ເປີດຂະບວນການແຂ່ງຂັນ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ" ທົ່ວກົມໃຫຍ່ການເມືອງກອງທັບ ປະຈໍາປີ 2024
ເວລາອອກຂ່າວ: 2024-06-20 14:36:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1779 | ຄວາມນິຍົມ:
ໃນວັນທີ 20 ມິຖຸນາ 2024 ນີ້, ໄດ້ມີພິທີເປີດຂະບວນການແຂ່ງຂັນພາຍໃຕ້ຄໍາຂວັນ"ຮັກຊາດ ແລະ ພັດທະນາ" ປະຈໍາປີ 2024 ທົ່ວກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ພ້ອມດ້ວຍພະນັກງານ-ນັກຮົບທົ່ວກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.
ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ແລະ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ເພື່ອເປັນການປຸກລະດົມຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີIX, ການປະຕິບັດ 2 ວາລະແຫ່ງຊາດຂອງລັດຖະບານ, ມະຕິກອງປະຊຸມໃຫຍ່ຄັ້ງທີV ຂອງ ອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິV ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ປິ່ນອ້ອມ 4ໜ້າທີ່ໃຫຍ່ 26ແຜນງານເຂົ້າສູ່ວຽກງານຕົວຈິງຂອງແຕ່ລະກົມກອງ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ ບັນດາວັນປະຫວັດສາດທີ່ສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ກອງປະຊຸມໃຫຍ່ 3ຂັ້ນຂອງພັກໃນທົ່ວກົມໃຫຍ່ການເມືອງກອງທັບ ປີ 2024 ໃຫ້ມີບັນຍາກາດຟົດຟື້ນຢ່າງຕໍ່ເນື່ອງ ທັງເປັນການເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກອງທັບເຮົາໃຫ້ໜັກແໜ້ນ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ຂະບວນການແຂ່ງຂັນຍັງເປັນການຊຸກຍູ້ວຽກງານປັບປຸງກໍ່ສ້າງກອງທັບ ໂດຍເລັ່ງໃສ່ ສ້າງຈຸດສຸມກົມກອງຕົວແບບໃນການສ້າງກອງປອດໃສ ປອດໄພ ປອດຄະດີ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການສ້າງນັກຮົບແລະກອງວັດທະນະທຳ ໃຫ້ບັນລຸຕາມທິດຊີ້ນໍາຂອງຂັ້ນເທິງ. ຜ່ານການຈັດຕັ້ງເປີດຂະບວນການແຂ່ງຂັນ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ" ໃນປີ 2023 ຢູ່ກົມໃຫຍ່ການເມືອງກອງທັບ ຄະນະພັກ- ຄະນະບັນຊາບັນດາກົມ, ຫ້ອງການ, ກອງໃນທົ່ວກົມໃຫຍ່ການເມືອງກອງທັບ ໄດ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບໃນກົມກອງເຊື່ອມຊຶມກຳແໜ້ນ ແລະ ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໂດຍສະເພາະແມ່ນການຈັດຕັ້ງເຊື່ອມຊຶມ 2 ວາລະແຫ່ງຊາດຂອງລັດຖະບານ ເລັ່ງໃສ່ແກ້ໄຂບັນຫາຄວາມບໍ່ສະຫງົບໃນສັງຄົມ ແລະ ກົມກອງທັງຄຸ້ມຄອງສະພາບການເມືອງພາຍໃນຂອງພະນັກງານ ນັກຮົບ ນໍາພາກົມກອງສູ້ຊົນສ້າງກອງປອດໃສ ປອດໄພ ປອດຄະດີ, ສ້າງນັກຮົບວັດທະນະທໍາແລະກອງວັດທະນະທໍາທົ່ວກົມໃຫຍ່ການເມືອງກອງທັບ ມີ 42 ກົມກອງ ໄດ້ຮັບໃບຢັ້ງຢືນເປັນກອງ 3ປອດໄດ້ຈັດຕັ້ງກຳລັງປະຈໍາການກຽມພ້ອມສູ້ຮົບ, ປ້ອງກັນເວນຍາມສະຖານທີ່ຄ້າຍຄູແລະສາງຄັງຕ່າງໆໃນໄລຍະການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 75 ປີ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ນັກຮົບປະຕິບັດລະບອບດໍາເນີນຊີວິດການເມືອງ, ຄະນະພັກ-ຄະນະບັນຊາໄດ້ຊີ້ນາ-ນໍາພາກົມກອງຂອງຕົນອອກແຮງແຂ່ງຂັນສ້າງຂະບວນການດ້ານຕ່າງໆ ໂດຍຖືເອົາກໍາລັງແຮງຂອງອົງການຈັດຕັ້ງມະຫາຊົນຊາວໜຸ່ມ ແລະ ສະຫະພັນແມ່ຍິງເປັນເຈົ້າການເຄື່ອນໄຫວສ້າງຂະບວນການຈັດກິດຈະກຳກິລາ ແລະ ພົບປະສາມັກຄີແລກປ່ຽນບົດຮຽນຢູ່ພາຍໃນກົມກອງ ແລະ ກັບກົມກອງເພື່ອນ ນອກນີ້ ຍັງໄດ້ຈັດຕັ້ງກິດຈະກຳລົງຢ້ຽມຢາມ ຊ່ວຍເຫຼືອພະນັກງານເສຍອົງຄະຢູ່ສູນເສຍອົງຄະແຫ່ງຕ່າງໆ ພ້ອມນີ້ ຍັງໄດ້ອອກແຮງຊຸກຍູ້ເຄື່ອນໄຫວຈັດຕັ້ງປະຕິບັດຂະບວນການຕ່າງຕາມຂໍ້ແຂ່ງຂັນ 4ບຸກຂອງຊາວໜຸ່ມ ແລະ ຂໍ້ແຂ່ງຂັນ 3ດີ ຂອງສະຫະພັນແມ່ຍິງຕິດພັນກັບ 4ໜ້າທີ່ໃຫຍ່ 26ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກເຫັນວ່າຂະບວນການຢູ່ຫຼາຍກົມກອງປະຕິບັດໄດ້ດີ ແລະມີບັນຍາກາດຟົດຟື້ນຢ່າງກວ້າງຂວາງ. ຈາກນັ້ນ, ຕາງໜ້າບັນດາກົມ, ຫ້ອງການ, ກອງ ກໍໄດ້ຂຶ້ນຮັບເອົາເນື້ອໃນຂໍ້ແຂ່ງຂັນ ເພື່ອພ້ອມກັນປະຕິບັດຂໍ້ແຂ່ງຂັນດັ່ງກ່າວໃຫ້ເກີດດອກອອກຜົນໃນຕໍ່ໜ້າ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ