
ໂຮງຮຽນການທະຫານທ້ອງຖິ່ນແຂວງສະຫວັນນະເຂດປິດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີVIII
ເວລາອອກຂ່າວ: 2024-06-21 12:47:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1917 | ຄວາມນິຍົມ:
ວັນທີ20 ມິຖຸນາ 2024 ນີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງສະຫວັນນະເຂດ ໄດ້ປິດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີVIII ລະບົບ 01 ປີສົກຮຽນ 2023-2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ເພັດສະຫວ່າງ ຫຼ້າວົງຄຳ ຄະນະພັກກົມໃຫ່ຍເສນາທິການກອງທັບ ຫົວໜ້າກົມໂຮງຮຽນ, ມີບັນດາຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ຄະນະອຳນວຍການໂຮງຮຽນ, ຄູອາຈານຕະຫຼອດຮອດນັກຮຽນນາຍສິບແລະແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນຕີ ຄິດທະວົງ ສຸກກະເສີມ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນແຂວງສະຫວັນນະເຂດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງອົບຮົມຫັດແອບໃນໄລຍະ 01 ປີຜ່ານມາສາມາດຕີລາຄາຄວາມຮັບຮູ້ໄດ້, ໃນການຮຽນການ-ສອນຂອງຄູອາຈານ, ຄຽງຄູ່ກັບພຶດຕິກຳຕົວຈິງຕະຫຼອດໄລຍະທີ່ທຸ້ມເທເຫື່ອແຮງຈິດໃຈ, ໃສ່ບັ້ນຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ວຽກງານປັບປຸງກໍ່ສ້າງກຳລັງ, ແບບແຜນວິທີເຮັດວຽກຂອງພະນັກງານຂັ້ນຈຸ, ຂັ້ນໜູ່, ຂັ້ນໝວດໂດຍເຫັນໄດ້ຄວາມສຳຄັນຈຳເປັນພາວະວິໄສໃນໜ້າທີ່ການງານຂອງກຳລັງປະກອບອາວຸດໃຫ້ມີແບບແຜນທັນສະໄໜແລະມີຄວາມເປັນເອກະພາບໃນສະເພາະໜ້າແລະຍາວນານ, ປະຕິບັດຫຼັກສູດການຮຽນການສອນຄົບຕາມມາດຖານທີ່ໄດ້ກຳນົດໄວ້, ສາມາດສະຫຼຸບຕີລາຄາຜົນໄດ້ຮັບຄື: ສອບເສັງວິຊາການເມືອງຈຳນວນພົນ 160 ສະຫາຍ ມີໜ້າເສັງ 159 ສະຫາຍ, ຂັ້ນເກັ່ງ 12 ສະຫາຍ, ເທົ່າກັບ 9,55% ຂັ້ນກາງ 147 ສະຫາຍ ເທົ່າກັບ 92,45%, ວິຊາສິນລະປະຍຸດ ເກັ່ງ36 ສະຫາຍ, ເທົ່າກັບ22,64%, ຂັ້ນກາງ 123 ສະຫາຍ, ເທົ່າກັບ77,36%, ວິຊາຍຸດທະທີ ຂັ້ນເກັ່ງ 40 ສະຫາຍ, ເທົ່າກັບ 25,16 %, ຂັ້ນກາງ 119 ສະຫາຍ ເທົ່າກັບ 54,84 %,ວິຊາລະບຽບ ຂັ້ນເກັ່ງ 28 ສະຫາຍ ເທົ່າກັບ 17,74 %,ຂັ້ນກາງ 131 ສະຫາຍ, ເທົ່າກັບ 82,39 % ສະເລ່ຍຜົນໄດ້ຮັບທັງໜົດໃນ 04 ພາກວິຊາຮຽນຢູ່ໃນລະດັບປານກາງ, ຈາກນັ້ນກໍ່ໄດ້ປະກາດເລື່ອນຊັ້ນໃຫ້ນັກຮຽນກໍ່ສ້າງນາຍສິບ ພ້ອມທັງມອບໃບປະກາດສະນິຍະບັດໃຫ້ນັກຮຽນຈຳນວນ160 ສະຫາຍ ເຊິ່ງແມ່ນສະຫາຍ ພັນຕີ ຄິດທະວົງ ສຸກກະເສີມ ຫົວໜ້າການທະຫານໂຮງຮຽນທ້ອງຖິ່ເປັນຜູ້ມອບຢ່າງສົມກຽດ
ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ເພັດສະຫວ່າງ ຫຼ້າວົງຄໍາ ຫົວໜ້າກົມໂຮງຮຽນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍແລະໄດ້ມີຄຳເຫັນໂອ້ລົມກ່ອນອື່ນ ສະຫາຍໄດ້ເວົ້າເຖິງສະພາບການຂອງໂລກກໍ່ຄືພາກພື້ນທີ່ຝັນແປໄປຢ່າງສັບສົນ, ພ້ອມທັງເນັ້ນໜັກໃຫ້ນັກຮຽນທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ກຳແໜ້ນບົດຮຽນທີ່ໄດ້ຮຽນມາເພື່ອໄປໜູນໃຊ້ໃນວຽກງານຕົວຈິງໃນກົມກອງໃຫ້ມີຜົນປະໂຫຍດສູງ.
ພາບຂ່າວ: ໄຂຄຳ ໂອນທະຈັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ