ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ປະກາດການ​ແຕ່ງຕັ້ງ ຫົວໜ້າ​ການເມືອງ ໂຮງໝໍ ກອງ​ພົນ​ທີ 2
ເວລາອອກຂ່າວ: 2024-06-20 09:06:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 617 | ຄວາມນິຍົມ:



​ວັນ​ທີ 14 ມີ​ຖຸ​ນາ 2024 ນີ້, ກອງ​ພົນ​ທີ 2 ໄດ້​ປະກາດການແຕ່ງຕັ້ງ​ຫົວໜ້າ​ການ​ເມືອງ ໂຮງໝໍ​ກອງ​ພົນ, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ບຸນ​ກໍ່າ ພິມ​ພົງພັນ ຫົວໜ້າ​ຫ້ອງພະລາທິການ ກອງ​ພົນ​ທີ 2, ມີ​ຜູ້ຕາງໜ້າພະແນກການ​ທີ່​ກ່ຽວຂ້ອງ, ຄະນະ​ພັກ-ຄະນະ​ອໍານວຍການ​ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ.      ສະຫາຍ ພັນ​ຕີ ອຸ່ນ​ເຮືອນໄຊທະລັງສີ ຊ່ວຍ​ວຽກ​ພະ​ແນກ​ພະນັກງານ​ຫ້ອງ​ການເມືອງ ກອງ​ພົນ​ທີ 2 ໄດ້​ຜ່ານ​ຂໍ້​ຕົກລົງ ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຂັ້ນ​ພະແນກການ​ຂຶ້ນ​ກັບ​ກອງ​ພົນ​ທີ 2 ໂດຍ​ອີງ​ຕາມ​ກົດໝາຍ​ນາຍ​ທະຫານ ກອງທັບ​ປະຊາຊົນ​ລາວ ໃນ​ນັ້ນ, ໄດ້​ແຕ່ງຕັ້ງ ສະຫາຍ ພັນ​ໂທ ສົມບູນ ສີ​ວັນ​ໄຊ ເປັນຫົວໜ້າ​ການເມືອງ​ໂຮງໝໍ ປ່ຽນ​ແທນ ສະຫາຍ ພັນ​ໂທ ບຸນ​ລອດ ອູ່​ທອງຄຳ ທີ່ໄດ້ຮັບນະໂຍບາຍ ພັກ​ການ ຮັບ​ບຳນານ ແລະ ແຕ່ງຕັ້ງ ສະຫາຍ ພັນ​ໂທ ຫຸມແພງ ວົງ​ຊົມ​ພູ ເປັນ​ຮອງ​ຫົວໜ້າ​ການເມືອງ ໂຮງໝໍ ປ່ຽນ​ແທນ ສະຫາຍ ພັນ​ໂທ ບຸນ​ທະວີ ຄຳ​ໝັ້ນ ທີ່ໄດ້ຮັບນະໂຍບາຍ ພັກ​ການ ຮັບບຳນານ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ສົມ​ຈິດ ແກ້ວ​ໄຊ​ຍະ​ວົງ ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ ໄດ້ຜ່ານມະຕິ ຕົກລົງ ວ່າດ້ວຍການແຕ່ງຕັ້ງ​ຄະນະໜ່ວຍ​ພັກ ໂຮງໝໍ ກອງພົນທີ 2 ຕື່ມ​ອີກ.      ໂອກາດນີ້, ສະຫາຍ ພັນ​ເອກ ບຸນ​ກ່ຳ ພິມ​ພົງພັນ ໄດ້​ເນັ້ນໜັກ​ໃຫ້​ນາຍ​ທະຫານ​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່​ເອົາໃຈໃສ່​ໃນ​ການ​ນຳພາ-ຊີ້​ນຳ​ກົມ​ກອງ​ຂອງ​ຕົນ ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ສືບຕໍ່​ປະກອບສ່ວນ​ປັບປຸງ​ກໍ່ສ້າງ​ກົມ​ກອງ, ເບິ່ງ​ແຍ່ງ ປິ່ນປົວ​ສຸຂະພາບ ຂອງ​ພະນັກງານ-ນັກຮົບ ແລະ ປະຊາຊົນ ທີ່​ເຂົ້າ​ມາ​ໃຊ້​ບໍລິການ ໃຫ້​ດີ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ ທີ່​ໄດ້​ຮັບ​ການ​ມອບ​ໝາຍ. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ