
ສະຫະພັນແມ່ຍິງ ກອງພົນທີ 2 ເປັນເຈົ້າການ ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ
ເວລາອອກຂ່າວ: 2024-06-13 08:26:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 608 | ຄວາມນິຍົມ:
ສະຫາຍ ພັນໂທ ນາງ ຄຳຜູ ພັນທະວົງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງພົນທີ 2 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກອງທັບວ່າ: ໃນໄລຍະຜ່ານມາ, ພະແນກສະຫະພັນແມ່ຍິງ ກອງພົນທີ 2 ໄດ້ເປັນເຈົ້າການນຳພາ-ຊີ້ນໍາ ພະນັກງານ-ນັກຮົບ ເຄື່ອນໄຫວວຽກງານຕາມພາລະບົດບາດຂອງສະຫະພັນແມ່ຍິງ, ໄດ້ເອົາ ໃຈໃສ່ສຶກສາອົບຮົມການ ເມືອງ- ແນວຄິດ ໃຫ້ສະມາຊິກສະຫະ ພັນແມ່ຍິງ ເຊື່ອມຊຶມກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ປະ ຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງ ທັບ ແລະ ກົດລະບຽບຂອງສູນ ກາງສະຫະພັນແມ່ຍິງລາວວາງ ອອກ, ໄດ້ນຳພາຈັດຕັ້ງຜັນຂະ ຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດ ພັນກັບການຜັນຂະຫຍາຍ 10 ແຜນງານ 65 ໂຄງການແຜນພັດ ທະນາຂອງສູນກາງສະຫະພັນແມ່ຍິງລາວ ກໍຄື 10 ແຜນງານ 54 ໂຄງການ ແຜນພັດທະນາຂອງແມ່ຍິງກອງທັບ ໃນນີ້, ພະແນກສະຫະພັນແມ່ຍິງກອງພົນ ໄດ້ຜັນຂະຫຍາຍມາເປັນ 10 ແຜນງານ 42 ໂຄງການ ໂດຍໄດ້ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ຕິດພັນກັບ ໜ້າ ທີ່ການເມືອງຂອງກົມກອງ ປະ ກອບສ່ວນເຂົ້າໃນການສ້າງກົມກອງວັດທະນະທຳ, ກອງ 3 ປອດ, ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ໄດ້ຊຸກຍູ້ຂະບວນການຂອງສະຫະພັນແມ່ ຍິງຢ່າງກວ້າງຂວາງ, ຈັດຕັ້ງເຜີຍແຜ່ເນື້ອໃນຄຳຂວັນ, ຂໍ້ແຂ່ງ ຂັນ 3 ດີ ແລະ ບັນດາເອກະສານ ສຳຄັນຕ່າງໆ ທີ່ກ່ຽວກັບແມ່ຍິງ ນັບແຕ່ຂັ້ນສຳນັກງານອົງການ ລົງຮອດກົມກອງຮາກຖານຢ່າງເປັນປົກກະຕິ, ໄດ້ສ້າງກິດຈະກຳ ຖາມ-ຕອບຄວາມຮູ້ຮອບຕົວ ຮ່ວມກັບອົງການຈັດຕັ້ງຊາວ ໜຸ່ມ, ຈັດຕັ້ງປາຖະກະຖາເລົ່າ ມູນເຊື້ອຂອງແມ່ຍິງລາວ ແລະ ແມ່ຍິງສາກົນໃນທຸກປີ ພ້ອມກັນ ນັ້ນ, ກໍໄດ້ປຸກລະດົມຊຸກຍູ້ສະມາ ຊິກແມ່ຍິງໃຫ້ເອົາໃຈໃສ່ປະຕິ ບັດ 7 ລະບອບ 18 ວຽກຂອງກອງທັບ, ເຂົ້າຮ່ວມຂະບວນການອົບຮົມ-ຫັດແອບຂອງກົມກອງ, ໄດ້ຈັດຕັ້ງໄປອວຍພອນການນຳກອງພົນ, ພະນັກງານປະຕິວັດອາວຸໂສບຳນານ, ປະ ຕິບັດນະໂຍບາຍ ແລະ ຊ່ວຍ ເຫຼືອ ຄອບຄົວສະມາຊິກແມ່ຍິງໃນເວ ລາເຈັບເປັນ, ພົບຄວາມຫຍຸ້ງຍາກ ແລະ ໄດ້ໄປມອບເຄື່ອງຊຸກຍູ້ໃຫ້ກຳລັງໃຈ ພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ອົບຮົມ-ຫັດແອບຢູ່ພາກສະໜາມ, ສະມາຊິກແມ່ຍິງຍັງໄດ້ປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອກຽມພ້ອມສູ້ຮົບ ຄືກັບເພດຊາຍ ພ້ອມທັງໄດ້ເປັນເຈົ້າການເຂົ້າຮ່ວມຂະບວນການອອກແຮງງານລວມ ຕາມຂອບເຂດສຳນັກງານ, ອົງການ, ກົມກອງອາທິດລະຄັ້ງ ແລະ ເຂົ້າຮ່ວມຂະບວນການຕ່າງໆ ທີ່ກົມກອງຈັດຂຶ້ນຢ່າງເປັນຂະບວນການຟົດຟື້ນ.
ນອກຈາກນີ້, ພະແນກສະຫະ ພັນແມ່ຍິງ ກອງພົນທີ 2 ຍັງໄດ້ສ້າງກອງທຶນພັດທະນາແມ່ຍິງ ເຊິ່ງມາຮອດປັດຈຸບັນ, ມີກອງທຶນທັງໝົດ 6 ກຸ່ມ, ມີສະມາຊິກກອງທຶນ 1.029 ສະຫາຍ, ມີເງິນຝາກ ທັງໝົດ 2.279.000.000 ກີບ, ສ່ວນເງິນຈຳນວນດັ່ງກ່າວ ໄດ້ປ່ອຍໃຫ້ສະມາຊິກກູ້ຢືມ ໃນອັດຕາດອກເບ້ຍຕ່ຳ ເພື່ອນຳໄປພັດທະນາຄອບຄົວ ແລະ ຫຼີກເວັ້ນການກູ້ຢືມເງິນນອກລະບົບ ທີ່ມີອັດຕາດອກເບ້ຍສູງ, ບັນດາໜ່ວຍແມ່ຍິງຍັງໄດ້ເອົາໃຈໃສ່ຊອກແຫຼ່ງລາຍຮັບເຂົ້າຄັງລວມຂອງໜ່ວຍ ຈາກການຂາຍເຄື່ອງຍ່ອຍ ແລະ ປູກຝັງ-ລ້ຽງສັດ ເພື່ອໝູນໃຊ້ເຂົ້າໃນວຽກງານລວມຂອງແມ່ຍິງ. ຜ່ານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ສາ ມາດຄັດເລືອກໄດ້ແມ່ຍິງ 3 ດີ ປະເພດ I ມີ 363 ສະຫາຍ, ປະ ເພດ II ມີ 6 ສະຫາຍ, ຄອບຄົວ ຕົວແບບ 9 ຄອບຄົວ, ບຸກຄົນຕົວແບບ 5 ສະຫາຍ ແລະ ສະມາ ຊິກແມ່ຍິງໄດ້ຮັບການຍ້ອງຍໍປະ ເພດຕ່າງໆ ຈາກຂັ້ນເທິງ 253 ສະຫາຍ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ