
ຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢູນນານເຄື່ອນໄຫວເຮັດວຽກຢູ່ສູນປະສານງານລາວ-ຈີນ ແຂວງບໍ່ແກ້ວ
ເວລາອອກຂ່າວ: 2024-06-21 12:52:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1110 | ຄວາມນິຍົມ:
ວັນທີ19 ມິຖຸນາ 2024 ນີ້, ສະຫາຍ ພົນໂທ ຢວນຢ້າພິງ ຫົວໜ້າກອງບັນຊາການຕຳຫຼວດ ລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ສູນປະສານງານ ລາວ-ຈີນ ແຂວງບໍ່ແກ້ວ, ໂດຍມີສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນຢູ່ທີ່ສູນປະສານງານ ລາວ-ຈີນ ບ້ານມອມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.
ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ໄດ້ກ່າວວ່າ: ການມາເຄື່ອນໄຫວຂອງຄະນະດັ່ງກ່າວແມ່ນເພື່ອປະຕິບັດສັນຍາວ່າດ້ວຍການລາດຕະເວນຮ່ວມທາງນໍ້າຕະຫຼອດໄລຍະຜ່ານມາ ໃນການຮ່ວມມື 4 ຝ່າຍ (ຈີນ, ລາວ, ມຽນມາ ແລະ ໄທ) ຄັ້ງທີ 142 ເຫັນໄດ້ເຖິງຜົນສຳເລັດພິເສດ ແມ່ນ 2 ຝ່າຍ ລາວ-ຈີນ, ນັ້ນແມ່ນຂີດໝາຍການເພີ່ມພູນຄູນສ້າງມູນເຊື້ອອັນດີງາມຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ໃນການແກ້ໄຂບັນຫາສະພາບການຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບ ຕິດຕາມຊາຍແດນ ທີ່ໄດ້ມີການ ພົວພັນປະສານສົມທົບກັນຢ່າງ ແໜ້ນແຟ້ນ ໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຂອງສອງປະເທດ (ລາວ-ຈີນ), ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືຮອບດ້ານ, ຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນ ຊາຍແດນຂອງສອງປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ເພື່ອພ້ອມກັນສ້າງຊາຍແດນລາວ-ຈີນ ໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາຮອບດ້ານ, ຕາມການລົງທຶນໃຫ້ເປັນແຫຼ່ງທ່ອງທ່ຽວ (ສົນທິສັນຍາປັກກິງ) ໃຫ້ກາຍເປັນ 4 ຫຼ່ຽມເສດຖະກິດໃນອານາຄົດ.
ໂດຍ: ນາງ ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ