ກະຊວງການຕ່າງປະເທດ ຈັດສຳມະນາວຽກງານຕ້ານການຄ້າມະນຸດ
ເວລາອອກຂ່າວ: 2024-06-20 08:53:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 309 | ຄວາມນິຍົມ:
ໃນວັນທີ 17 ມິຖຸນາ 2024, ກະຊວງການຕ່າງປະ
ເທດ ໄດ້ຈັດກອງປະຊຸມສຳມະ
ນາວຽກງານ ຕ້ານການຄ້າມະ
ນຸດສຳລັບພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບາງກະຊວງທີ່ກ່ຽວຂ້ອງທີ່ຖືກ
ເເຕ່ງຕັ້ງ ຫຼື ມີເປົ້າໝາຍຈະຖືກ
ເເຕ່ງຕັ້ງໄປປະຈຳການຢູ່ສຳນັກ
ງານ ເເຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໂດຍການເປັນປະທານ ຂອງທ່ານ ທອງຜ່ານ
ສະຫວັນເພັດ, ຮອງລັດຖະມົນ
ຕີ ກະຊວງການຕ່າງປະເທດ,
ມີວິທະຍາກອນທີ່ມາຈາກກະ
ຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງ
ແຮງງານ ແລະ ສະຫວັດດີການ
ສັງຄົມ, ສູນກາງສະຫະພັນແມ່ຍິງລາວ ແລະ ອົງການໄອຍະການ
ປະຊາຊົນສູງສຸດ ເຂົ້າຮ່ວມບັນ
ຍາຍໃນຫຼາຍຫົວຂໍ້ທີ່ກ່ຽວຂ້ອງກັບວຽກງານຕ້ານການຄ້າມະ
ນຸດ.
ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງ
ປະເທດສູນກາງພັກ ແລະ ບາງກະຊວງທີ່ກ່ຽວຂ້ອງ ທີ່ຖືກເເຕ່ງຕັ້ງ ຫຼື ມີເປົ້າໝາຍຈະຖືກເເຕ່ງຕັ້ງໄປປະຈຳການຢູ່ສຳນັກງານ ຜູ້ຕາງໜ້າຖາວອນ ເເຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ກ່ຽວ
ກັບການຈັດຕັ້ງປະຕິບັດສົນທິ
ສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ນິຕິກຳພາຍໃນທີ່ກ່ຽວຂ້ອງກັບການຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະການຕ້ານການຄ້າມະນຸດ, ການຮ່ວມມືກັບສາກົນຂອງ ສປປ ລາວ ກໍຄືກົນໄກການປະສານງານ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນການປົກປ້ອງ ແລະ ຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນຕົວຈິງຮ່ວມກັນ ເພື່ອເຮັດໃຫ້ການຕິດຕໍ່ປະສານງານ ລະຫວ່າງພາກສ່ວນທີ່ ກ່ຽວຂ້ອງມີຄວາມວ່ອງໄວ, ທັນເຫດການ, ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ.
ໃນກອງປະຊຸມສຳມະນາຄັ້ງນີ້,
ວິທະຍາກອນ ຍັງໄດ້ຍົກໃຫ້ເຫັນເຖິງສະພາບລວມ ຂອງຂະບວນການຄ້າມະນຸດໃນ ສປປ ລາວ ແລະ ສາກົນ ເຊິ່ງເປັນໜຶ່ງໃນອາຊະຍາກຳຂ້າມຊາດທີ່ມີ ການຈັດຕັ້ງທີ່ເປັນໄພຂົ່ມຂູ່ຮ້າຍເເຮງແກ່ມວນມະນຸດ. ການຄ້າມະນຸດມີຫຼາຍ
ຮູບແບບ ແລະ ຫຼາຍວິທີການ, ໂດຍມີລັກສະນະເປັນເຄືອຂ່າຍຂ້າມຊາດ ເພື່ອຂູດຮີດເເຮງງານ ແລະ ຂູດຮີດທາງເພດ. ໃນໄລຍະຜ່ານມາ, ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນຕໍ່ການເເກ້ໄຂບັນຫາດັ່ງກ່າວ, ໂດຍໄດ້ອະນຸມັດງົບປະມານຈຳນວນຫຼວງຫຼາຍ ໃນແຕ່ລະປີເຂົ້າໃນວຽກງານ ເພື່ອ ຕ້ານການຄ້າມະນຸດ ແລະ ໄດ້ກຳ
ນົດໃຫ້ການຄ້າມະນຸດເປັນການກະທຳຜິດທາງອາຍາ ແລະ ໄດ້ຮັບຮອງເອົາແຜນງານແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນເເຕ່ລະໄລຍະນັບເເຕ່ປີ 2016 ເປັນຕົ້ນມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ