ຫ້ອງເຕັກນິກ ກອງບັນຊາການທະຫານແຂວງໄຊຍະບູລີ ເອົາໃຈໃສ່ຕໍ່ວຽກງານຄຸ້ມຄອງພາຫະນະເຕັກນິກ
ເວລາອອກຂ່າວ: 2024-06-24 09:23:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 407 | ຄວາມນິຍົມ:
ວຽກງານການຄຸ້ມຄອງ, ບົວລະບັດຜັດເຊັດວັດຖຸພາຫະນະເຕັກນິກ ແມ່ນວຽກງານໜຶ່ງທີ່ສຳຄັນໃນຄວາມຮັບຜິດຊອບໂດຍກົງ ຂອງຫ້ອງເຕັກນິກໃນກຳ ລັງຫຼວງ ແລະ ກຳລັງທ້ອງຖິ່ນ ໃນນີ້, ເວົ້າສະເພາະຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ແມ່ນກຳລັງປະກອບອາວຸດທ້ອງຖິ່ນທີ່ເປັນເສນາທິການໃຫ້ຄະນະພັກແຂວງ ຂົງເຂດວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ.
ສະຫາຍ ພັນໂທ ວິໄລສັກ ຄຳອ່ອນ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ພາຍໃຕ້ການຊີ້ນຳ ຂອງກົມໃຫຍ່ເຕັກນິກກອງທັບ ກໍຄືຄະນະພັກ-ຄະນະບັນຊາກອງບັນຊາການທະຫານ ແຂວງໄຊຍະບູລີ ວຽກງານຮັບ ປະກັນເຕັກນິກໃນກົມກອງ ເຫັນວ່າມີຄວາມສະດວກສາມາດຕອບສະໜອງໄດ້ກັບໜ້າທີ່ການເມືອງໃນໄລຍະໃໝ່; ບົດບາດການຊີ້ນຳ ຂອງຄະນະຫ້ອງເຕັກນິກ ມີຄວາມຮັບປະກັນໃນການຈັດຕັ້ງປະຕິບັດວຽກງານເສນາເຕັກນິກ, ຄຸ້ມຄອງອາວຸດກະສຸນ, ພາຫະນະເຕັກນິກ ແລະ ຂະແໜງການອື່ນໆ ຂອງກົມກອງ ໃນການເປັນເສນາທິການໃຫ້ຄະນະພັກກອງບັນຊາການ ກໍຄືຜູ້ທີ່ຊີ້ນຳບັນຊາດ້ານວຽກງານເຕັກນິກ ຂອງກອງບັນຊາການ ໃນໄລຍະຜ່ານມາ ຄະນະຫ້ອງເຕັກນິກ ໄດ້ຈັດຕັ້ງຊີ້ນຳບັນດາອົງການກົມກອງຮາກຖານທີ່ຂຶ້ນກັບເຮັດວຽກງານຮັບ ປະກັນເຕັກຕິກ, ເອົາໃຈໃສ່ຄຸ້ມຄອງ, ບົວລະບັດຜັດເຊັດ ວັດຖຸພາຫະນະເຕັກນິກການທະຫານຕາມວັນເຕັກນິກທີ່ຂັ້ນເທິງກຳ ນົດ, ເພື່ອຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ, ອົບຮົມ-ຫັດແອບ ແລະ ວຽກງານບໍລິຫານໃນກົມກອງໃຫ້ເດີນແມ່ນແລ່ນສະດວກດີ; ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນສະ ເພາະໜ້າ ແລະ ຍາວນານ ຄະນະຫ້ອງເຕັກນິກໄດ້ເຄື່ອນໄຫວຊີ້ນຳ 6 ພະແນກການ ແລະ 1 ກອງຮ້ອຍສ້ອມແປງປະສົມ, 1 ໝວດລົດສຳຮອງ, 43 ຫົວໜ່ວຍທີ່ຂຶ້ນກັບກອງບັນຊາການທະຫານແຂວງໄຊຍະບູລີ ເອົາວຽກງານຄຸ້ມຄອງພາຫະນະເຕັກນິກ, ອາວຸດກະສຸນ ແລະ ອຸປະກອນເຕັກນິກຕ່າງໆ ທີ່ຂັ້ນເທິງປະກອບໃຫ້ຢ່າງເຂັ້ມງວດ, ສ້າງຂໍ້ກຳນົດກ່ຽວກັບວຽກງານການຄຸ້ມຄອງ-ນຳໃຊ້, ການບົວລະບັດຜັດເຊັດ ແລະ ສ້ອມແປງປ່ຽນຖ່າຍວັດຖຸອາໄຫຼ່ ເພື່ອເປັນບ່ອນອີງໃຫ້ບັນດາກົມກອງຮາກຖານຈັດຕັ້ງປະຕິບັດຢ່າງຖືກຕ້ອງເຫັນວ່າຫຼາຍກົມກອງໄດ້ເປັນເຈົ້າການຄຸ້ມຄອງ-ນຳໃຊ້ພາຫະນະເຕັກນິກຖືກຕ້ອງຕາມລະບຽບຫຼັກການ ແລະ ຂໍ້ກຳນົດຕ່າງໆ ທັງຮັບປະກັນຄວາມປອດໄພ 100% ແລະ ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ ໃນນັ້ນ, ໄດ້ປະຕິບັດລະບອບເຕັກນິກໃນແຕ່ລະອາທິດບົວລະບັດຜັດເຊັດປືນໃຫຍ່ລາກແກ່, ເຫຼົ່າຮົບທະຫານຮາບ ໄດ້ປະຕິບັດເປັນປະຈຳ ແລະ ໄດ້ແບ່ງຄວາມຮັບຜິດຊອບໃຫ້ພະນັກງານ-ນັກຮົບ ໝວດປືນໃຫຍ່ ແລະ ໝວດລົດ ກ່ອນເຂົ້າການໃນແຕ່ລະວັນ 10-20 ນາທີ ໄດ້ບົວລະບັດຜັດເຊັດສຳເລັດແລ້ວຈຶ່ງໄປເຮັດວຽກອື່ນ; ສ່ວນທ້າຍອາທິດ ເປັນວັນເຕັກນິກ ຂອງກົມກອງລວມ ເດັ່ນກວ່າໝູ່ແມ່ນກອງພັນ 609, ສ່ວນຂະແໜງລົດ ໄດ້ອຸ່ນຈັກເປັນປົກກະຕິທຸກໆ ເດືອນ ແລະ 3 ເດືອນກໍໄດ້ແລ່ນຍາວ 1 ເທື່ອ ການນຳໃຊ້ລົດຢູ່ບັນດາກົມກອງທີ່ຂຶ້ນກັບ ຖືກຕ້ອງຕາມລະບຽບຫຼັກການນຳໃຊ້ເຂົ້າໃນວຽກງານລວມຢູ່ແຕ່ລະກົມກອງຮາກຖານມີກະລາລົດ ແລະ ສາງຄຸ້ມຄອງອາວຸດ-ກະສຸນ ຖືກຕາມລະບຽບທີ່ຂັ້ນເທິ່ງກຳນົດ ແລະ ຮັບປະກັນການກຽມພ້ອມສູ້ຮົບ, ເຝິກແອບຮ່ຳຮຽນອີກດ້ວຍ.
ສະຫາຍ ຫົວໜ້າຫ້ອງເຕັກນິກ ຍັງໃຫ້ຮູ້ອີກວ່າ: ທິດທາງແຜນການຕໍ່ໜ້າຈະສືບຕໍ່ຈັດຕັ້ງປະຕິບັດຍົກສູງດ້ານການ ເມືອງ-ນຳພາແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານລວມແນໃສ່ໃຫ້ພະນັກ ງານ-ນັກຮົບ ມີທັດສະນະຫຼັກໝັ້ນ, ມີຄຸນທາດການເມືອງໜັກແໜ້ນ ສືບຕໍ່ເຄື່ອນໄຫວນຳພາ-ຊີ້ນຳຂະແໜງການເຕັກນິກໃຫ້ມີຄວາມຮັບປະກັນເຮັດສຳເລັດໜ້າ ທີ່ວຽກງານວິຊາສະເພາະຂອງ ຕົນ, ສືບຕໍ່ປັບປຸງກໍ່ສ້າງກຳລັງຂະແໜງເຕັກນິກ ໃຫ້ມີຄວາມຮັບ ປະກັນດີ, ຍົກສູງຄວາມຮູ້ຄວາມສາມາດ ຂອງພະນັກງານວິຊາການເຕັກນິກເປັນຕົ້ນນາຍຊ່າງສ້ອມແປງ, ນັກຂັບຂີ່ ແລະ ວິຊາການຄຸ້ມຄອງພາຫະນະປະເພດຕ່າງໆໃຫ້ໄດ້ຕາມຂໍ້ກຳນົດທີ່ ກົມໃຫຍ່ເຕັກນິກກອງທັບວາງອອກ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ