
ມອບວັດຖຸກໍາທາງການທະຫານໃຫ້ຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2024-06-12 10:49:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1867 | ຄວາມນິຍົມ:
ວັນທີ 11 ມິຖຸນາ 2024 ນີ້, ສະຫາຍ ພັນຕີ ອາໂລ້ ໄຊຍະຈັກ ຫົວໜ້າຂະແໜງໂຄສະນາ ກອງພັນໃຫຍ່ 605 ພ້ອມຄະນະ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 605 ນໍາເອົາວັດຖຸກໍາທາງການທະຫານ ມາມອບໃຫ້ຫໍພິພິທະພັນປະຫວັດສາດກອງທັບກ່າວຮັບໂດຍສະຫາຍ ພັນໂທ ສອນໄຊ ມີໄຊຜົນ ຫົວໜ້າພະແນກວິທະຍາສາດຊອກຄົ້ນ ຫໍພິພິທະພັນປະຫວັດສາດກອງທັບ ເຂົ້າຮ່ວມມີ ສະຫາຍ ພັນໂທ ໂມງຄໍາ ບົວລະວັນ ຮອງຫົວໜ້າອໍານວຍການຫໍພິພິທະພັນປະຫວັດສາດກອງທັບພ້ອມຄະນະ.
ວັດຖຸກໍາທາງການທະຫານທີ່ນໍາມາມອບໃນຄັ້ງນີ້ມີ 9 ລາຍການຄື: ກະສອບລູກປືນປືນໃຫຍ່ໜ້າດີນ 130 ມມ ຈໍານວນ 1 ກະສອບ, ກະສອບລູກປືນໃຫຍ່ໜ້າດີນ 152 ມມ ຈໍານວນ 1 ກະສອບ, ກ້ອງຊ່ອງ II AB-2 ຈໍານວນ 1 ເຄື່ອງ, ຂາກ້ອງຊ່ອງ II AB-2 ຈໍານວນ 1 ເຄື່ອງ, ກ້ອງຊ່ອງ ACT-1 ຈໍານວນ 1 ເຄື່ອງ, ກ້ອງຊ່ອງ IC-1 ຈໍານວນ 1 ເຄື່ອງ, ຂາກ້ອງຊ່ອງ IC-1 ຈໍານວນ 1 ເຄື່ອງ, ກ້ອງຊ່ອງມື B8X 30 ຈໍານວນ 1 ເຄື່ອງ ແລະ ກະດານບັນຊາ II YO-9 ຈໍານວນ 1 ເຄື່ອງ.
ໂອກາດນີ້, ສະຫາຍຮອງຫົວໜ້າອໍານວຍການຫໍພິພິທະພັນປະຫວັດສາດກອງທັບ ກໍ່ໄດ້ກ່າວຂອບໃຈຕໍ່ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 605 ທີ່ໄດ້ນໍາເອົາວັດຖຸດັ່ງກ່າວມາມອບໃຫ້ຫໍພິພິທະພັນປະຫວັດສາດກອງທັບ ເພື່ອເຂົ້າຈັດວາງສະແດງໃຫ້ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາ ແລະ ຊັ້ນຄົນຕ່າງໆໃນສັງຄົມໄດ້ສຶກສາຮໍ່າຮຽນປະຫວັດສາດມູນເຊື້ອຂອງກອງພັນໃຫຍ່ 605 ຕື່ມອີກ.
ໂດຍ: ສອນໄຊ ສໍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ