ການນຳພາ ຂອງໜ່ວຍພັກ ສູນຄົ້ນຄວ້າວິໄຈເຄມີ ຕໍ່ຂົງເຂດວຽກງານຕ່າງໆ
ເວລາອອກຂ່າວ: 2024-06-24 09:25:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 347 | ຄວາມນິຍົມ:
ໃນໂອກາດດຳເນີນກອງປະຊຸມໃຫຍ່ ຂອງໜ່ວຍພັກ ສູນຄົ້ນຄວ້າວິໄຈເຄມີ ຄັ້ງທີ II ສະຫາຍ ພັນໂທ ຄຳຫຼອຍ ອິນທິອະນົງແກ້ວ ເລຂາໜ່ວຍພັກ, ຫົວໜ້າການເມືອງ ສູນຄົ້ນຄວ້າວິໄຈເຄມີ ໄດ້ຜ່ານບົດສະຫຼຸບຕີລາຄາໝາກຜົນການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ສູນຄົ້ນຄວ້າວິໄຈເຄມີ ໃນໄລຍະຜ່ານມາ, ຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບ ເຊື່ອມຊຶມກຳແໜ້ນແຜນນະໂຍບາຍຂອງພັກ, ກົດລະບຽບ ຂອງພັກ-ລັດ ເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຖືເອົາ 5 ຫຼັກການ 3 ທິດນຳຂອງພັກເປັນໄມ້ຫຼາວັດແທກຄຸນທາດການເມືອງໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບການເປີດບັ້ນດຳເນີນຊີວິດການເມືອງພາຍໃນໜ່ວຍພັກ ເຮັດໃຫ້ພະນັກງານ-ສະມາຊິກພັກ ມີທັດສະນະຫຼັກໝັ້ນຊົນຊັ້ນ, ຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ເດັດດ່ຽວໜ້ຽວແໜ້ນຕໍ່ອຸດົມການສັງຄົມນິຍົມ, ຮູ້ປ້ອງກັນພັກ, ປ້ອງກັນການຈັດຕັ້ງ ແລະ ຕົນເອງ. ນອກນັ້ນ, ຍັງໄດ້ມີການປັບ ປຸງການຈັດຕັ້ງພັກຄື: ໄດ້ປະກາດການບົ່ງຕົວແຕ່ງຕັ້ງປ່ຽນແທນເລຂາໜ່ວຍພັກ 1 ສະຫາຍ, ປັບ ປຸງສັບຊ້ອນການຈັດຕັ້ງຂັ້ນຈຸພັກ 1 ຄັ້ງ, ແຕ່ງຕັ້ງຮອງຫົວໜ້າຈຸພັກ 3 ສະຫາຍ ພ້ອມນັ້ນ, ຍັງໄດ້ຕີລາຄາແບ່ງປະເພດຄຸນທາດການເມືອງ ຂອງສະມາຊິກພັກໄດ້ດັ່ງນີ້: ສະມາຊິກພັກແຂງ 61 ສະຫາຍ, ຍິງ 19 ສະຫາຍ, ກາງ 1 ສະຫາຍ, ໄດ້ສະເໜີຄະນະພັກຂັ້ນເທິງອອກບັດໃຫ້ສະມາຊິກພັກທີ່ໄດ້ມາດຖານຈຳນວນ 27 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ ໄດ້ 15 ສະຫາຍ, ຍິງ 7 ສະຫາຍ ແລະ ເລື່ອນສະມາຊິກພັກສຳຮອງ ຂຶ້ນສົມບູນ ໄດ້ 8 ສະຫາຍ, ຍິງ 3 ສະຫາຍ, ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 4 ສະໄໝຕິດຕໍ່ກັນ; ນອກນັ້ນ, ຍັງໄດ້ສຸມໃສ່ການກໍ່ສ້າງພະນັກງານໃຫ້ມີຄວາມຮູ້ ຄວາມສາມາດ ເຊິ່ງໄດ້ຄັດເລືອກ ແລະ ຈັດສົ່ງພະນັກງານ-ນັກຮົບ ໄປສຶກສາກໍ່ສ້າງທັງພາຍໃນ ແລະ ຕ່າງປະເທດ ທັງໝົດ 23 ສະຫາຍ, ກໍ່ສ້າງນາຍສິບ 7 ສະຫາຍ, ກໍ່ສ້າງນາຍຮ້ອຍ 5 ສະຫາຍ, ບຳລຸງວິຊາສະເພາະ 9 ສະຫາຍ, ກໍ່ສ້າງກັບທ່ີ 20 ສະຫາຍ, ໄດ້ປັບປຸງລະບົບການ ຈັດຕັ້ງ 5 ຕຳແໜ່ງ ໃນນີ້, ມີຂັ້ນຮອງຫົວໜ້າພະແນກ 2 ຕຳແໜ່ງ, ຫົວໜ້າຂະແໜງ 3 ຕຳແໜ່ງ, ໄດ້ ຄົ້ນຄວ້ານຳສະເໜີຂັ້ນເທິງເລື່ອນ ຊັ້ນໃຫ້ພະນັກງານ-ນັກຮົບ ຈຳ ນວນ 39 ສະຫາຍ.
ສະຫາຍ ພັນໂທ ຄຳຫຼອຍ ອິນທິອະນົງແກ້ວ ຍັງໃຫ້ຮູ້ຕື່ມອີກວ່າ: ໄປຄຽງຄູ່ກັບວຽກງານກໍ່ສ້າງພັກ-ພະນັກງານ ຍັງໄດ້ເອົາໃຈໃສ່ຕໍ່ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ຊີ້ນຳກຳລັງຫັນລົງກໍ່ສ້າງຮາກຖານການເມືອງ ຕາມຂອບເຂດກົມກອງຮັບຜິດຊອບ ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນເຊັ່ນ: ບ້ານໂນນສະອາດ ເມືອງໄຊທານີ, ເຂົ້າຮ່ວມສ່ອງແສງລາຍງານສະພາບນຳກຸ່ມບ້ານທ່າງ່ອນ ເພື່ອເກັບກຳສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີຕາມຂອບເຂດຮັບຜິດຊອບເປັນປົກກະຕິ ພ້ອມນັ້ນ, ກໍໄດ້ຕິດຕາມການເຄື່ອນໄຫວການໄປ-ມາ ຂອງພະນັກງານ-ນັກຮົບໃນກົມກອງ ແລະ ສຸມໃສ່ຈັດຕັ້ງກຳລັງປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ຕິດຕາມສະພາບດິນ, ຟ້າ ແລະ ອາກາດ ເມື່ອມີສະພາບໄພພິບັດນ້ຳຖົ້ມ ກໍໄດ້ນຳໃຊ້ພາຫະນະ ແລະ ກຳລັງເຂົ້າຊ່ວຍປະຊາຊົນ, ເຊິ່ງໄລຍະຜ່ານມາ, ໄດ້ປຸກລະດົມນ້ຳໃຈນຳ ພະນັກງານ-ນັກຮົບ ແລະ ບໍລິສັດ, ຫ້າງຮ້ານ ປະກອບ ສ່ວນຊື້ເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ ຊ່ວຍເຫຼືອຜູ້ປະສົບໄພນ້ຳ ຖ້ວມທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ເປັນມູນຄ່າ 11.135.000 ກີບ.
ດ້ານວຽກງານນະໂຍບາຍໄດ້ຄົ້ນຄວ້ານຳສະເໜີຂັ້ນເທິງອະນຸມັດໃຫ້ພະນັກງານທີ່ຮອດອາຍຸກະສຽນພັກການ ຮັບບຳ ນານຈຳນວນ 5 ສະຫາຍ, ຍິງ 1 ສະຫາຍ, ລາພັກປິ່ນປົວສຸຂະພາບ 5 ສະຫາຍ, ສ້າງຄອບຄົວໃໝ່ 15 ຄູ່, ຄົ້ນຄວ້າຍ້ອງຍໍຜົນງານ 70 ປີ ຂອງກອງທັບ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ຈຳນວນ 1 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 7 ສະຫາຍ, ຫຼຽນກາແຮງງານ ຈຳນວນ 8 ສະຫາຍ, ໃບຍ້ອງຍໍລັດຖະບານ 7 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ III ຈຳນວນ 9 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 7 ສະຫາຍ, 1 ກົມກອງ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 10 ສະຫາຍ ແລະ ຫຼຽນກາລະນຶກ 70 ປີ ກອງ ທັບປະຊາຊົນລາວ 23 ສະຫາຍ.
ຕໍ່ວຽກງານການຄຸ້ມຄອງງົບປະມານ, ລາຍຮັບ-ລາຍຈ່າຍ, ເຄື່ອງອຸປະໂພກ-ບໍລິໂພກ, ນ້ຳມັນເຊື້ອໄຟ ມີຄວາມຮັບປະກັນໃຫ້ການເຄື່ອນໄຫວໜ້າທີ່ວຽກງານ ແລະ ເຝິກແອບຮ່ຳຮຽນຕົວຈິງຂອງກົມກອງໃນແຕ່ລະປີ ໃນນັ້ນ, ໄດ້ມີການປັບປຸງກໍ່ສ້າງສະຖານທີ່ພັກເຊົ່າຕ່າງໆໂດຍສົມທົບງົບປະມານທີ່ຂັ້ນເທິງສະໜອງໃຫ້ ແລະ ທຶນຮອນ ຂອງກົມກອງເຊັ່ນ: ກໍ່ສ້າງຫໍຂ່າວຖາວອນ 1 ຫຼັງ, ເຮືອນນອນໂສດ 1 ຫຼັງ ລວມມູນຄ່າ 261.771.000 ກີບ, ຊີ້ນຳພະນັກງານ-ນັກຮົບ ເອົາໃຈໃສ່ວຽກງານປູກຝັງ-ລ້ຽງສັດ ເພື່ອສ້າງລາຍຮັບເຂົ້າກົມກອງ ແລະ ບຸກຄົນ ໃນນີ້, ໄດ້ປູກຜັກຊະນິດຕ່າງໆເກັບກູ້ໄດ້ 6.865 ກິໂລກຣາມ, ປູກເຫັດນາງລົມ-ເຫັດນາງຟ້າ ເກັບກູ້ໄດ້ 751 ກິໂລກຣາມ, ລ້ຽງປາ 9.150 ໂຕ, ລ້ຽງເປັດ-ໄກ່ 8.660 ໂຕ, ລ້ຽງກົບ 2.565 ໂຕ, ງົວ 12 ໂຕ, ປູກຕົ້ນໄມ້ກິນໝາກ ແລະ ໄມ້ອຸດສາຫະກຳ 400 ຕົ້ນ ສ້າງລາຍຮັບໃຫ້ກົມກອງໄດ້ 215.263.000 ກີບ.
ໂດຍ: ສົມຄິດ ພູມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ