
ສສຊ ສະເໜີໃຫ້ລັດຖະບານ ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດຂອງປະເທດ
ເວລາອອກຂ່າວ: 2024-06-12 11:11:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1093 | ຄວາມນິຍົມ:
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາຕິດພັນກັບກັານຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດໄລະຍະ 6 ເດືອນຕົ້ນປີ 2024 ແລະ ແຜນ 6 ເດືອນທ້າຍປີ 2024 ເພື່ອໃຫ້ລັດຖະບານພິຈາລະນາ, ແກ້ໄຂໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນາ ນີ້ ໂດຍການເປັນປະທານ ຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານ ນາງ ຫົງຄໍາ ໄຊຍະຄົມ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ລັດຖະບານແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດຂອງປະເທດ ໂດຍສະເພາະບັນຫາອັດຕາເງິນເຟີ້ ເຮັດໃຫ້ເງິນກີບອ່ອນຄ່າ ທີ່ປະຊາຊົນຄອງຄອຍໃຫ້ອັດຕາເງິນເຟີ້ຫຼຸດລົງ, ເນື່ອງຈາກປັດຈຸບັນສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ເຮັດໃຫ້ຄ່າຄອງຊີບທີ່ໄດ້ຮັບແມ່ນບໍ່ກຸ້ມກິນ. ພ້ອມນັ້ນ, ສິນຄ້າປະເພດຕ່າງໆຕາມທ້ອງຕະຫຼາດແມ່ນມີລາຄາເພີ່ມຂຶ້ນ. ສະນັ້ນ, ສະເໜີໃຫ້ລັດຖະບານແກ້ໄຂບັນຫາດັ່ງກ່າວ ໂດຍສະເພາະເງິນກີບອ່ອນຄ່າໃຫ້ກັບມາແຂງຄ່າຄືນອີກ ຊຶ່ງເຫັນວ່າຄະນະລັດຖະບານ ໄດ້ຂຶ້ນແຜນ, ມີຈຸດສຸມ, ມີການແຕ່ງຕັ້ງຄະນະສະເພາະກິດ ເພື່ອແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດທີ່ປະເທດຊາດກໍຄື ປະຊາຊົນ ທີ່ໄດ້ຮັບຜົນກະທົບຢູ່ໃນປັດຈຸບັນ ພ້ອມທັງສະເໜີໃຫ້ລັດຖະບານມີຄວາມເຂັ້ມແຂງ ແລະ ເດັດຂາດຕໍ່ບຸກຄົນ, ນິຕິບຸກຄົນ, ຮ້ານແລກປ່ຽນທີ່ມີພຶດຕິກຳເກງກຳໄລຈາກການແລກປ່ຽນເງິນທີ່ສ້າງຜົນກະທົບອັນເສຍຫາຍຕໍ່ປະເທດຊາດໃຫ້ເດັດຂາດໃນການນໍາໃຊ້ກົດໝາຍຢ່າງເຂັ້ມງວດ. ຖ້າຫາກວ່າລັດຖະບານສາມາດແກ້ໄຂບັນຫາເງິນເຟີ້ໄດ້ ຂ້າພະເຈົ້າເຊື່ອໝັ້ນວ່າປະຊາຊົນຈະມີຄວາມພູມໃຈ ແລະ ດີໃຈທີ່ສຸດ.
ໂອກາດນີ້, ທ່ານ ນາງ ວາລີ ເວດສະພົງ ສສຊ ເລກເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ກໍໄດ້ຕັ້ງຄຳຖາມຫຼາຍບັນຫາ ພ້ອມສະເໜີໃຫ້ລັດຖະບານແກ້ໄຂບັນຫາອັດຕາເງິນເຟີ້ເຊັ່ນດຽວກັນ ພ້ອມວາງມາດຕະການຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ. ໃນນັ້ນ, ຍັງສະເໜີໃຫ້ລັດຖະບານ ແກ້ໄຂບັນຫາວຽກງານການທ່ອງທ່ຽວເປັນຕົ້ນການບໍລິການໃຫ້ດີຂຶ້ນ ທັງສະເໜີໃຫ້ມີການຫຼຸດການນໍາໃຊ້ເງິນຕາຕ່າງປະເທດ, ຫຼຸດການນໍາໃຊ້ນໍ້າມັນເຊື້ອໄຟ ໂດຍຫັນມາໃຊ້ລົດໄຟຟ້າ ເພື່ອທົດແທນແມ່ນເປັນການດີ
ໂດຍ: ສຸເວດ + ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ