
1 ປີຜ່ານມາ ກອງບັນຊາການທະຫານເມືອງໄຊຍະບູລີ ກຳແໜ້ນວຽກງານກໍ່ສ້າງຮາກຖານການເມືອງ
ເວລາອອກຂ່າວ: 2024-06-21 09:11:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 382 | ຄວາມນິຍົມ:
ສະຫາຍ ພັນໂທ ບຸນທະວີ ຖານະພັນ ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການທະຫານເມືອງໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ເມືອງໄຊຍະບູລີ ເປັນເມືອງເທສະບານຂອງແຂວງໄຊຍະບູລີ ທິດເໜືອຕິດກັບເມືອງຫົງສາ ແລະ ເມືອງຈອມເພັດ ແຂວງຫຼວງພະບາງ ທິດໃຕ້ຕິດກັບເມືອງພຽງ, ເມືອງປາກລາຍ, ທິດຕາເວັນອອກຕິດກັບແມ່ນ້ຳຂອງ ແລະ ທິດຕາເວັນຕົກຕິດກັບເມືອງໄຊສະຖານ ມີເນື້ອທີ່ທັງໝົດ 3.010 ກິໂລແມັດ ເນື້ອທີ່ສ່ວນຫຼາຍເປັນພູຜາກວມເອົາ 60%, ທົ່ງພຽງກວມເອົາ 40%; ສະພາບພາຍໃນເມືອງມີຄວາມສະຫງົບໂດຍພື້ນຖານ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີ
ຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ມີນັກທ່ອງທ່ຽວ, ນັກທຸລະກິດພາຍໃນ ແລະ ຕ່າງປະເທດເຂົ້າມາຢ່າງຫຼວງຫຼາຍ, ປະຊາຊົນບັນດາເຜົ່າອາໄສຢູ່ຢ່າງໜາແໜ້ນ ຈຶ່ງເປັນເງື່ອນໄຂຫຍຸ້ງຍາກໃນການຄຸ້ມຄອງ ແລະ ເຮັດໃຫ້ກຸ່ມຄົນບໍ່ດີເຄື່ອນໄຫວໄດ້ງ່າຍ ຕໍ່ສະພາບການດັ່ງກ່າວ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ກໍຄືຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງໄຊຍະບູລີ ໄດ້ເປັນເຈົ້າການຊີ້ນຳສອງກຳລັງ ແລະ ອຳນາດການປົກຄອງທ້ອງຖິ່ນ ເຮັດໜ້າທີ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ປັບປຸງກໍ່ສ້າງຮາກຖານການເມືອງໃຫ້ມີຄວາມໜັກແໜ້ນ ຕາມທິດທາງແຜນການຂອງຄະນະປະຈຳພັກແຂວງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ປະສານສົມທົບກັບກຳລັງປ້ອງກັນຄວາມສະຫງົບ, ກຳລັງຫຼວງ, ຫ້ອງການອ້ອມຂ້າງພາຍໃນເມືອງ ປະຕິບັດຕາມທິດຊີ້ນຳ ຂອງຄະນະປະຈຳພັກເມືອງ ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ຊ່ວຍປະຊາຊົນກອບກູ້ໄພພິບັດ, ທຳການຜະລິດ, ປຸກສ້າງຕ່າງໆ ຕາມທິດຊີ້ນຳ ຂອງຂັ້ນເທິງວາງອອກເຫັນວ່າພະນັກງານ-ນັກຮົບ ມີແນວຄິດອຸ່ນອ່ຽນທຸ່ນທຽງ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດດີ, ມີຄວາມຫ້າວຫັນຕໍ່ໜ້າທີ່ການເມືອງ, ຮູ້ຈຳແນກມິດ ແລະ ສັດຕູ
ຢ່າງຈະແຈ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສຳເລັດໜ້າທີ່ວຽກງານຕ່າງໆຂອງຕົນເປັນຢ່າງດີ.
ຕໍ່ສະພາບ ຂອງກຳລັງອິດທິປໍລະປັກໃນໄລຍະ 1 ປີຜ່ານມາພວກເຂົາໄດ້ຈັດຕັ້ງປະຕິບັດເລ່ລ່ຽມກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກເຂົາ ເພື່ອຫວັງທຳລາຍມ້າງເພລະບອບໃໝ ່ຂອງພວກເຮົາໂດຍການໂຄສະນາຊວນເຊື່ອທາງສື່ສັງຄົມອອນລາຍ ແລະ ແພັດຟອມຕ່າງໆ ເຮັດໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າຜູ້ທີ່ຮູ້ເທົ່າບໍ່ເຖິງການຫຼົງໄຫຼໄປຕາມທິດຂອງພວກເຂົາ ເປັນຕົ້ນແມ່ນໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ ພ້ອມນີ້,
ຍັງຍຸຍົງກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ເປັນຕົ້ນແມ່ນບັນຫາການຂີ່ລັກ, ຢາເສບຕິດ, ຫຼິ້ນກິນຟູມເຟືອຍ, ການຄ້າຂາຍເຖື່ອນ ແລະ ອື່ນໆ ຕໍ່ບັນ
ຫາດັ່ງກ່າວ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ກໍຄືຂັ້ນເມືອງໄດ້ປະສານສົມທົບກັບກອງພົນທີ 2, ກອງບັນຊາການປ້ອງກັນ
ຄວາມສະຫງົບແຂວງ, ເມືອງ, ປກສ ກຸ່ມບ້ານ ແລະ ອົງການປົກຄອງບ້ານ ພ້ອມກັນວາງແຜນການເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜງທີ່ເປັນເປົ້າໝາຍໄດ້ຂາດຕົວ ຮັບປະກັນເຮັດໃຫ້ທົ່ວເມືອງມີຄວາມສະຫງົບໂດຍພື້ນຖານ; ສ່ວນອົງການປົກຄອງທ້ອງຖິ່ນເມືອງໄຊຍະບູລີ ປະກອບມີ 78 ບ້ານ, ມີພົນ
ລະເມືອງທັງໝົດ 82.414 ຄົນ, ຍິງ 40.638 ຄົນ, ມີ 15.926 ຄອບຄົວ, ປະກອບມີ 8 ເຜົ່າ, ພື້ນຖານປະຊາຊົນ ມີແນວຄິດຮັກຊາດ, ຮັກບ້ານເກີດເມືອງ
ນອນຂອງຕົນ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ ຍູ້ແຍ້ງການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍ
ຕົວຢ່າງຕໍ່ເນື່ອງຕິດພັນກັບການສ້າງທ່າສະໜາມ 3 ຂັ້ນ, ສ້າງກອງຮ້ອຍກອງຫຼອນແບບຢ່າງ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ສ້າງບ້ານແຮກສ່ຽວ, ຄອບຄົວປ້ອງກັນຊາດເຂັ້ມແຂງ,ໄດ້ຈັດຕັ້ງເອົາພະນັກງານໄປປະຈຳຢູ່ 11 ກອງຮ້ອຍກອງຫຼອນໃນທົ່ວເມືອງ ນອກນັ້ນ, ຍັງໄດ້ປັບປຸງອົງການປົກຄອງບ້ານໂພນສີດາ, ນາຂອນແກ່ນ, ບ້ານແກ້ວ ແລະ ບ້ານນາທັງ ນຳອົງການປົກຄອງເມືອງ 2 ຄັ້ງ ມີ 7 ສະຫາຍ, ເກັບກຳປະເມີນຄືນບ້ານປ້ອງກັນຊາດເຂັ້ມແຂງໄດ້ 76 ບ້ານ, ຍັງຄ້າງ 2 ບ້ານ ແລະ ມອບໃບຢັ້ງຢືນໃຫ້ຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 14.823 ຄອບຄົວ, ຍັງຄ້າງ 578 ຄອບຄົວ ປັດຈຸບັນທົ່ວເມືອງໄຊຍະບູລີ ມີບ້ານປ້ອມໝັ້ນ 68 ບ້ານ, ກຸ່ມບ້ານສູ້ຮົບຕິດລຽນມີ 6 ກຸ່ມບ້ານ.
ສະຫາຍ ພັນໂທ ບຸນທະວີ ຖານະພັນ ຍັງໃຫ້ຮູ້ຕື່ມວ່າ: ນອກຈາກນັ້ນ ຍັງໄດ້ຈັດຕັ້ງກຳລັງປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ມີຄະນະປະ
ຈຳການ, ສິດປະຈຳການ, ພາຫະນະປະຈຳການ ເພື່ອຕິດຕາມສະພາບຕ່າງໆທີ່ເກີດຂຶ້ນພາຍໃນເມືອງໃຫ້ເປັນປົກກະຕິ, ສ້າງແຜນການຊີ້ນຳກຳລັງກອງຫຼອນບ້ານ, ປກສ ກຸ່ມບ້ານ ເຄື່ອນໄຫວສາລະເວເກັບກຳສະພາບຢູ່ຮາກຖານໄດ້ 15 ຄັ້ງ ມີ 4.000 ສະຫາຍເຂົ້າຮ່ວມ ປະສານສົມທົບ ປກສ ເມືອງ, ກຳລັງກອງຫຼອນ-ປກສ ບ້ານ ເຄື່ອນໄຫວປ້ອງກັນວັນບຸນສຳຄັນຕ່າງໆ ຂອງຊາດ, ຂອງພັກ
ແລະ ຂອງກອງທັບໄດ້ທັງໝົດ 20 ຄັ້ງ ມີ 110 ສະຫາຍ ຮັບປະກັນສະພາບພາຍໃນເມືອງໄຊຍະບູລີ ມີຄວາມສະຫງົບ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ