ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ຫົວໜ້າ​ການເມືອງ​ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ໂອ້​ລົມ​ພະນັກງານ​ຫຼັກ​ແຫຼ່ງ
ເວລາອອກຂ່າວ: 2024-06-12 08:47:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 454 | ຄວາມນິຍົມ:



ທ້າຍເດືອນພຶດສະພາ 2024 ນີ້, ສະຫາຍ ພັນ​ເອກ ສຳລີ ຈັນທະ​ວົງ ເລຂາ​ຄະນະ​ພັກ, ຫົວ ໜ້າ​ການເມືອງ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 2 ວຽງ​ໄຊ ໄດ້​ພົບ​ປະ​ໂອ້​ລົມ​ພະນັກງານ​ຫຼັກ​ແຫຼ່ງ​ໃນ​ໂອກາດ​ຮັບ​ໜ້າທີ່​ໃໝ່. ສະຫາຍ ພັນ​ເອກ ສຳລີ ຈັນທະ​ວົງ ໄດ້​ແນະ​ນຳ​ໂຕ​ເອງ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງ​ໄດ້​ຮັບ​ຮູ້ ແລະ ສະແດງ​ຄວາມ​ຍ້ອງຍໍ​ຊົມ ເຊີຍຄະນະ​ພັກ-ຄະນະ​ບັນຊາແຕ່​ ລະ​ຂັ້ນ​ທີ່​ໄດ້​ເອົາໃຈໃສ່​ຊີ້​ນຳ​ພະ ນັກງານ-ນັກຮົບ ​ເຮັດ​ສຳເລັດ​ໜ້າ ທີ່​ການເມືອງ ແລະ ວິຊາ​ສະເພາະ​ຂອງ​ຕົນ​ໃນ​ໄລຍະ​ຜ່ານມາ, ​ເຮັດ​ໃຫ້​ສະພາບ​ຂອບ​ເຂດ​ກົມ​ກອງ​ຮັບ​ຜິດ​ຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ ບໍ່​ວ່າ​ຈະ​ເປັນວຽກ​ງານ​ພັກ-ວຽກ​ງານ​ການເມືອງ ແລະ ວິຊາ​ສະເພາະ​ໃນ​ການເປັນ​ ເບົ້າ​ລໍ່​ກໍ່ສ້າງ​ນາຍ​ທະຫານ​ຮັບ​ໃຊ້​ໃຫ້​ກຳລັງ​ຫຼວງ-ກຳລັງ​ທ້ອງ ຖິ່ນ ພ້ອມ​ນັ້ນ, ​ສະຫາຍ ໄດ້ຮຽກ ຮ້ອງ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງເອົາ ໃຈໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ເປັນ​ປົກກະຕິ, ນຳ​ເອົາ​ບັນດາ​ນິຕິ​ກຳ​ຕ່າງໆ ມາ​​ຈັດ​ຕັ້ງ​ເຊື່ອມ​ຊຶມ​ໃຫ້​ທົ່ວ​ເຖິງ ໂດຍ​ສະເພາະ​ແມ່ນ​ການຈັດຕັ້ງ​ຜັນ​ຂະຫຍາຍ 2 ວາລະ​ແຫ່ງ​ຊາດ ໃຫ້​ຕິດ​ພັນ​ກັບ​ການ​ດຳເນີນ​ຊີວິດ​ການເມືອງ​ເປັນ​ປົກກະຕິ ໄປ​ພ້ອມ​ກັບ​ການຈັດຕັ້ງ​ປະຕິບັດ​ຂະ​ບວນ​ການ​ດ້ານ​ຕ່າງໆ​ຂອງ​ກົມ​ກອງ​ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ ໂດຍ​ປິ່ນ​ອ້ອມ 4 ໜ້າ ທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ; ສືບຕໍ່​ປັບປຸງ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ຕັ້ງໜ້າ​ເພີ່ມ​ທະວີ​ວຽກ​ງານ​ວິຊາ​ສະເພາະ​ຂອງ​ແຕ່​ລະ​ຂັ້ນ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ ສາມາດ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຂັ້ນ​ເທິງ ເພື່ອ​ແນ ໃສ່​ຕ້ານ ແລະ ສະກັດ​ກັ້ນ​ຕໍ່​ບັນ ດາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ ໃນ​ສັງຄົມ​ໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ​ເທື່ອ​ລະ​ກ້າວ, ສືບຕໍ່​ເສີມ​ຂະຫຍາຍ​ທາດ​ແທ້​ມູນເຊື້ອ​ຂອງ​ກອງທັບ, ຂອງ​ກົມ​ກອງ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ພັກ-ພະນັກງານ​ຮຸ່ນ​ສືບ​ທອດ​ປ່ຽນ​ແທ່ນ​ໃຫ້​ມີ​ຄຸນ​ນະ​ພາບ, ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຮູ້​ ຄວາມ​ສາມາດ, ປອດ​ໃສ​ຂາວ​ສະອາດ, ບຸກ​ບືນ​ຜ່ານ​ຜ່າ​ທຸກ​ຂໍ້​ຫຍຸ້ງຍາກ ເພື່ອ​ສ້າງ​ໃຫ້​ກົມ​ກອງ​ມີ​ຄວາມ​ກ້າວໜ້າ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ສົມພົງ ແກ້ວ​ປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ