
ໂຮງໝໍສູນກາງ103 ກອງທັບຕີລາຄາແບ່ງຄຸນນະພາບສະມາຊິກພັກແລະໜ່ວຍພັກ ປະຈຳປີ 2024
ເວລາອອກຂ່າວ: 2024-06-21 14:55:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2145 | ຄວາມນິຍົມ:
ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2024, ໂຮງໝໍສູນກາງ103 ກອງທັບຕີລາຄາແບ່ງຄຸນນະພາບສະມາຊິກພັກແລະໜ່ວຍພັກປະຈຳປີ 2024. ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ສີທອງ ຖິ່ນສະຫວັນ ກໍາມະການຄະນະພັກ ອົງການກົມໃຫຍ່, ຫົວໜ້າກົມເສນາ-ພະລາ, ຫົວໜ້າຄະນະລົງຊີ້ນໍາກວດກາຕີລາຄາໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນກົມໃຫຍ່ພະລາທິການກອງທັບ. ມີຄະນະລົງຊີ້ນໍາກວດກາຕີລາຄາໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນກົມໃຫຍ່ພະລາທິການກອງທັບ, ຄະນະພັກໂຮງໝໍ ຄະນະພັກຮາກຖານ, ຄະນະໜ່ວຍພັກເອກະລາດ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານແລະຫົວໜ້າຈຸ-ຮອງຈຸເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນເອກ ດຣ. ນາງ ມາລີວອນ ສຸລິຍະແສງ ຄະນະປະຈໍາພັກ ເລຂາຄະນະພັກ, ອໍານວຍການຫົວໜ້າການເມືອງໂຮງໝໍສູນກາງ103 ກອງທັບ ໄດ້ຂຶ້່ນຜ່ານບົດສະຫຼຸບຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສົກປີ 2023-2024 ເຊິ່ງໄດ້ຍົກໃຫ້ເຫັນບາງເນື້ອໃນດັ່ງນີ້: ດ້ານການເມືອງໄດ້ສຶກສາອົບຮົມສະມາຊິກພັກ, ນາຍແລະພົນທະຫານ, ແພດໝໍ, ຕາມແນວທາງນະໂຍບາຍຂອງ ພັກ-ລັດວາງອອກໃນແຕ່ລະໄລຍະ ເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີV ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກກໍຄື 4ໜ້າທີ່ໃຫຍ່ 26ແຜນງານ, ເຊື່ອມຊຶມມູນເຊື້ອຂອງຊາດ, ຂອງກອງທັບ ແລະມະຕິຄໍາສັ່ງ, ເອກະສານສໍາຄັນຕ່າງໆທີ່ຂັ້ນເທິງສົ່ງໃຫ້ຜ່ານການເຊື່ອມຊຶມເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບແຕ່ລະສະຫາຍມີຄວາມຮັບຮູ້, ເຂົ້າໃຈເປັນເອກະພາບ, ມີຫຼັກໝັ້ນການເມືອງໜັກແໜ້ນ, ຮູ້ຈໍາແນກມິດ, ສັດຕູຢ່າງຈະແຈ້ງ. ດ້ານແນວຄິດໄດ້ເອົາໃຈໃສ່ປັບປຸງກໍ່ສ້າງສະມາຊິກພັກ, ພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດເປັນວຽກສໍາຄັນແລະສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຢ່າງເປັນລະບົບຕໍ່ເນື່ອງ, ເຮັດໃຫ້ບັນດາສະມາຊິກພັກ, ພະນັກງານ-ນັກຮົບມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ-ລັດແລະຂອງກອງທັບວາງອອກໃນແຕ່ລະໄລຍະ.
ການຕີລາຄາແບ່ງປະເພດດ້ານການຈັດຕັ້ງພັກໜ່ວຍພັກເອກະລາດມີ 03ໜ່ວຍພັກ, ປະເພດແຂງ 02ໜ່ວຍ ເທົ່າກັບ 66,67%, ປະເພດກາງ 01ໜ່ວຍ ເທົ່າກັບ 33,33%, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານມີ 42ໜ່ວຍພັກ, ປະເພດແຂງ 35 ໜ່ວຍ ເທົ່າກັບ 83,33%, ປະເພດກາງ 07ໜ່ວຍ ເທົ່າກັບ 16,67%, ບໍ່ໄດ້ຈັດແບ່ງ 0ໜ່ວຍ. ສະເໜີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີVI ມີ 09ໜ່ວຍພັກ, ສະເໜີຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີV ມີ 03ໜ່ວຍພັກ, ສະເໜີຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີIV ມີ 04ໜ່ວຍພັກ, ສະເໜີຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີIII ມີ 09ໜ່ວຍພັກ, ສະເໜີຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີII ມີ 05ໜ່ວຍພັກ, ສະເໜີຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃໝ່ມີ 07ໜ່ວຍພັກ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ທຽບໃສ່ປີກາຍແມ່ນເພີ່ມຂຶ້ນ 2ໜ່ວຍພັກ ເທົ່າກັບ 4,77%. ຕີລາຄາປະເພດສະມາຊິກພັກສະມາຊິກພັກທັງໝົດ 995 ສະຫາຍ ທຽບໃສ່ປີກາຍ ເພີ່ມຂຶ້ນ 59 ສະຫາຍ ເທົ່າກັບ 5,9 %, ສະມາຊິກພັກແຂງ 903 ສະຫາຍ ເທົ່າກັບ 90,76% ທຽບໃສ່ປີ 2022-2023 ເພີ່ມຂຶ້ນ 102ສະຫາຍ ເທົ່າກັບ 11,3%, ສະມາຊິກພັກປະເພດກາງ 46ສະຫາຍ ເທົ່າກັບ 4,62 %, ສະມາຊິກພັກເສຍທາດບໍ່ມີ, ບໍ່ໄດ້ແບ່ງປະເພດ 46ສະຫາຍ ເທົ່າກັບ 4,62 %. ພາຍໃນກອງປະຊຸມບັນດາຜູ້ແທນຄະນະພັກຂອງຫ້ອງພະລາທິການ-ເຕັກນິກ, ຫ້ອງອົບຮົມຄົ້ນຄວ້າ-ວິທະຍາສາດ, ຫ້ອງບໍລິຫານການແພດແລະອົງການຈັດຕັ້ງສະຫະພັນຍິງໂຮງໝໍໄດ້ເຫັນດີເປັນເອກະພາບຕໍ່ບົດສະຫຼຸບພ້ອມປະກອບຄໍາເຫັນຢ່າງກົງໄປກົງມາເພື່ອລາຍງານສະພາບການອັນພົ້ນເດັ່ນແລະສະເໜີເພື່ອວາງທິດທາງແຜນການໃນຕໍ່ໜ້າໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ.
ໃນຕອນທ້າຍ, ສະຫາຍ ພົນຈັດຕະວາ ສີທອງ ຖິ່ນສະຫວັນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ໝາກຜົນຂອງໜ່ວຍພັກ ກໍຄືໂຮງໝໍສູນກາງ103 ກອງທັບຜົນສໍາເລັດດັ່ງກ່າວ ແມ່ນຍ້ອນຄວາມເອົາໃຈໃສ່ຂອງຄະນະພັກ-ສະມາຊິກພັກ ພ້ອມກັນຮັບຮູ້ເຊື່ອມຊຶມບັນດາເອກະສານຕ່າງໆທີ່ຂັ້ນເທິງສະໜອງໃຫ້ກ່ຽວກັບເນື້ອໃນ, ຮູບການ, ວິທີການຄົ້ນ
ຄວ້າຕີລາຄາຄຸນນະພາບແລະແບ່ງປະເພດສະມາຊິກພັກ-ໜ່ວຍພັກແລະການຮວ່ມໄມ້ຮ່ວມມື, ປະສານງານກັບຄະນະກວດກາຂັ້ນກົມໃຫຍ່ຢ່າງຄ່ອງຕົວ, ຈິ່ງເຮັດໃຫ້ໝາກຜົນແຫ່ງການຈັດຕັ້ງປະຕິບັດຕົວຈິງມີໝາກຜົນໃນລະດັບສູງ.
ໂດຍ: ໂຊກທະວີ ແກ້ວບຸດຕະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ