ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ປະກາດ​ການຈັດຕັ້ງ​ວຽກ​ງານ​ເຕັກນິກ ທົ່ວກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ
ເວລາອອກຂ່າວ: 2024-06-13 08:23:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 370 | ຄວາມນິຍົມ:



​ໃນຕົ້ນເດືອນພຶດສະພາ 2024 ​ນີ້, ຢູ່​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ປະກາດ​ການຈັດຕັ້ງ ຂັ້ນ​ຫົວໜ້າ​ພະ​ແນກ, ຮອງຫົວໜ້າ​ພະ​ແນກ, ຮອງ​ຫົວໜ້າກອງພັນ, ຫົວໜ້າ​ຂະແໜງ​ເຕັກນິກ, ໂດຍການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ບຸນ​ວານ ພົມ​ມະ​ວົງ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ມີຜູ້ຕາງໜ້າ​ກົມ​ເສນາ​ເຕັກນິກ ກົມ​ໃຫຍ່​ເຕັກນິກກອງທັບ, ສະຫາຍ ພັນ​ເອກ ສີ​ວອນ ດາວ​ມະນີ​ຈັນ ຫົວໜ້າ​ຫ້ອງ​ເຕັກນິກ​ ກອງບັນຊາການທະຫານ ນະຄອນຫຼວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ​ອົງການ 5 ຫ້ອງ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ພາກສ່ວນທີ່ກ່ຽວຂ້ອງ​ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ວິນ​ທອງ ໄຊ​ຍະ​ວົງ ຮອງ​ຫົວໜ້າ​ກົມ​ເສນາ​ເຕັກນິກ ກົມ​ໃຫຍ່​ເຕັກນິກ​ກອງ ທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ແຕ່ງຕັ້ງ ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ເມືອງ ຮັບຜິດຊອບ​ວຽກ​ງານ​ເຕັກນິກ, ອີງ​ຕາມ​ກົດໝາຍ​ ນາຍ​ທະຫານ ​ກອງທັບ​ປະຊາຊົນ​ລາວ ວ່າ​ດ້ວຍ​ ການ​ແຕ່ງຕັ້ງ​ຍົກຍ້າຍ​ນາຍ​ທະຫານ ກ່ຽວ​ກັບ​ການ​ປັບປຸງ​ບູລະ ນະ​ກົງຈັກ​ການຈັດຕັ້ງ​ນຳພາ-ບັນຊາ ໃນ​ກຳລັງ​ປະກອບ​ອາວຸດ​ໃຫ້​ເຂັ້ມແຂງ, ໜັກ​ແໜ້ນ​ຮອບດ້ານ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກ​ສານ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໃນ​ນີ້, ໄດ້​ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ອຸ່ນ​ຄຳ ຫຼວງ​ລາດ ເປັນ​ຮອງ​ຫົວໜ້າກອງ​ບັນຊາ​ການ​ ຮັບຜິດຊອບ​ວຽກ​ງານ​ເຕັກນິກ ທັງ​ເປັນ​ຫົວໜ້າ​ພະ​ແນກ​ເຕັກນິກ ທະຫານ​ເມືອງ​ສີ​ໂຄດ​ຕະບອງ, ສະຫາຍ ພັນ​ຕີ ສົມ​ຈັນ ພົມ​ມະຫາ​ໄຊ ເປັນ​ຮອງ ຫົວໜ້າ​ກອງ​ບັນຊາ​ການ​ຮັບຜິດຊອບ​ວຽກ​ງານ​ເຕັກນິກ ທະຫານ​ເມືອງ​ນາ​ຊາຍ​ທອງ, ສະຫາຍ ພັນ​ຕີ ບຸນ​ນຳ ນ້ອຍ​ວັນ​ດີ ເປັນ​ຮອງ​ຫົວໜ້າ​ກອງ​ບັນຊາ​ການ ຮັບຜິດຊອບ​ວຽກ​ງານ​ເຕັກນິກ ທະຫານ​ເມືອງ​ໄຊ​ທານີ, ສະຫາຍ ພັນ​ຕີ ຄຳ​ສະຫວັນ ວົງ​ໄຊ ເປັນ​ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ ຮັບຜິດຊອບ​ວຽກ​ງານ​ເຕັກນິກ ທະຫານ​ເມືອງສີ​ສັດຕະ​ນາກ, ພັນ​ໂທ ຈັນ​ຫອມ ບຸນ​ມີ​ໄຊ ເປັນ​ຮອງ​ຫົວໜ້າກອງບັນຊາການ ຮັບຜິດຊອງວຽກງານເຕັກນິກ ທະຫານເມືອງ​ນາ​ຊາຍ​ທອງ, ຮ້ອຍ​ເອກ ສຸ​ພີ ພັນ​ສົດໃສ ເປັນ​ຮອງ​ຫົວໜ້າ​ພະແນກເຕັກນິກ ກອງບັນຊາການທະຫານເມືອງ​ສີ​ໂຄດ​ຕະບອງ, ຮ້ອຍເອກ ພອນ​ທິບ ໄຊ​ຍະ​ລາດ ເປັນ​ຮອງ​ຫົວໜ້າພະແນກເຕັກນິກ ກອງບັນຊາການທະຫານເມືອງ​ໄຊ​ທານີ, ຮ້ອຍ​ເອກ ເພັດ​ສະໄໝ ຈັນທະ​ລາ ເປັນ​ຮອງ​ຫົວໜ້າພະແນກ​ເຕັກນິກ ທະຫານເມືອງ​ໄຊ​ເສດ​ຖາ, ຮ້ອຍ​ເອກ ບຸນ​ພອນ ພວງ​ສີ ເປັນ​ຮອງ​ຫົວໜ້າ​ກອງພັນ 513 ຮັບຜິດຊອບ​ວຽກ​ງານ​ເຕັກນິກ, ຮ້ອຍ​ເອກ ສົນ​ທະ​ສັກ ສຸວັນ​ມີ​ໄຊ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ເຕັກນິກ ທະຫານເມືອງ​ສັງ​ທອງ, ຮ້ອຍ​ເອກ ອຸໄທ ຈັນທະ​ວົງ ເປັນ​ຮອງ​ຫົວໜ້າພະແນກ​ເຕັກນິກ ທະຫານເມືອງ​ຈັນທະ​ບູ​ລີ, ພັນ​ໂທ ແສງ ທອງ​ວັນ​ມາ ເປັນ​ຮອງ​ຫົວໜ້າພະແນກ​ເຕັກນິກ ທະຫານເມືອງ​ປາກ​ງື່ມ, ຮ້ອຍ​ເອກ ຕ້າ ລັງ​ຈະເລີນ ເປັນ​ຮອງ​ຫົວໜ້າ​ພະແນກເຕັກນິກ ທະຫານເມືອງ​ຫາດ​ຊາຍ​ຟອງ, ພັນ​ຕີ ກົງສີ ວົງສາ ເປັນ​ຮອງ​ ຫົວໜ້າ​ກອງພັນ 512 ຮັບຜິດຊອບ​ວຽກ​ງານ​ເຕັກນິກ, ພັນ​ຕີ ແສງ​ຈັນ ຈັນ​ສອນ ເປັນຮອງ​ຫົວໜ້າ​ກອງພັນ 511 ຮັບຜິດຊອບ​ວຽກ​ງານ​ເຕັກນິກ ແລະ ສະຫາຍ ພັນ​ຕີ ແກ້ວ​ອຸດອນ ນ້ອຍ​ວົງສາ ເປັນ​ຮອງ​ຫົວໜ້າ​ກອງພັນ 415 ຮັບຜິດຊອບ​ວຽກ​ງານ​ເຕັກນິກ. ພ້ອມ​ນັ້ນ, ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ພະນັກງານ​ຊ່ວຍ​ວຽກ​ຂອງ​ຫ້ອງ, ຂະແໜງການ ແລະ ກົມ​ກອງ​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ຈຳນວນ 38 ສະຫາຍ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ