ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ມອບເງິນນະໂຍບາຍ ອຸດໜູນບຳນານ ໃຫ້ ນາຍທະຫານຂັ້ນສູງ
ເວລາອອກຂ່າວ: 2024-06-21 12:50:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1888 | ຄວາມນິຍົມ:



ວັນທີ20 ມິຖຸນາ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ ມອບເງິນນະໂຍບາຍ ອຸດໜູນບຳນານ ໃຫ້ນາຍທະຫານຂັ້ນສູງຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການທະຫານ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ມີພະແນກການທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກງານທີ່ໄດ້ຮັບເງິນອຸດໜູນບຳນານເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ມະນີພອນ ພົມມະຈັນ ຮອງຫົວໜ້າກົມການເມືອງ ວປກ ໄດ້ຜ່ານໜັງສືສະເໜີ ອະນຸມັດຈ່າຍເງິນອຸດໜູນບໍານານ 15% ແລະ ເງິນຊົດເຊີຍໃຫ້ນາຍທະຫານພັກການຮັບບໍານານ, ອີງຕາມຄໍາສັ່ງແນະນຳຂອງລັດທະມົນຕີກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມໃນກອງທັບ, ສະບັບເລກທີ 675/ກປທ, ລົງວັນທີ 28 ກຸມພາ 2019, ອີງຕາມໜັງສືສະເໜີຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສະບັບເລກທີ 2119/ວປກ, ລົງວັນທີ 11 ມີຖຸນາ 2024 ວ່າດ້ວຍການຈ່າຍເງິນອຸດໜູນບຳນານ 15% ແລະ ເງິນຊົດເຊີຍໃຫ້ນາຍທະຫານພັກການຮັບບໍານານ ຢູ່ ວປກ. ດັ່ງນັ້ນ ພະແນກປະກັນສັງຄົມ ວປກ ຈຶ່ງຂຽນສະເໜີເບີກຈ່າຍເງິນອຸດໜູນບຳນານ 15% ແລະ ເງິນຊົດເຊີຍພັກການຮັບບໍານານໃຫ້ພະນັກງານ ຈຳນວນ 15 ສະຫາຍ, ລວມເປັນເງິນທັງໝົດຈໍານວນ ສາມຮ້ອຍກວ່າລ້ານກີບ. ເປັນກຽດມອບໂດຍ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ. ໂອກາດດັ່ງກ່າວ ສະຫາຍ ປະທານ ກໍ່ໄດ້ໃຫ້ກຽດໂອ້ລົມ, ເຊິ່ງສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ພະນັກງານພັກການຮັບບຳນານທີ່ໄດ້ອຸທິດກຳລັງແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ພັກການຮັບບຳນານ ພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວໃຫ້ສູງຂຶ້ນ, ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ, ລູກຫຼານຮຸ່ນສືບທອດຕໍ່ໄປ, ປະຕິບັດກົດໝາຍບ້ານເມືອງ, ພັດທະນາບ້ານເມືອງໃຫ້ມີຄວາມເຂັ້ມແຂງ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບສຸກ. ພາບ-ຂ່າວ: ເຂັງພອນ ແກ້ວຄໍາລຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ