ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

​ສພຊ ພິຈາລະນາ​ຮ່າງ​ກົດໝາຍ ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ສະບັບ​ປັບປຸງ
ເວລາອອກຂ່າວ: 2024-06-20 08:54:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 316 | ຄວາມນິຍົມ:



ໃນວ​ລະ​ການ​ດຳເນີນ​ກອງ ​ປະຊຸມ​ສະໄໝ​ສາມັນ​ ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ (ສພຊ) ຊຸດ​ທີ IX ວັນ​ທີ 18 ມິຖຸນາ 2024 ໂດຍ​ການ​ເປັນ​ປະທານ ​ຂອງທ່ານ ຈະເລີນ ເຢຍ​ປາວ​ເຮີ ຮອງ​ປະທານ ​ສພຊ, ທ່ານ ນາງ ບຸນ​ຄຳ ວໍລະ​ຈິດ ລັດຖະມົນຕີ​ກະຊວງ​ຊັບພະຍາກອນ​ທຳ​ມະ​ ຊາດ ແລະ ສິ່ງແວດລ້ອມ ໄດ້​ສະເໜີ​ຮ່າງ​ກົດໝາຍ ວ່າ​ດ້ວຍ​ ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ (ສະບັບ​ປັບປຸງ) ຫຼັງ​ຈາກ​ນັ້ນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ ຊາດ ປະຈຳ​ແຕ່​ລະ​ເຂດ​ເລືອກ​ຕັ້ງ ​ໄດ້​ສຸມ​ໃສ່​ພິຈາລະນາ ປະ ກອບ​ຄຳ​ເຫັນ ໃສ່​ຮ່າງ​ກົດໝາຍ​ດັ່ງກ່າວ, ຢ່າງ​ກົງ​ໄປ​ກົງມາ ແລະ ມີ​ແນວ​ຄິດ​ສ້າງສັນ ເພື່ອ​ເຮັດ​ໃຫ້​ ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ ສາ ມາດ​ນຳໄປ​ຈັດ​ຕັ້ງ​ປະຕິບັດຢ່າງ​ ມີ​ປະສິດທິພາບ ແລະ ປະ​ສິດທິ​ຜົນ. ໂອກາດ​ນີ້, ທ່ານ ນາງ ບຸນ​ຄຳ ວໍລະ​ຈິດ ໄດ້​ຍົກ​ໃຫ້​ເຫັນ​ເຫດຜົນ ແລະ ຄວາມ​ຈຳເປັນ ໃນ​ການ​ປັບ ປຸງ​ກົດໝາຍ​ ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ເຊິ່ງ​ຖືກ​ນຳ​ໃຊ້​ມາ 12 ປີ​ກວ່າ. ຜ່ານ​ການ​ຈັດຕັ້ງ​ປະຕິບັດ​ກົດໝາຍ​ດັ່ງກ່າວ, ເຫັນ​ວ່າ​ມີ​ບາງ​ບັນຫາ​ຍັງ​ບໍ່​ສອດຄ່ອງ ກັບ​ລະດັບ​ການ​ ຂະຫຍາຍຕົວ​ທາງ​ດ້ານ​ເສດຖະ ກິດ-ສັງຄົມ ໃນ​ປັດຈຸບັນ, ດ້ານ​ໂຄງ​ສ້າງ ແລະ ເນື້ອ​ໃນ​ຂອງ​ກົດ ໝາຍ ຍັງ​ມີ​ຊ່ອງ​ຫວ່າງ, ບໍ່​ທັນ​ຄົບ​ຖ້ວນ ແລະ ຈະແຈ້ງ, ມີ​ຫຼາຍ​ບັນຫາ​ບໍ່​ສອດຄ່ອງ ຫຼື ຂັດ​ກັບ​ກົດໝາຍ​ອື່ນ ທີ່​ໄດ້​ມີ​ການ​ສ້າງ​ຂຶ້ນ​ໃໝ່ ຫຼື ໄດ້​ມີ​ການ​ປັບປຸງ​ຄືນໃໝ່ ເປັນຕົ້ນ ກົດໝາຍ ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເຄ​ມີ, ກົດໝາຍ​ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄພພິບັດ, ກົດໝາຍ​ວ່າ​ດ້ວຍ​ປ່າໄມ້, ກົດໝາຍ ​ວ່າ​ດ້ວຍ​ແຮ່​ທາດ, ກົດໝາຍ ​ວ່າ​ດ້ວຍ​ສັດປ່າ, ກົດໝາຍ ​ວ່າ​ດ້ວຍ​ສັດ​ນ້ຳ ແລະ ການ​ປະມົງ ເຊິ່ງ​ເປັນ​ສາເຫດ​ໃຫ້ການ​ນຳ​ເອົາ​ກົດໝາຍ ໄປ​ຈັດ​ຕັ້ງ​ປະຕິບັດ​ບໍ່​ເປັນ​ເອກະ​ພາບ​ກັນ ໃນ​ຫຼາຍ​ດ້ານ ເປັນຕົ້ນ ໂຄງ​ຮ່າງ​ກົດໝາຍ ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ຍັງ​ບໍ່​ທັນ​ຄົບ​ຖ້ວນ ຖ້າ​ທຽບໃສ່​ກົດໝາຍ​ວ່າ​ດ້ວຍ​ການ​ສ້າງ​ນິຕິ​ກຳ; ບໍ່​ໄດ້​ກຳນົດ​ເນື້ອ​ໃນ​ລະອຽດກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສິ່ງແວດລ້ອມ ໃນ​ໂຄງການ​ລົງທຶນ ແລະ ກິດຈະ ການ​ຕ່າງໆ, ການ​ຄຸ້ມ​ຄອງ​ສິ່ງ ແວດລ້ອມ​ໃນ​ເຂດ​ເສດຖະກິດ, ເງື່ອນໄຂ​ຂອງ​ການ​ອອກ​ໃບຢັ້ງ ຢືນ​ກ່ຽວ​ກັບ​ສິ່ງແວດລ້ອມ; ບໍ່​ໄດ້​ກຳນົດ​ການ​ກຳນົດ​ສິດ ແລະ ໜ້າທີ່ ຂອງ​ກະຊວງ​ທີ່​ກ່ຽວຂ້ອງ ແລະ ອົງການ​ປົກຄອງ​ທ້ອງຖິ່ນ​ໃນ​ແຕ່​ລະ​ຂັ້ນ. ຈາກ​ສະພາບ​ການ​ດັ່ງກ່າວ, ຈຶ່ງ​ເຫັນ​ວ່າ​ມີ​ຄວາມ​ຈຳເປັນ ຕ້ອງ​ໄດ້​ມີ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ ການ​ປົກ​ປັກ​ຮັກສາ​ສິ່ງ ແວດລ້ອມ ປີ 2012 ໃຫ້​ມີ​ເນື້ອ​ໃນ​ລະອຽດ, ຈະແຈ້ງ ແລະ ສົມ ບູນ​ຍິ່ງໆ​ຂຶ້ນ ໂດຍ​ກຳນົດ​ຫຼັກ ການ, ລະບຽບ​ການ ແລະ ມາດ​ຕະ ການ ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ການ​ປົກ​ປັກ​ຮັກສາ, ການ​ບູລະ ນະ​ຟື້ນ​ຟູ ແລະ ກວດກາ​ສິ່ງແວດ ລ້ອມ ເພື່ອ​ຫຼຸດຜ່ອນ​ຜົນ​ກະທົບ ແລະ ການ​ຄວບ​ຄຸມ​ມົນ​ລະ​ພິດທີ່​ຈະ​ເກີດ​ຂຶ້ນ ຫຼື ໄດ້​ເກີດ​ຂຶ້ນ​ແລ້ວ ດ້ວຍ​ການ​ກະທຳ​ຂອງ​ຄົນ ຫຼື ຕາມ ​ທຳ​ມະ​ຊາດ ແນໃສ່​ເຮັດ​ໃຫ້​ສິ່ງ ແວດລ້ອມ​ສັງຄົມ ແລະ ທຳ​ມະ​ຊາດ ມີ​ຄວາມ​ສົມ​ດູນ ແລະ ມີ​ຄຸນ​ນະ​ພາບ​ດີ, ການ​ນຳ​ໃຊ້​ຊັບ ພະຍາກອນ​ທຳ​ມະ​ຊາດ​ໃຫ້​ມີ​ປະ​ ສິດທິ​ຜົນ​ສູງ​ສຸດ ລວມ​ທັງ​ເຮັດ​ ໃຫ້​ຄຸນ​ນະ​ພາບ​ຊີວິດ ແລະ ສຸ​ຂະ ພາບຂອງຄົນ​ດີ​ຂຶ້ນ, ປະກອບ ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດ ຖະກິດ-ສັງຄົມ​ຂອງ​ຊາດ ໃຫ້​ໄປ​ ຕາມ​ທິດ​ສີຂຽວ ແລະ ຍືນ​ຍົງ ແລະ ການ​ຫຼຸດຜ່ອນ​ສະພາບ​ໂລກ​ຮ້ອນ ຮ່າງ​ກົດໝາຍ ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ສະ ບັບ​ປັບປຸງ ປະກອບ​ມີ X ພາກ, 9 ໝວດ ແລະ 103 ມາດຕາ. ໃນ​ນັ້ນ, ​ຮັກສາ​ໄວ້ 6 ມາດຕາ, ປັບປຸງ 61 ມາດຕາ ແລະ ເພີ່ມ​ເຂົ້າ​ໃໝ່ 36 ມາດຕາ ຄາດຄະເນ​ວ່າ​ຫາກ​ກົດໝາຍ​ດັ່ງກ່າວ, ໄດ້​ຮັບ ຮອງ ແລະ ປະກາດ​ໃຊ້ ຈະ​ກາຍ ເປັນ​ເຄື່ອງມືຮັບປະກັນ​ໃຫ້ການ​ ພັດທະນາໄປ​ຕາມ​ທິດ​ສີຂຽວ ແລະ ຍືນ​ຍົງ, ການ​ປ້ອງ​ກັນ ແລະ ຄວບ ​ຄຸມ​ມົນ​ລະ​ພິດ, ການ​ຄວບ​ຄຸມ ແລະ ກຳຈັດ ບັນຫາ​ສານ​ເຄ​ມີ​ທີ່​ ເປັນ​ພິດ ແລະ ສິ່ງ​ເສດ​ເຫຼືອ, ລວມ​ທັງ​ການ​ປ້ອງ​ກັນ, ຫຼຸດຜ່ອນ ແລະ ການ​ຮັບ​ມືກັບ​ການ​ປ່ຽນແປງ​ສະພາບ​ດິນ​ຟ້າ​ອາກາດ; ກົນ​ໄກ​ ການ​ຄຸ້ມ​ຄອງ, ການ​ປົກ​ປັກ​ຮັກ ສາ, ການ​ບູລະນະ​ຟື້ນ​ຟູ ແລະ ກວດກາ ສິ່ງແວດລ້ອມ​ເປັນ​ລະ ບົບ ແລະ ຈະແຈ້ງ​ໄດ້​ດີ​ກວ່າ​ເກົ່າ ໂດຍ​ສະເພາະການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ໃນ​ວຽກ​ງານ​ສິ່ງແວດລ້ອມ ລະຫວ່າງ​ຂະແໜງການ​ຂັ້ນ​ສູນ​ກາງ ກັບ​ຂະແໜງການ​ຂັ້ນ​ທ້ອງ ແລະ ອົງການ​ປົກຄອງ​ທ້ອງຖິ່ນ ຈະແຈ້ງ​ກວ່າ​ເກົ່າ; ເພີ່ມ​ທະວີການ ​ສົ່ງເສີມ​ການ​ປູກ​ຈິດ​ສຳນຶກ ແລະ ການ​ມີ​ສ່ວນ​ຮ່ວມ ​ຂອງ​ມວນ​ຊົນ ໃນ​ວຽກ​ງານ​ປົກ​ປັກ​ຮັກສາ​ຊັບ ພະຍາກອນ​ທຳມະ​ຊາດ ແລະ ສິ່ງແວດລ້ອມ; ມີ​ຂະ​ບວນ​ການ​ຢັ້ງຢືນ​ກ່ຽວ​ກັບ​ສິ່ງແວດລ້ອມ ແລະ ການ​ອະນຸຍາດ​ຄວບ​ຄຸມ​ການ​ປ່ອຍ​ມົນ​ລະ​ພິດ, ການ​ປະ ຕິເສດ, ການ​ໂຈະ ຫຼື ຖອນ​ໃບຢັ້ງ ຢືນ​ສິ່ງແວດລ້ອມ ຮັດກຸມ​ກວ່າ​ເກົ່າ; ມີ​ກົນ​ໄກ​ຄຸ້ມ​ຄອງ​ສິ່ງແວດ ລ້ອມ ຂອງ​ໂຄງການ​ລົງທຶນ ແລະ ກິດຈະການ​ຕ່າງໆ, ໃນ​ເຂດ​ເສດ ຖະກິດ ລວມ​ທັງການ​ຄວບ​ຄຸມ ແລະ ແກ້​ໄຂ​ເຫດການ​ສຸກ​ເສີນ​ທາງ​ດ້ານ​ສິ່ງແວດລ້ອມ ໄດ້​ດີ​ກວ່​​າ​ເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ