ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ພະ​ແນກ​ເສນາ-ອົບຮົມ ສູນ​ເຝິກອົບຮົມ ກອງ​ພົນ​ທີ 3 ມອບ-ຮັບ​ໜ້າທີ່ ຫົວໜ້າ​ຂະແໜງ​ບໍລິຫານ
ເວລາອອກຂ່າວ: 2024-06-13 08:12:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 362 | ຄວາມນິຍົມ:



ວັນ​ທີ 6 ມິຖຸນາ 2024, ພະ​ແນກ​ເສນາ-ອົບຮົມ ສູນ​ເຝິກອົບຮົມ ກອງ​ພົນ​ທີ 3 ໄດ້​ມອບ-ຮັບ ໜ້າທີ ່​ຫົວໜ້າ​ຂະແໜງ​ບໍລິ ຫານ ລະຫວ່າງ ສະຫາຍ ພັນ​ໂທ ບຸນ​ເນີນ ແສນ​ນູນ ຫົວໜ້າ​ຂະແໜງ​ບໍລິຫານ (ຜູ້​ເກົ່າ) ແລະ ສະຫາຍ ພັນ​ຕີ ບຸນ​ທະວີ ໄມ​ສານ ຫົວໜ້າ​ຂະແໜງ​ບໍລິຫານ (ຜູ້​ໃໝ່), ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ໂທ ທະວີ​ແສງ ອິນ​ສຸ​ຫວັດ ຫົວໜ້າ​ພະ​ແນກ​ເສ ນາ-ອົບຮົມ ສູນ​ເຝິກອົບຮົມ ກອງ​ພົນ​ທີ 3, ມີ​ຄະນະ​ພັກ-ຄະນະ​ບັນຊາ ຂະແໜງ​ການ ຕະຫຼອດ​ຮອດພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ເນີນ ແສນ​ນູນ ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ໃນ​ໄລຍະ​ຜ່ານ​ມາ, ໃນ​ຂົງເຂດ​ວຽກ​ງານ​ບໍລິຫານ, ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ, ໄດ້​​ເປັນ​ເສນາ​ທິ​ການ​ໃຫ້​ແກ່​ຄະນະ​ພັກ-ຄະນະ​ບັນຊາ ນຳພາ-ຊີ້​ນຳພະນັກງານ-ນັກຮົບ ເຮັດ​ສຳເລັດ​ໜ້າທີ່ ທີ່​ຕົນ​ຮັບຜິດຊອບ​ໄດ້​ເປັນ​ຢ່າງ​ດີ​ຕະຫຼອດ​ມາ. ພ້ອມ​ທັງ, ໄດ້​ລົງ​ນາມ​​ບົດ​ບັນທຶກການ ​ມອບ-ຮັບ ໜ້າທີ່​ໃຫ້ ສະຫາຍ ພັນ​ຕີ ບຸນ​ທະວີ ໄມ​ສານ ສືບຕໍ່ນຳພາ-ຊີ້​ນຳ ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ຕໍ່​ໄປ. ສະຫາຍ ພັນ​ໂທ ທະວີ​ແສງ ອິນ​ສຸ​ຫວັດ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຜົນງານ ທີ່​ຜູ້​ເກົ່າໄດ້​ເຄື່ອນ​ໄຫວ​ວຽກ​ງານບໍລິຫານ, ວຽກ​ງານ​ການເມືອງ ແລະ ເຮັດ​ສຳເລັດ​ໜ້າທີ່ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ ພ້ອມ​ທັງ, ຮຽກຮ້ອງ​ຜູ້​ທີ່​ຮັບ​ໜ້າທີ່​ໃໝ່ ​ຈົ່ງ​ສືບຕໍ່​ເອົາໃຈໃສ່ ນຳພາ-ຊີ້​ນຳໃນ​ຂົງເຂດ​ວຽກ​ງານ​ບໍລິຫານ, ວຽກ​ງານ​ການເມືອງ​ຂອງ​ຂະແໜງ ເວົ້າ​ລວມ, ເວົ້າ​ສະເພາະ ສືບຕໍ່​ປະຕິບັດ​ໜ້າທີ່​ວຽກ​ງານ​ຕາມ​ພາລະ​ບົດບາດ​, ສິດ ແລະ ໜ້າທີ່ ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ຂອງ​ພະນັກງານ-ນັກຮົບ ໃຫ້​ເຊື່ອມ​ຊຶມ ແລະ ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ ຂອງ​ພັກ, ກົດໝາຍ​ຂອງ​ລັດ ກໍ​ຄືຂໍ້​ກຳນົດ, ​ກົດ​ລະ ບຽບ​ຂອງ​ກົມ​ກອງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ແນໃສ່​ເຮັດ​ໃຫ້​ກົມ​ກອງ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ສຸ​ວິໄລ ຄຳ​ສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ