
ຫ້ອງພະລາທິການ ກອງພົນທີ 2 ເທເບຕົງເສີມເຫຼັກເຮືອນຈອດລົດຫຼັງໃໝ່
ເວລາອອກຂ່າວ: 2024-06-13 08:10:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 375 | ຄວາມນິຍົມ:
ໃນວັນທີ 11 ມິຖຸນາ 2024, ຫ້ອງພະລາທິການ ກອງພົນທີ 2 ໄດ້ສ້າງຂະບວນການອອກແຮງງານລວມ ດ້ວຍການເທເບຕົງເສີມເຫຼັກພື້ນເຮືອນມ້ຽນລົດຫຼັງໃໝ່, ໂດຍການນຳພາ ຂອງຄະນະພັກ-ຄະນະບັນຊາ ຫ້ອງພະລາທິການ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ເຮືອນມ້ຽນລົດດັ່ງກ່າວ ມີເນື້ອທີ່ 8x30 ແມັດ ລວມມູນຄ່າ 175.000.000 ກີບ ທັງນີ້, ເພື່ອເປັນການປັບປຸງສະຖານທີ່ຄ້າຍຄູໃຫ້ແໜ້ນໜາຖາວອນ, ທັງເປັນການອອກແຮງງານລວມ ສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ກໍຄືສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ກອງພົນທີ 2 ຄັ້ງທີ VII ໃຫ້ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ.
ໂດຍ: ອານຸສັກ ອຳພັນວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ