
ກອງພັນໃຫຍ່ 302 ກອງພົນທີ 3 ສະຫຼຸບຖອດຖອນບົດຮຽນ ວຽກງານພະລາທິການ-ການເງິນ ປະຈຳປີ 2023
ເວລາອອກຂ່າວ: 2024-06-13 08:24:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 510 | ຄວາມນິຍົມ:
ໃນບໍ່ດົນມານີ້, ກອງພັນໃຫຍ່ 302 ກອງພົນທີ 3 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ-ການເງິນ ປະຈຳປີ 2023 ແລະ ວາງທິດທາງແຜນການ ປະຈຳປີ 2024 ຢູ່ທີ່ສະໂມສອນກອງພັນໃຫຍ່ 302, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄຳສອນ ໄຊສົງຄາມ ເລຂາຄະນະພັກ,
ຫົວໜ້າການທະຫານ ກອງພັນໃຫຍ່ 302, ມີສະຫາຍ ພັນໂທ ສົມຄິດ ເງິນງານ ກໍາມະການຄະນະພັກກອງພັນໃຫຍ່, ຫົວໜ້າພະແນກພະລາທິການ ກອງ
ພັນໃຫຍ່ 302, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະແນກການ, ກອງພັນ, ກອງຮ້ອຍ, ໝວດເອກະລາດ, ພ້ອມດ້ວຍພະ ນັກງານຫຼັກແຫຼ່ງທົ່ວພະແນກພະ ລາທິການ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳພູ ອຸດທະວົງ ຫົວໜ້າຂະແໜງການເງິນ ກອງພັນໃຫຍ່ 302 ໄດ້ຜ່ານບົດສະຫຼຸບວຽກງານການເງິນທົ່ວກອງພັນໃຫຍ່ 302 ປະຈຳປີ
2023 ແລະ ວາງທິດທາງແຜນການ ປະຈຳປີ 2024 ໃນໄລຍະ 1 ປີຜ່ານມາ ໄດ້ນຳພາພະນັກງານທີ່ເຮັດວຽກງານວິຊາສະເພາະການເງິນໄດ້ປະຕິບັດຕາມພາລະບົດບາດ ແລະ ສິດໜ້າທີ່ຂອງຕົນຕາມລະບຽບການຢ່າງເຂັ້ມງວດ, ແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງ, ມີຄວາມເປັນເອກະພາບກັນທາງດ້ານວິຊາສະເພາະ ເປັນເສນາທິການຄຸ້ມຄອງລາຍຮັບ-ລາຍຈ່າຍຄິດໄລ່ເງິນເດືອນ ແລະ ເງິນເຄື່ອນໄຫວເຮັດວຽກດ້ານຕ່າງໆ, ທັງຖືເອົາວຽກງານກວດກາເປັນບັນຫາສຳຄັນ ແລະ ມີການສະຫຼຸບລາຍງານເພື່ອເຮັດໃຫ້ມີຄວາມໂປ່ງໃສ່ຖືກຕ້ອງວ່ອງ
ໄວ ແລະ ທັນສະໄໝ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ບົດທິດທາງແຜນການ.
ໃນພິທີ ຍັງໄດ້ມອບໃບຍ້ອງຍໍຂອງຄະນະພັກ-ຄະນະບັນຊາ ກອງພົນທີ 3 ໃຫ້ 2 ກອງພັນ 403 ແລະ ກອງພັນ 416 ທີ່ມີຜົນງານດີເດັ່ນໃນການປັບປຸງກໍ່ສ້າງເຄຫາສະຖານທີ່ຄ້າຍຄູ ຢ່າງສົມກຽດ.
ໂດຍ: ພອນແກ້ວ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ