
ກອງພັນໃຫຍ່ 605 ສະຫຼຸບຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2024-06-20 09:09:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 557 | ຄວາມນິຍົມ:
ວັນທີ 18 ມິຖຸນາ 2024 ນີ້, ກອງພັນໃຫຍ່ 605 ໄດ້ຈັດຕັ້ງພິທີ ມອບຫຼຽນໄຊ ແລະ ໃບຍ້ອງຍໍຜົນງານ 5 ປີ (2019-2024) ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024), ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ປະເສີດ ທ່ຽງທຳ ຫົວໜ້າການທະຫານ ກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊຍະພອນ ປະທິລາດ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 605 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ, ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ, ອີງຕາມ ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການ
ຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ອີງຕາມ ຄຳສັ່ງແນະນຳ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຄັດເລືອກຜົນງານ 5 ປີ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ. ກະຊວງປ້ອງກັນປະເທດ ຕົກລົງ ມອບຫຼຽນໄຊ ແລະ ໃບຍ້ອງຍໍໃຫ້ພະນັກງານ-ນັກຮົບຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປັບປຸງກໍ່ສ້າງກົມກອງຕະຫຼອດໄລຍະ 5 ປີຜ່ານມາ, ໃນນີ້, ມອບຫຼຽນໄຊພິລະອາດຫານ ຊັ້ນ I ມີ 1 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ II ມີ 11 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ III ມີ 34 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 90 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 103 ສະຫາຍ ເຊິ່ງຕາງໜ້າມອບຫຼຽນໄຊ ແລະ ໃບຍ້ອງຍໍໃຫ້ພະນັກງານ-ນັກຮົບ ໂດຍສະຫາຍ ພັນເອກ ປະເສີດ ທ່ຽງທຳ ແລະ ສະຫາຍ ພັນໂທ ໄມສີ ມາວັນດີ ຫົວໜ້າການເມືອງ ກອງພັນໃຫຍ່ 605 ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພັນເອກ ປະເສີດ ທ່ຽງທຳ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບຜູ້ທີ່ມີຜົນງານດີເດັ່ນ ແລະ ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ສືບຕໍ່ປະ
ຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບມີແນວຄິດການເມືອງໜັກແໜ້ນ, ສືບຕໍ່ປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອບກອງທັບ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດຮອບດ້ານ, ເສີມຂະຫຍາຍຄວາມສາມັກຄີຮັກແພງພາຍໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ປະຕິບັດແຜນການທີ່ກອງພັນໃຫຍ່ວາງອອກ ພ້ອມກັນເຮັດສຳເລັດໜ້າທີ່ວຽກງານ, ວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້.
ໂດຍ: ນາງ ໜູແດງ ລາດສະແກ້ວ
ພາບໂດຍ: ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ