ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ມອບ-ຮັບໜ້າທີ່ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ( ຜູ້ເກົ່າ ແລະ ຜູ້ໃໝ່ )
ເວລາອອກຂ່າວ: 2024-06-21 14:52:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2697 | ຄວາມນິຍົມ:



ມອບ-ຮັບໜ້າທີ່ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ລະຫວ່າງ ສະຫາຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ( ຜູ້ເກົ່າ ) ແລະ ສະຫາຍ ພັນເອກ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ( ຜູ້ໃໝ່ ) ໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ 2024 ນີ້, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕ່າງໜ້າຫ້ອງ, ພະແນກການ, ຂະແໜງການ, ພະນັກງານ-ນັກຮົບພາຍໃນຫ້ອງການເມືອງເຂົ້າຮ່ວມ. ສະຫາຍ ພັນເອກ ຈັນທາ ບຸນນະວົງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະດໍາລົງໜ້າທີ່ຕໍາແໜ່ງໂດຍສັງເຂບເປັນຕົ້ນແມ່ນເປັນເສນາທິການດ້ານວຽກງານພັກ-ວຽກງານການເມືອງໃຫ້ຄະນະນໍາກົມໃຫຍ່ເສນາທິການກອງທັບ ໃນການຄົ້ນຄວ້າເຜີຍແຜ່-ເຊື່ອມຊຶມແນວທາງນະໂຍບາຍ, ມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ພ້ອມດ້ວຍໝູ່ຄະນະກໍໄດ້ນໍາພາ-ຊີ້ນໍາໃນການປັບປຸງກໍ່ສ້າງພັກ-ພະນັກງານ, ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ປັບປຸງການຈັດຕັ້ງຮາກຖານພັກ, ຄຸ້ມຄອງ, ປ້ອງກັນພັກ, ຂະຫຍາຍພັກ, ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບທົ່ວກົມໃຫຍ່ເສນາທິການແລະວຽກງານດ້ານຕ່າງໆທີ່ປິ່ນອ້ອມ 4ໜ້າທີ່ໃຫຍ່ 26ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກມີຜົນສໍາເລັດ, ເຮັດໃຫ້ສະພາບກົມກອງຮາກຖານທີ່ຂຶ້ນກັບມີຄວາມສະຫງົບປອດໄພ 100% ຕະຫຼອດໄລຍະຜ່ານມາ. ຈາກນັ້ນໃນວາລະດໍາເນີນພິທີກໍ່ຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າຫ້ອງການເມືອງ(ຜູ້ເກົ່າ) ແລະ ສະຫາຍ ພັນເອກ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ(ຜູ້ໃໝ່). ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍໄດ້ໃຫ້ກຽດໂອ້ລົມເຊິ່ງສະຫາຍໄດ້ຕີລາຄາສູງຍ້ອງຍໍຊົມເຊີຍການປະຕິບັດໜ້າທີ່ວຽກງານຂອງຫົວໜ້າຫ້ອງການເມືອງຜູ້ເກົ່າຜ່ານມາເຊິ່ງການຍົກຍ້າຍ-ຊັບຊ້ອນໜ້າທີ່ມັນແມ່ນກົດເກນພາວະວິໄສຕາມລະບຽບຫຼັກການແນວທາງຂອງພັກ, ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ກໍາແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ຖືເອົາວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດເປັນບັນຫາສໍາຄັນຫັນເອົາບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງລົງສູ່ກົມກອງຮາກຖານ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ມອບໝາຍ, ຖືເອົາມະຫາຊົນເປັນກໍາລັງແຮງສັງລວມຂອງອົງການ-ກົມກອງເປັນແບບຢ່າງນໍາໜ້າໃນທຸກວຽກງານ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນເຈົ້າການນໍາພາ-ຊີ້ນໍາໃຫ້ແທດເຖິງຕົວຈິງ, ຢຶດໝັ້ນປະຕິບັດຫຼັກການລວມສູນປະຊາທິປະໄຕ ຕາມ 5ຫຼັກການ 3ທິດນໍາຂອງພັກ, ມີຄວາມເປັນເອກະພາບພາຍໝູ່ຄະນະ, ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມ, ຄົ້ນຄວ້າຮໍ່າຮຽນເພື່ອພັດທະນາຕົນເອງແລະສ້າງບັນດາອົງການ-ກົມກອງ ກໍຄືຫ້ອງການເມືອງໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງແນ່ໃສ່ປັບປຸງກໍ່ສ້າງກົມກອງຮາກຖານເຮັດໃຫ້ມີແບບແຜນກ້າວໜ້າທັນສະໄໝທຸກຂົງເຂດວຽກງານຢ່າງຮອບດ້ານ. ໂດຍ: ເກດຕະວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ