
ມອບ-ຮັບໜ້າທີ່ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2024-06-21 12:49:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1910 | ຄວາມນິຍົມ:
ໃນວັນທີ19 ມິຖຸນາ 2024 ນີ້, ຢູ່ໂຮງຮຽນການທະຫານທ້ອງຖິ່ນ ໄດ້ມອບ-ຮັບໜ້າທີ່ລະຫວ່າງຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ (ຜູ້ເກົ່າ) ແລະ (ຜູ້ໃໝ່) ຂຶ້ນທີ່ຫ້ອງປະຊຸມຂອງຕົນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາໂຮງຮຽນການທະຫານທ້ອງຖິ່ນ, ພະແນກການທີ່ກ່ຽວຂ້ອງແລະພະນັກງານ-ນັກຮົບພາຍໃນໂຮງຮຽນການທະຫານທ້ອງຖິ່ນເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຄະນະພັກຮາກຖານ ຫ້ອງການເມືອງ ຫົວໜ້າພະແນກພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງແລະຍົກຍ້າຍນາຍທະຫານກອງບັນຊາການທະຫານແຂວງບໍ່ແກ້ວ ຕົກລົງ ຍົກຍ້າຍ ສະຫາຍ ພັນໂທ ຄຳສີ ມະນີສອນ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ(ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ສີສຸພົນ ວັນນະຈອມຈັນ ເປັນຮັກສາການຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ (ຜູ້ໃໝ່), ແຕ່ງຕັ້ງ ສະຫາຍ ພັນຕີ ສີສຸພັນ ລິຄະວົງ ເປັນຮັກສາການຮອງຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ. ໃນພິທີ ສະຫາຍ ສະຫາຍ ພັນໂທ ຄຳສີ ມະນີສອນ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ (ຜູ້ເກົ່າ) ໄດ້ສະຫຼຸບຄືນຜ່ານການຊີ້ນຳ-ນຳພາໃນການເຄື່ອນໄຫວວຽກງານ ຂອງຕົນໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນທີ່ຕັ້ງ, ສິດ, ໜ້າທີ່, ພາລະບົດບາດ ແລະ ວຽກງານຕ່າງໆທີ່ພົ້ນເດັ່ນ. ພ້ອມທັງມອບໃຫ້ ສະຫາຍ ພັນໂທ ສີສຸພົນ ວັນນະຈອມຈັນ ເປັນຮັກສາການຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ (ຜູ້ໃໝ່). ຈົ່ງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຮັດໃຫ້ສຳເລັດຕາມການມອບໝາຍ ແລະ ສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດໃນຂົງເຂດວຽກງານຕ່າງໆທີ່ຂັ້ນເທິງມອບໝາຍໃຫ້ບັນລຸຜົນຕາມການມອບໝາຍແລະຄວາມໄວ້ວາງໃຈ. ທັງນີ້, ກໍເພື່ອເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກອງທັບປະຊາຊົນລາວ. ພ້ອມດຽວກັນນີ້, ໃນພິທີກໍໄດ້ເຊັນບົດບັນທຶກການມອບ-ຮັບໜ້າທີ່ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ
ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ປະທານພິທີ, ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ໃນໄລຍະຜ່ານມາ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ນອກນັ້ນ ສະຫາຍຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈົ່ງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເອົາໃຈໃສ່ເພີ່ມທະວີທາງດ້ານຄວາມສາມັກຄີພາຍໃນຕິດພັນກັບມະຫາຊົນເພື່ອສ້າງກຳລັງແຮງໃຫ້ແກ່ກົມກອງ, ຕັ້ງໜ້າສຸ່ມເຫື່ອແຮງສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນໜ້າທີ່ວຽກງານເພື່ອນໍາພາ-ຊີ້ນໍາກົມກອງໃຫ້ຍາດໄດ້ຜົນງານໃຫຍ່ຫຼວງຂຶ້ນກວ່າເກົ່າ.
ໂດຍ: ພາກ ສຸທິປັນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ