝ່າຍ ຍັງ​ໄດ້​ພ້ອມ​ກັນ​ປູກ​ຕົ້ນໄມ້ ແລະ ປ່ອຍ​ປາ​ຮ່ວມ​ກັນ​ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ