
ຍທຂ ເລັ່ງປັບປຸງເສັ້ນທາງໃນ ນວ ຕ້ອນຮັບວັນສຳຄັນ ຂອງພັກ, ຂອງຊາດ
ເວລາອອກຂ່າວ: 2024-06-24 09:36:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 514 | ຄວາມນິຍົມ:
ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ (ນວ) ກຳລັງເລັ່ງປັບ ປຸງ, ສ້ອມແປງເສັ້ນທາງຫຼວງ ແຫ່ງຊາດ ແລະ ທາງຫຼວງທ້ອງ ຖິ່ນ ໃນຂອບເຂດ ນວ ທັງໝົດ 17 ເສັ້ນ, ຄຽງຄູ່ກັບແຕ້ມເສັ້ນຈະລາຈອນ, ຕິດຕັ້ງປ້າຍການສັນຈອນ ເຊິ່ງມີຄວາມຍາວ ທັງໝົດ 33,27 ກິໂລແມັດ, ຄາດຄະເນວ່າການປັບປຸງ, ສ້ອມແປງເສັ້ນທາງຈະສຳເລັດໃນທ້າຍເດືອນຕຸລາ 2024 ນີ້.
ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກ ຍທຂ ນວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ມິຖຸນາ 2024 ນີ້ວ່າ: ພະແນກ ຍທຂ ນວ ກຳລັງເລັ່ງກໍ່ສ້າງປັບ ປຸງ ແລະ ສ້ອມແປງເສັ້ນທາງສາຍຫຼັກ, ທາງຮ່ອມ, ທາງຊອຍ ທັງໝົດ 17 ເສັ້ນໃນ ນວ ເພື່ອຕ້ອນຮັບວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ໂດຍສະເພາະກອງປະຊຸມສຸດຍອດ ອາຊຽນ ທີ່ ສປປ ລາວ ເປັນເຈົ້າ ພາບ ແລະປີທ່ອງທ່ຽວລາວ 2024, ທັງເປັນການອຳນວຍຄວາມສະດວກໃຫ້ແກ່
ການສັນ ຈອນໄປມາ ຂອງປະຊາຊົນລາວບັນດາເຜົ່າ ກໍຄືປະຊາຊົນພາຍໃນ ນວ ໄດ້ນຳໃຊ້ເສັ້ນທາງທີ່ສະດວກສະບາຍຂຶ້ນກວ່າເກົ່າ, ທັງເປັນການປະກອບສ່ວນເຮັດໃຫ້ ນວ ມີໂສມໜ້າໃໝ່ ຫຼຸດຜ່ອນຄວາມແອອັດ, ຫຼຸດຜ່ອນການເກີດອຸບັດຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ.
ມາຮອດປັດຈຸບັນ, ໂຄງການກໍ່ສ້າງ-ປັບປຸງເສັ້ນທາງດັ່ງກ່າວ ໂດຍລວມແມ່ນສຳເລັດແລ້ວ 60% ແລະ ຄາດຄະເນວ່າຈະສຳເລັດ 100% ໃນທ້າຍເດືອນຕຸລາ 2024 ທີ່ຈະມາເຖິງນີ້ ເຊິ່ງການສ້ອມແປງມີທັງໝົດ 4 ບໍລິສັດຮັບເໝົາ ເປັນຜູ້ຈັດຕັ້ງປະຕິບັດຄື: ບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ປັບປຸງ ແລະ ສ້ອມແປງເສັ້ນທາງໄຟແດງເດີນບິນ-ຂ້າງຕະຫຼາດສີໄຄ (ເບຕົງ), ຍາວ 1.462 ແມັດ ປະຕິບັດໄດ້ 60%; ເສັ້ນທາງຄູວຽງ-ໂຮງໝໍ 103 (ເບຕົງ), ຍາວ 1.175 ແມັດ ປະຕິບັດໄດ້ 20%; ທາງເບຕົງຮ່ອມ 14 ບ້ານທົ່ງກາງ-ວັດສ້າງເຫວີຍ ຍາວ 1.088 ແມັດ ກຳລັງກໍ່ສ້າງໄດ້ 10%; ທາງເບຕົງຮ່ອມ 14 ບ້ານທ່າພະລານໄຊ ຍາວ 707 ແມັດ ກໍ່ສ້າງໄດ້ 10%; ໄຟອຳນາດສີດຳດວນ-ທົ່ງສ້າງນາງ-ໄຟອຳນາດຮ່ອງໄກ່ແກ້ວ (ປູຢາງຂົ້ວທັບຄືນ) ຍາວ 2.030 ແມັດ ສຳ ເລັດ 90%; ຖະໜົນສີທອງ ຈຸດ ຊ້າງ 3 ຫົວ-ໜອງດ້ວງ-ດົງນາໂຊກ-ໄຟອຳນາດໜອງໜ້ຽວ (ປູຢາງທັບຄືນ) ຍາວ 2.030 ແມັດກຳລັງສ້ອມແປງ 50%. ສ່ວນການປັບປຸງ, ສ້ອມແປງຄຸ້ມສີສະຫວາດ-ອ້ອມສຳນັກງານນາຍົກລັດຖະມົນຕີ ແລະ ເຂດບ້ານໂສກປ່າຫຼວງ-ສວນ 23 ສິງຫາ (ປູຢາງຂົ້ວທັບຄືນ) ຄືບໜ້າ 10%; ທາງເບຕົງທາງເຂົ້າສະຖານີລົດໄຟ ລາວ-ຈີນ ສະໜາມກິລາຫຼັກ 16 ກຳລັງກໍ່ສ້າງ 10%.
ສ່ວນ ບໍລິສັດ ບຸຜາ ພັດທະນາກໍ່ສ້າງເຄຫາສະຖານ, ຂົວທາງ ແລະ ສຳຫຼວດ-ອອກແບບ ຈຳກັດຜູ້ດຽວ ຮັບເໝົາເຂດໄຟອຳນາດສີໄຄ-ແຍກ ເຕ 2 ຄວາມຍາວ 1.635 ແມັດ ແລະ ວົງວຽນດົງປາລານ-ວົງວຽນໂພນທັນ-ໄຟອຳນາດໂພນທັນ ຄວາມຍາວ 2.076 ແມັດ (ປູຢາງຂົ້ວທັບຄືນ) ສຳເລັດ 95%, ວຽກແຕ້ມເສັນຈາລະຈອນ, ຕິດປ້າຍ ແລະ ທາສີຂອບທາງ ຈຳນວນ 8 ເສັ້ນທາງ ສຳເລັດ 40%; ບໍລິສັດສີສະເກດ ກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວ ໄດ້ຈັດຕັ້ງປະຕິບັດໜ້າວຽກຢູ່ບ້ານວັດນາກຮ່ອມ 4 (ເບຕົງ) ຄວາມຍາວ 328 ແມັດ ແລະເສັ້ນທາງກຳແພງເມືອງ ໄຟອຳນາດໜອງໄຮ-ວົງວຽນຫຼັກ 10 (ປູຢາງຂົ້ວທັບຄືນ) ກຳລັງຈັດຕັ້ງໄດ້ 60% ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ກໍ່ສ້າງທາງເບຕົງ ແຕ່ສະພັງເມີກ-ຫຼັງຫໍພັກຊີເກມ-3 ແຍກໜອງວຽງຄຳ ສ້ອມແປງໄດ້ 20%; ເຂດທົ່ງສ້າງນາງ-ໄຟອຳນາດສະຫວ່າງ (ປູຢາງຂົ້ວທັບຄືນ) ສຳເລັດ 98%; ເຂດແຈວັດຈັນ-ວັດອົງຕື້ (ປູຢາງຂົ້ວທັບຄືນ) ສຳເລັດ 100% ແລະ ຖະໜົນໄຜໜາມ ຫຼັງໂຮງຮຽນ ມສ ອະນຸ (ປູຢາງຂົ້ວທັບຄືນ) ສຳເລັດ 95%.
ໂອກາດນີ້, ທ່ານ ພຸດທະເສນ ສິນທະວົງ ຍັງໄດ້ຝາກເຖິງຜູ້ໃຊ້ລົດ, ໃຊ້ຖະໜົນລວມເຖິງບຸກຄົນ ທີ່ມີເຮືອນຕິດກັບເສັ້ນທາງໃຫ້ ຮັກສາສະພາບຂອງເສັ້ນທາງ, ຮັກສາຄວາມສະອາດ ໂດຍສະ ເພາະເວລາປັດກວາດທາງບໍ່ຄວນປັດຂີ້ເຫຍື້ອລົງຮ່ອງລະບາຍນໍ້າ, ບໍ່ຖອກນໍ່າເສຍໃສ່ແຄມທາງ ຫຼື ຖິ້ມສິ່ງເສດເຫຼືອໃສ່ຮ່ອງລະບາຍນໍ້າ ອາດເຮັດໃຫ້ທໍ່ລະບາຍນໍ້າຕັນ ເມື່ອຝົນຕົກໜັກ ກໍຈະເຮັດໃຫ້ການລະບາຍນໍ້າບໍ່ທັນ ກໍ່ໃຫ້ເກີດນໍ້າຖ້ວມ-ນໍ້າຂັງ ເປັນຕົ້ນ.
ໂດຍ: ກິດຕາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ