ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ສາງ ອ 3 ສະຫຼຸບ​​ການ​ກໍ່ສ້າງ​ໜ່ວຍ​ພັກ ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2024
ເວລາອອກຂ່າວ: 2024-06-20 09:04:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 577 | ຄວາມນິຍົມ:



ວັນ​ທີ 17 ມີ​ຖຸ​ນາ 2024, ຄະນະ​ພັກ​ຮາກ​ຖານ ສາງ ອ 3 ໄດ້​ສະຫຼຸບ​​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ລຽນ​ວິໄລ ພັນ​ທອງຄຳ ກໍາມະການຄະນະພັກ​ອົງການ​ກົມ​ໃຫຍ່, ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ສະຫາຍ ພັນ​ໂທ ອຳພອນ ພິມ​ຄຳ​ພັນ ເລຂາ​ຄະນະ​ພັກ​ຮາກ​ຖານ ສາງ ອ 3 ພ້ອມ​ດ້ວຍ​ຄະນະ, ມີ​ບັນດາ​ຄະນະ​ກວດກາ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ຄະນະ​ໜ່ວຍ​ພັກ​ ທັງ 5 ໜ່ວຍ​ຕະຫຼອດ​ຮອດ​ສະມາຊິກ​ພັກ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອຳພອນ ພິມ​ຄຳ​ພັນ ໄດ້​ຜ່ານ​ບົດ​ສະຫຼຸບການຈັດຕັ້ງ​ປະຕິບັດ​ການ​ກໍ່ສ້າງ​ໜ່ວຍ​ພັກໃນ​ໄລຍະ​ຜ່ານ​ມາ ​ສາມາດ​ຕີ​ລາຄາ​ແບ່ງ​ປະເພດ​ຂອງ​ສະມາຊິກ​ພັກ, ໜ່ວຍ​ພັກ​ໄດ້​ດັ່ງນີ້: ໜ່ວຍ​ພັກ​ພະແນກການ​ເມືອງ ມີສະມາຊິກ​ພັກ​ແຂງ 22 ສະຫາຍ ເທົ່າ​ກັບ 100%, ສະເໜີ​ຮັບຮອງ​ເປັນ​ໜ່ວຍ​ພັກ​ ແຂງ 6 ສະໄໝ​ຕິດຕໍ່​ກັນ, ໜ່ວຍພັກ​ພະ​ແນກ​ແຜນການ ​ມີ​ສະມາຊິກ​ພັກ​ແຂງ 26 ສະຫາຍ ເທົ່າ​ກັບ 100%, ສະເໜີ​ຮັບຮອງ​ເປັນ​ໜ່ວຍ​ພັກ​ແຂງ 6 ສະໄໝ​ຕິດຕໍ່​ກັນ, ໜ່ວຍ​ພັກ​ພະ​ແນກ​ເຕັກນິກ​ຍຸດ​ໂທ​ ມີ​ສະມາຊິກ​ພັກ​ແຂງ 14 ສະຫາຍ ເທົ່າ​ກັບ 100%, ສະເໜີ​ຮັບຮອງ​ເປັນ​ໜ່ວຍ​ພັກ​ແຂງ 6 ສະໄໝ​ຕິດຕໍ່​ກັນ, ໜ່ວຍ​ພັກ​ພະ​ແນກ​ພະ​ລາທິການ ມີສະມາຊິກ​ພັກ​ແຂງ 15 ສະຫາຍ, ບໍ່​ໄດ້​ຈັດ​ແບ່ງ​ປະເພດ​ສະມາຊິກ​ພັກ 1 ສະຫາຍ, ສະເໜີ​ຮັບຮອງ​ເປັນ​ໜ່ວຍ​ພັກ​ແຂງ 6 ສະໄໝ​ຕິດຕໍ່​ກັນ, ໜ່ວຍ​ພັກ​ພະ​ແນກ​ນາຍ​ສາງ ມີ​ສະມາຊິກ​ພັກ​ແຂງ 21 ສະຫາຍ, ກາງ 1 ສະຫາຍ, ສະເໜີ​ຮັບຮອງ​ເປັນ​ໜ່ວຍ​ພັກ​ແຂງ 4 ສະໄໝ​ຕິດຕໍ່​ກັນ. ຈາກ ນັ້ນ, ສະຫາຍ ພັນ​ໂທ ຈັນທະ​ວີ ພົງ​ສຸທິ ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ ກົມ​ໃຫຍ່​ເຕັກນິກກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ, ເລື່ອນທຽບ​ຊັ້ນ​ໃຫ້​ນາຍ​ທະຫານ ຢູ່​ກົມ​ໃຫຍ່​ເຕັກນິກກອງທັບ ໃນ​ນີ້, ເລື່ອນ​ຊັ້ນ, ເລື່ອນທຽບ​ຊັ້ນ ຮ້ອຍ​ເອກ ຂຶ້ນ​ ພັນ​ຕີ 4 ສະຫາຍ, ເລື່ອນ​ທຽບ​ຊັ້ນ ຮ້ອຍ​ໂທ ຂຶ້ນ ຮ້ອຍ​ເອກ 11 ສະຫາຍ, ເລື່ອນ​ທຽບ​ຊັ້ນ ຮ້ອຍ​ຕີ ຂຶ້ນ ຮ້ອຍ​ໂທ ຈຳນວນ 8 ສະຫາຍ, ເລື່ອນ​ຊັ້ນ ວາທີ ຂຶ້ນ ຮ້ອຍ​ຕີ ຈຳນວນ 3 ສະຫາຍ. ໂອກາດ​ນີ້, ສະຫາຍ ພັນ​ເອກ ລຽນ​ວິໄລ ພັນ​ທອງຄຳ ໄດ້​ເນັ້ນ​ໜັກ​ໃຫ້​ບັນດາ​​ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ, ສະມາຊິກ​ພັກ​ແຕ່​ລະ​ຂັ້ນ ກຳ​ໄດ້​ຄວາມ​ໝາຍ ຄວາມ​ສຳຄັນ​ໃນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໂດຍ​ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ໃນ​ການຈັດຕັ້ງ​ປະຕິບັດ​ໃຫ້​ຖືກ ຕ້ອງ​ຕາມ​ລະບຽບ​ຫຼັກການ, ແນໃສ່​ໃຫ້ການ​ຈັດ​ແບ່ງ​ປະເພດ​ສະມາຊິກ​ພັກ, ໜ່ວຍ​ພັກ​ໃຫ້​ໄດ້​ຮັບ​ຄຸນ​ນະ​ພາບ​ດີ, ເປັນ​ເຈົ້າ​ການ​ສຶກ​ສາ​ອົບຮົມ​ຄຸນ​ທາດ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ໜັກ​ແໜ້ນ​ເຂັ້ມແຂງ​ຮອບດ້ານ ເຮັດ​ໃຫ້​ສະມາຊິກ​ພັກ​ແຕ່​ລະ​ຂັ້ນ​ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ບໍ່​ຫວັ່ນໄຫວ​ຄອນ​ແຄນ​ຕໍ່​ກົນອຸບາຍ​ການ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູ, ມີ​ສະຕິ​ຕໍ່​ການຈັດຕັ້ງ​ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກົມ​ກອງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ​ໃຫ້​ ສູງ​ກວ່າ​ເກົ່າ, ສ້າງ​ຄວາມ​ສາມັກຄີ​ພາຍ​ໃນ, ພາຍ​ນອກ​ໃຫ້​ເປັນ​ເອກະ​ພາບ, ລວມ​ສູນ​ປະຊາທິປະໄຕ ເຮັດ​ວຽກ​ເປັນ​ໝູ່​ຄະນະ, ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ບຸກຄົນ​ຢ່າງ​ຈະແຈ້ງ, ພ້ອມ​ກັນ​ປະກອບສ່ວນ​ປັບປຸງ​ກໍ່ສ້າງ​ກົມ​ກອງ ໃຫ້​ມີ​ຄວາມ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ​ຮອບດ້ານ. ໂດຍ: ຄຳ​ສອນ ພົມ​ໄຊ​ຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ