ຜົນສຳເລັດການພິຈາລະນາວຽກງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
ເວລາອອກຂ່າວ: 2024-06-21 09:09:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 316 | ຄວາມນິຍົມ:
ໃນວັນທີ 19 ມິຖຸນາ 2024 ນີ້, ທ່ານ ສົມມາດ ພົນເສນາ ກຳມະ
ການສູນກາງພັກ, ຮອງປະທານ
ສະພາແຫ່ງຊາດ ໄດ້ຖະແຫຼງການ
ກ່ຽວກັບຜົນການພິຈາລະນາວຽກງານ ຂອງລັດຖະບານໃນ
ການຈັດຕັ້ງປະຕິບັດແຜນພັດ
ທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ທີ່ຕິດພັນກັບການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ແລະ ຜົນການພິຈາລະນາ ບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບ ປະຈຳປີ
2023 ຕາມມະຕິ ຂອງສະພາແຫ່ງ
ຊາດ ເລກທີ 114/ສພຊ, ລົງວັນທີ 21 ພະຈິກ 2024 ໃນກອງປະ
ຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.
ທ່ານ ສົມມາດ ພົນເສນາ ໄດ້ຖະແຫຼງການວ່າ: ພາຍຫຼັງທີ່
ໄດ້ຮັບຟັງ ການລາຍງານຂອງລັດ
ຖະບານແລ້ວ ບັນດາທ່ານສະ
ມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນ
ປະໂຫຍດ ຂອງປະຊາຊົນບັນດາ
ເຜົ່າ ໄດ້ສຸມໃສ່ຄົ້ນຄວ້າ ແລະ
ປະກອບຄວາມເຫັນຢ່າງກວ້າງ
ຂວາງ, ເລິກເຊິ່ງ, ໄດ້ມີການຊັກ
ຖາມ ຕໍ່ລັດຖະບານ ເຊິ່ງສະມາ
ຊິກລັດຖະບານ ກໍໄດ້ຊີ້ແຈງໃຫ້ຄວາມກະຈ່າງແຈ້ງ ຕໍ່ຄຳຊັກຖາມ
ແລະ ຕໍ່ບັນຫາຕ່າງໆ ທີ່ສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນ ຢ່າງ
ກົງໄປກົງມາ. ພິເສດກອງປະຊຸມ
ຍັງໄດ້ຮັບຟັງການອະທິບາຍຊີ້
ແຈງ ຂອງທ່ານນາຍົກລັດຖະມົນ
ຕີ ແລະ ປະທານສະພາແຫ່ງຊາດ
ໄດ້ມີຄຳເຫັນສະຫຼຸບສັງລວມ. ເຊິ່ງ
ຂ້າພະເຈົ້າຂໍສັງລວມຫຍໍ້ ດັ່ງນີ້:
ຕໍ່ການປະຕິບັດແຜນການ 6 ເດືອນ
ຕົ້ນປີ 2024, 1.) ການເຕີບ
ໂຕເສດຖະກິດ ໃນໄລຍະ 6 ເດືອນ
ຕົ້ນປີ 2024 ສາມາດບັນລຸໄດ້
ໃນລະດັບ 4,7%. GDP ຄາດຄະເນ 6 ເດືອນ ຕົ້ນປີ 2024 ຈະບັນລຸ 148.043 ຕື້ກີບ ຫຼື ເທົ່າກັບ 50,4% ຂອງແຜນການ; 2.) ການຈັດເກັບລາຍຮັບທຽບ
ໃສ່ໄລຍະດຽວກັນຂອງປີກາຍ
ເພີ່ມຂຶ້ນ 64% ອັນພົ້ນເດັ່ນແມ່ນ
ລັດຖະບານ ໄດ້ມອບຫົວໜ່ວຍ
ວິສາຫະກິດ ທີ່ສູນກາງຄຸ້ມຄອງ
ໃຫ້ທ້ອງຖິ່ນເປັນຜູ້ຄຸ້ມຄອງ ເຮັດ
ໃຫ້ ມີ 1 ແຂວງ ສາມາດປະຕິ
ບັດລາຍຮັບໄດ້ເກີນ 100% ແລະ
ມີ 5 ແຂວງ ສາມາດປະຕິບັດໄດ້
ຫຼາຍກວ່າ 70% ຂຶ້ນໄປ ແຕ່
ເມືອທຽບໃສ່ກັບອັດຕາເງິນເຟີ້ແລ້ວ ລາຍຮັບແມ່ນຍັງຫຼຸດລົງ; 3.) ລັດຖະບານ ໄດ້ມີຄວາມພະ
ຍາຍາມການແກ້ໄຂອັດຕາເງິນ
ເຟີ້, ແກ້ໄຂການແລກປ່ຽນນອກ
ລະບົບ, ຄຸ້ມຄອງເງິນຕາຕ່າງປະ
ເທດ ໂດຍມີການຈັດຕັ້ງປະຕິ
ບັດນະໂຍບາຍ ເງິນຕາ ທີ່ຮັດກຸມ,
ຄຸ້ມຄອງອັດຕາແລກປ່ຽນບໍ່ໃຫ້
ຜັນຜວນແຮງ, ລະດົມເງິນຕາຕ່າງ
ປະເທດເຂົ້າສູ່ລະບົບທະນາຄານ
ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງ ແລະ ຊຸກຍູ້ສົ່ງເສີມ ນະໂຍບາຍສິນເຊື້ອຫຼາຍຂຶ້ນ; ຄຸ້ມຄອງການນຳເຂົ້າ-ສົ່ງອອກຜ່ານລະບົບທະ
ນາຄານ, ຄັງສຳຮອງເງິນຕາຕ່າງ
ປະເທດ ສາມາດກຸ້ມການນຳເຂົ້າ
ໄດ້ຢູ່ 4,2 ເດືອນ; 4.) ໄດ້ເອົາ
ໃຈໃສ່ປັບປຸງການຮຽນການສອນ
ທຸກຊັ້ນຮຽນ ຕິດພັນກັບການ
ແກ້ໄຂບັນຫາຄູອາສາສະໝັກ ການຂາດແຄນຄູສອນ ແລະ ການ
ຂາດຮຽນຂອງນັກຮຽນໃນເຂດ
ຊົນນະບົດ ຕາມ 5 ນະໂຍບາຍ,
ປັດຈຸບັນ ໄດ້ປະຕິບັດເງິນນະໂຍ
ບາຍສຳລັບຄູອາສາສະໝັກຄືກັບ
ຄູທີ່ເປັນລັດຖະກອນແລ້ວ; ສືບຕໍ່
ດຳເນີນການຫັນໂຮງໝໍກຸ້ມຕົນເອງ ຂອງ 3 ໂຮງໝໍສູນກາງ ແລະ
ສືບຕໍ່ພັດທະນາຕາໜ່າງການບໍລິ
ການ ສາທາລະນະສຸກໃນທົ່ວປະ
ເທດ; 5.) ໄດ້ໂຈະໂຄງການທົດ
ລອງ ແລະ ຫັນໄປສູ່ຮູບການປົກ
ກະຕິ, ໂຈະການພິຈາລະນາອະນຸ
ມັດໂຄງການໃໝ່ກ່ຽວກັບໂຄງ
ການຂຸດຄົ້ນແຮ່ທາດ ເພື່ອດຳເນີນການປະເມີນຄືນ ເຊິ່ງໂຄງການໃດທີ່ຈັດຢູ່ໃນປະເພດ C+ ແລະ C ຈະໄດ້ມີການດຳເນີນ ຕາມຂັ້ນຕອນທີ່ກຳນົດ ໄວ້ໃນກົດໝາຍ; 6.) ລັດຖະບານ ໄດ້ສະເໜີໃຫ້
ຄະນະປະຈຳສະພາແຫ່ງຊາດ ອອກມະຕິຮັບຮອງ ການຮັບຮູ້
ສິດນຳໃຊ້ທີ່ດິນໃນເຂດທີ່ດິນປ່າ
ໄມ້ ຂອງປະຊາຊົນ ເພື່ອຂຶ້ນທະ
ບຽນອອກໃບຕາດິນ ໃຫ້ປະຊາ
ຊົນທີ່ອາໄສ ແລະ ທຳການຜະລິດ
ຢູ່ໃນ 3 ປະເພດປ່າ ເພື່ອຮັບປະກັນ
ການອອກໃບຕາດິນຢ່າງແຂງ
ແຮງ; ຕໍ່ທິດທາງແຜນການ 6
ເດືອນທ້າຍປີ 2024, ສະພາແຫ່ງຊາດ ໄດ້ມອບໃຫ້ລັດຖະບານ ເພີ່ມ
ຄວາມເອົາໃຈໃສ່ ໃນການຜັນຂະ
ຫຍາຍມະຕິ ຂອງກົມການເມືອງ
ສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດ
ຖະກິດເອກະລາດ ເປັນເຈົ້າຕົນ
ເອງ ໃນໄລຍະໃໝ່ ເຂົ້າໃນການ
ຈັດຕັ້ງຜະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ແລະ ສືບຕໍ່ປະຕິບັດທິດທາງ, ເປົ້າໝາຍລວມ ແລະ
ແຜນວຽກຈຸດສຸມ ຂອງລັດຖະ
ບານ ຕາມທີ່ໄດ້ກຳນົດໄວ້ໃນ ມະຕິ
ກອງປະຊຸມສະພາແຫ່ງຊາດ ໃຫ້ບັນລຸຕາມແຜນການ; ສືບຕໍ່ສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໂດຍສະເພາະ ແກ້ໄຂບັນຫາການ ເໜັງ
ຕີງ ຂອງອັດຕາແລກປ່ຽນ, ການເໜັງຕີງຂອງລາຄາສິນຄ້າ, ຢັບ
ຢັ້ງສະພາບເງິນເຟີ້ບໍ່ໃຫ້ເພີ່ມຂຶ້ນ
ສູງ ແລະ ບັນຫາໜີ້ສິນຕ່າງປະ
ເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວ່າງອອກຢ່າງ
ເຂັ້ມງວດ; ຄົ້ນຄວ້າເພີ່ມເງິນນະ
ໂຍບາຍ, ເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະ
ນັກງານບຳນານ ໄປພ້ອມກັບການ
ປັບຄ່າແຮງງານຕ່ຳສຸດ ໃຫ້ໄປຕາມສະພາບເສດຖະກິດ ແລະ ຄ່າ
ຄອງຊີບ ໃນປັດຈຸບັນ; ປັບປຸງສະ
ພາບແວດລ້ອມ ຂອງການລົງ
ທຶນ ແລະ ການດຳເນີນທຸລະກິດ
ຢູ່ສປປ ລາວໃຫ້ໂລ່ງລ່ຽນຂຶ້ນ, ຕັດ
ຂັ້ນຂອດທ່ີອຸດຕັນອອກໃຫ້ໄດ້,
ສຸມໃສ່ແກ້ໄຂບັນຫາການສະ
ໜອງພະລັງງານໄຟຟ້າ ບໍ່ພຽງ
ພໍກັບຄວາມຕ້ອງການ, ພັດທະນາ
ພະລັງງານລົມ, ພະລັງງານແສງ
ອາທິດ ທີ່ສາມາດກໍ່ສ້າງໄວ ໂດຍ
ສະເພາະ ພະລັງງານແສງອາທິດ
ໃນເຂດອ່າງນໍ້້າໜ້າເຂື່ອນໄຟຟ້າ,
ເຂດທີ່ດິນປອກໂລ້ນ, ດິນຫີນແຮ່
ທີ່ບໍ່ເໝາະສົມແກ່ການພັດທະ
ນາກະສິກຳ; ສືບຕໍ່ສູ້ຊົນສຸມໃສ່
ການເກັບລາຍຮັບງົບປະມານ ປີ
2024 ໃຫ້ໄດ້ຕາມແຜນ ຫຼື ເກີນ
ແຜນ, ສຸມໃສ່ຂະຫຍາຍຖານລາຍ
ຮັບໃໝ່ ໃຫ້ເພີ່ມຂຶ້ນ, ເກັບລາຍ
ຮັບຈາກຖານທີ່ມີຢູ່ແລ້ວໃຫ້ຄົບ
ຖ້ວນ, ເລັ່ງການຫັນການເກັບລາຍ
ຮັບໃຫ້ເປັນທັນສະໄໝໃຫ້ກວ້າງ
ແລະ ກວມເອົາຫຼາຍຂົງເຂດ ໂດຍ
ສະເພາະການເກັບລາຍຮັບຢູ່ດ່ານ, ການເກັບລາຍຮັບຈາກຄ່າ
ທຳນຽມ, ຄ່າບໍລິການ ແລະ ອື່ນໆ; ສືບຕໍ່ພັດທະນາພື້ນຖານ
ໂຄງລ່າງການກໍ່ສ້າງປັບປຸງເສັ້ນ
ທາງໃຫ້ໄດ້ຄຸນນະພາບ, ຖືກຕ້ອງ
ຕາມມາດຕະຖານເຕັກນິກ ແລະ
ໃຫ້ສຳເລັດຕາມແຜນທີ່ກຳນົດໄວ້, ພ້ອມທັງປັບປຸງລະບົບຂົນ
ສົ່ງຕ່າງໆໃຫ້ມີຄວາມວ່ອງໄວ, ທັນສະໄໝ ສາມາດແຂ່ງຂັນກັບ
ພາກພື້ນ ແລະ ສາກົນ; ສືບຕໍ່ໂຄງ
ການປ້ອງກັນຕາຝັ່ງຕາມແມ່ນ້ຳ
ຊາຍແດນ ແລະ ຈັດສັນທຶນຮອນ
ທີ່ເໝາະສົມ ໃຫ້ວຽກງານດັ່ງ
ກ່າວ; ເອົາໃຈໃສ່ຊຸກຍູ້ສົ່ງເສີມ
ການຜະລິດ ໃຫ້ແຂງແຮງຂື້ນ
ກວ່າເກົ່າ ພ້ອມທັງຄົ້ນຄວ້າປະ
ເມີນຄືນ ບັນດາລາຍການສິນຄ້າ
ທີ່ສາມາດຜະລິດໄດ້ ເປັນຕົ້ນ
ຝຸ່ນ, ອາຫານສັດ ຮັບປະກັນການສະໜອງ ແລະ ຊົມໃຊ້ ຢູ່ພາຍໃນໃຫ້ພຽງພໍກັບຄວາມຕ້ອງການ ພ້ອມທັງມີກົນໄກປະສານສົມທົບ ລະຫວ່າງ ຂະແໜງ ກະສິກຳ ແລະ
ປ່າໄມ້ ກັບ ຂະແໜງອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າກຳນົດມາດຕະການ ຈຳກັດການນຳເຂົ້າສິນຄ້າ ທີ່ສາມາດຜະລິດໄດ້ຢູ່ພາຍໃນ ແລະ ຫຼຸດຜ່ອນການສົ່ງອອກວັດຖຸດິບບາງລາຍການ ທີ່ຍັງມີຄວາມຕ້ອງການຊົມໃຊ້ພາຍໃນ ເປັນຕົ້ນ ຂີ້ເບຍ ແລະ ອື່ນໆ ເພື່ອຮັບປະກັນການຊົມໃຊ້ພາຍໃນໃຫ້ພຽງພໍ; ມອບໃຫ້ລັດຖະບານ ສຸມໃສ່ປັບປຸງສະພາບການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ, ສືບຕໍ່ປະຕິບັດນະໂຍບາຍ ແລະ ມາດຕະການ ໃນການແກ້
ໄຂການປະລະການຮຽນ, ບັນຫາການຂາດແຄນຄູ, ການປະຕິບັດນະໂຍບາຍອຸດໜູນຄູອາສາສະໜັກ ແລະ ແພດອາສາສະໝັກ ຕາມມະຕິເລກທີ 09/ລບ ໃຫ້ເປັນ
ຮູບປະທຳຫຼາຍຂຶ້ນ ເຖິງວ່າຍັງມີ
ຄວາມຫຍຸ້ງຍາກ ທາງດ້ານເສດ
ຖະກິດ-ການເງິນ ກໍໃຫ້ເອົາໃຈໃສ່ ໃນການລົງທຶນເຂົ້າໃນຂະແໜງສຶກສາທິການ ແລະ ສາທາລະນະສຸກ. ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃນປີທ່ອງທ່ຽວລາວ ຕິດພັນກັບການເປັນປະທານອາຊຽນ ແລະ ປະທານໄອປາ;
ອີງຕາມ ວາລະກອງປະຊຸມ ໃນວັນທີ 2 ກໍລະກົດ 2024 ທີ່ຈະມາເຖິງນີ້, ຜູ້ແທນກອງປະຊຸມ
ຈະໄດ້ລົງຄະແນນຮັບຮອງ ມະ
ຕິກອງປະຊຸມສະພາແຫ່ງຊາດ
ກ່ຽວກັບ ແຜນພັດທະນາເສດຖະ
ກິດ-ສັງຄົມແຫ່ງຊາດ, ແຜນງົບ
ປະມານແຫ່ງລັດ ແລະ ແຜນເງິນ
ຕາ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ