ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ມອບ-ຮັບໜ້າທີ່ ຫົວໜ້າການເມືອງກອງພັນໃຫຍ່ 702 ລະຫວ່າງ ຜູ້ເກົ່າແລະຜູ້ໃໝ່
ເວລາອອກຂ່າວ: 2024-06-21 12:45:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1833 | ຄວາມນິຍົມ:



ໃນວັນທີ19 ມິຖຸນາ 2024 ນີ້, ຢູ່ທີ່ຫ້ອງປະຊຸມກອງພັນໃຫຍ່702 ໄດ້ຈັດພິທີມອບ -ຮັບໜ້າທີ່ລະຫວ່າງ ສະຫາຍ ພັນເອກ ສີວິໄລພົງ ເພົ້າວິໄລ ຫົວໜ້າການເມືອງກອງພັນໃຫຍ່702 (ຜູ້ເກົ່າ) ທີ່ພັກຮັບບໍານານ ແລະ ສະຫາຍ ພັນໂທ ສີແພງ ດວງທິໄຊຫົວໜ້າການເມືອງກອງພັນໃຫຍ່702 (ຜູ້ໃໝ່), ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນ ຈັດຕະວາ ບຸນມາ ຈັນທະວົງສາຮອງເລຂາຄະນະພັກ,ຫົວໜ້າການເມືອງກອງບັນຊາການທະຫານອາກາດ,ມີຄະນະພັກ-ຄະນະບັນຊາ,ພະແນກການ,ກອງພັນນ້ອຍ, ກອງຮ້ອຍເອກະລາດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນເອກ ສີວິໄລພົງ ເພົ້າວິໄລຫົວໜ້າການເມືອງກອງພັນໃຫຍ່702 (ຜູ້ເກົ່າ) ໄດ້ສະຫຼຸບຄືນກ່ຽວກັບການຊີ້ນໍາ-ນໍາພາໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ, ພ້ອມທັງມອບໃຫ້ ສະຫາຍ ພັນໂທ ສີແພງ ດວງທິໄຊ ຫົວໜ້າການເມືອງກອງພັນໃຫຍ່702 (ຜູ້ໃໝ່) ສືບຕໍ່ເພີມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຮັດໃຫ້ສໍາເລັດຕາມການມອບໝາຍ ແລະ ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດໃນຂົງເຂດວຽກງານຕ່າງໆທີ່ຂັ້ນເທິງມອບໃຫ້. ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາຮອງເລຂາຄະນະພັກ,ຫົວໜ້າການເມືອງກອງບັນຊາການທະຫານອາດ ກໍໄດ້ໂອ້ລົມຫຼາຍບັນຫາສໍາຄັນ ໂດຍສະເພາະແມ່ນພະນັກງານຂັ້ນນໍາພາ-ບັນຊາຕ້ອງຮັບຮູ້ ແລະ ເຂົ້າໃຈກ່ຽວ ກັບເຫດຜົນໃນການບັນຈຸສັບຊ້ອນໜ້າທີ່ໃໝ່ ພ້ອມເນັ້ນໜັກ ໃຫ້ບັນດາ ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາໃຈໃສ່ໃນການເປັນເຈົ້າການແລະເປັນແບບຢ່າງໃນການນໍາພາແລະກໍາແໜ້ນສະພາບການ,ວຽກງານຮອບດ້ານ, ເອົາໃຈໃສ່ຄົ້ນຄວ້າແລະກໍານົດບັນດາວຽກງານທີ່ຕ້ອງປະຕິບັດ, ເຮັດວຽກຕ້ອງມີຈຸດສຸມແບ່ງປັນມອບໝາຍໜ້າທີ່ຢູ່ໃນຄະນະຢ່າງລະອຽດ, ຈະແຈ້ງຕິດພັນແໜ້ນກັບຫຼັກການລວມສູນປະຊາທິປະໄຕມີຄວາມສາມັກຄີໃນໜູ່ຄະນະໃຫ້ແໜ້ນແຟ້ນ, ພ້ອມລົງເລິກໃກ້ຊິດຕິດແທດກັບບັນດາຂະບວນການຕ່າງໆໃນກົມກອງ, ໃຫ້ເອົາໃຈໃສ່ໃນການຄົ້ນຄ້ວາຮໍ່າຮຽນທາງດ້ານທິດສະດີການເມືອງ,ການທະຫານແລະວິຊາສະເພາະເພື່ອຄວາມສາມາດໃນການປະຕິບັດໜ້າທີວຽກງານໃນຕໍ່ໜ້າ. ພາບ - ຂ່າວ ຄໍາພອນ ແພງພະຈັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ