
ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງ
ເວລາອອກຂ່າວ: 2024-06-21 09:09:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 363 | ຄວາມນິຍົມ:
ໃນເວລາດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມິຖຸນາ 2024, ພາຍໃຕ້ການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງ
ປະທານສະພາແຫ່ງຊາດ, ທ່ານ
ວິໄລວັນ ບຸດດາຄຳ ຮອງປະທານ
ອົງການກວດກາແຫ່ງລັດ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ
(ສະບັບປັບປຸງ) ເຊິ່ງປະກອບມີ
10 ພາກ, 8 ໝວດ ແລະ 95 ມາດຕາ ນອກຈາກນີ້, ຍັງໄດ້ປັບ
ປຸງໂຄງສ້າງ, ຈັດລຽງບາງພາກ,
ບາງໝວດ ແລະ ບາງມາດຕາ.ໃນ
ນີ້, ໄດ້ຕັດອອກ 9 ມາດຕາ,ເພີ່ມ
ໃໝ່ 41 ມາດຕາ, ປັບປຸງ 38
ມາດຕາ, ຮັກສາເນື້ອໃນເກົ່າໄວ້
16 ມາດຕາ ເພື່ອໃຫ້ສະມາຊິກ
ສະພາແຫ່ງຊາດ ຄົ້ນຄວ້າ, ປະ
ກອບຄຳຄິດຄຳເຫັນ ໃສ່ຮ່າງກົດ
ໝາຍດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມ ແລະ ສາ
ມາດນຳໄປຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ.
ໂອກາດນີ້, ທ່ານ ວິໄລວັນ ບຸດດາຄຳ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໃນໄລຍະຜ່ານມາ ໂດຍໄດ້
ຖືກສ້າງຂຶ້ນ, ຮັບຮອງ ແລະ ປະ
ກາດໃຊ້ນັບແຕ່ປີ 2005 ຈາກນັ້ນໄດ້ປັບປຸງຄັ້ງທີ 1 ໃນປີ 2012 ແລະ ປັດຈຸບັນ ກຳລັງປັບປຸງເປັນຄັ້ງທີ 2 ເພື່ອໃຊ້ເປັນບ່ອນອີງ ໃຫ້
ແກ່ການເຄື່ອນໄຫວວຽກງານສະ
ກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການກໍ່ສ້າງ-ປັບປຸງກົງຈັກ
ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການ ຕ້ານການສໍ້ລາດ
ບັງຫຼວງແຕ່ລະຂັ້ນ. ຜ່ານການ
ຈັດຕັ້ງປະຕິບັດຕົວຈິງ ໃນໄລຍະ
ຜ່ານມາ, ເຫັນໄດ້ດ້ານດີຕັ້ງໜ້າ
ແລະ ດ້ານອ່ອນຄົງຄ້າງ,ປະກົດ
ການລ່ວງລະເມີດກົດໝາຍ ແລະ ລະບຽບການຕ່າງໆ ເປັນຕົ້ນ ການ
ຍັກຍອກ-ສໍ້ໂກງ, ການໃຫ້-ຮັບສິນບົນ, ການສວຍໃຊ້ຖານະຕຳ
ແໜ່ງ-ໜ້າທີ່, ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ
ແລະ ອື່ນໆ ເຊິ່ງບັນຫາດັ່ງກ່າວ,
ກໍໄດ້ຮັບການແກ້ໄຂ, ໄດ້ປະກອບ
ສ່ວນສຳຄັນ ເຂົ້າໃນການຮັບປະ
ກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບປອດ
ໄພ, ການພັດທະນາເສດຖະກິດ-
ສັງຄົມ, ການລົງທຶນພາຍໃນ ແລະ
ຕ່າງປະເທດ ສືບຕໍ່ຂະຫຍາຍຕົວ
ຢ່າງຕໍ່ເນື່ອງ ແລະ ດຳເນີນສອດ
ຄ່ອງຕາມກົດໝາຍ, ປະກົດການ
ຫຍໍ້ທໍ້ຕ່າງໆ ໄດ້ຖືກຕີຖອຍ ໂດຍ
ພື້ນຖານ. ເຖິງແນວໃດກໍຕາມ,
ເມື່ອທຽບໃສ່ຄວາມຮຽກຮ້ອງ
ຕ້ອງການຕົວຈິງຂອງສະພາບ
ການໃໝ່, ເຫັນວ່າກົດໝາຍດັ່ງ
ກ່າວ, ຍັງບໍ່ທັນຄົບຖ້ວນ. ສະນັ້ນ,
ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້
ຮັບການປັບປຸງແກ້ໄຂຕື່ມອີກ
ເພື່ອເຮັດໃຫ້ເນື້ອໃນຂອງກົດ
ໝາຍຄົບຖ້ວນ, ຊັດເຈນ, ສອດ
ຄ່ອງກັບສະພາບການໃໝ່, ຈັດຕັ້ງປະຕິບັດມີປະສິດທິຜົນ ແລະ ເພື່ອຮວບຮວມເອົາບາງເນື້ອໃນ
ທີ່ກ່ຽວຂ້ອງກັບວຽກງານສະກັດ
ກັ້ນ ແລະ ຕ້ານການສໍ້ລາດບັງ
ຫຼວງ ທີ່ໄດ້ກຳນົດຢູ່ໃນກົດໝາຍ,
ລະບຽບການ ແລະ ນິຕິກຳອື່ນໆ
ມາໄວ້ໃນກົດໝາຍສະບັບນີ້ ເຮັດ
ໃຫ້ມີລັກສະນະກວມລວມ,ການ
ຈັດຕັ້ງປະຕິບັດຕົວຈິງມີຄວາມ
ເປັນເອກະພາບ, ການເຄື່ອນໄຫວ
ວຽກງານດັ່ງກ່າວ ມີຄວາມສັກ
ສິດ, ໜັກແໜ້ນ, ເຂັ້ມແຂງ.
ພາຍຫຼັງທີ່ຮ່າງກົດໝາຍດັ່ງກ່າວ, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະກາຍເປັນນິຕິິ
ກຳພື້ນຖານທີ່ສຳຄັນ ໃຫ້ແກ່ການ
ເຄື່ອນໄຫວວຽກງານສະກັດກັ້ນ
ແລະ ຕ້ານການສໍ້ລາດບັງຫຼວງ, ເປັນບ່ອນອີງທີ່ຈະແຈ້ງຊັດເຈນ ໃຫ້ແກ່ການນຳພາ-ຊີ້ນຳ ຂອງຄະ
ນະພັກ, ຄະນະນຳ ຂອງອົງການລັດ ກໍຄືອົງການຕ້ານການສໍ້ລາດ
ບັງຫຼວງແຕ່ລະຂັ້ນ ໃນການແກ້
ໄຂບັນຫາດັ່ງກ່າວ ເຊິ່ງຈະປະ
ກອບສ່ວນສຳຄັນ ເຂົ້າໃນການຮັບປະກັນເຮັດໃຫ້ປະເທດຊາດ ມີຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການ ເມືອງທີ່ໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ