
ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ
ເວລາອອກຂ່າວ: 2024-06-24 09:39:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 462 | ຄວາມນິຍົມ:
ວັນທີ 20 ມິຖຸນາ 2024, ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລື “ວຽກງານການທູດເສດຖະກິດ ຮ່ວມກັບບັນດາ 5 ແຂວງພາກກາງ ແລະ 2 ແຂວງພາກເໜືອ” ຢູ່ທີ່ແຂວງສະຫວັນນະເຂດ,ພາຍ
ໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ປອ ແສນສັກ ສຸລິສັກ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກບັນດາພະແນກ
ການຕ່າງໆທີ່ກ່ຽວຂ້ອງ ທີ່ມາຈາກ 5 ແຂວງພາກກາງ ແລະ 2 ແຂວງພາກເໜືອ ເຂົ້າຮ່ວມທັງໝົດ ຈຳນວນ 110 ທ່ານ.
ຈຸດປະສົງການຈັດກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ບົດບາດ ແລະ ຄວາມສຳຄັນ ຂອງວຽກງານການທູດເສດຖະກິດ ທີ່ຕິດພັນ
ກັບແຜນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໃນປັດຈຸບັນ ເພື່ອແນໃສ່ປະກອບສ່ວນເຮັດໃຫ້ມີຄວາມເຂັ້ມແຂງ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງ
ຊາດ ເພື່ອດຶງດູດການລົງທຶນ ລວມທັງສ້າງພື້ນຖານການຜະລິດທີ່ເຂັ້ມແຂງ ເພື່ອເຮັດໃຫ້ວຽກງານການຄ້າ ຂອງ ສປປ ລາວ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້. ຄຽງຄູ່ກັນນັ້ນ, ຍັງແນໃສ່ການສ້າງກົນໄກຂອດປະສານງານໃນການເຄື່ອນໄຫວວຽກງານດ້ານການທູດເສດຖະກິດດັ່ງກ່າວ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ແລະ ບັນດາສະຖານທູດລາວຢູ່ຕ່າງປະເທດ ໃຫ້ເປັນລະບົບ ເພື່ອ
ຮັບປະກັນໃຫ້ແກ່ການປະສານງານມີຄວາມໂລ່ງລ່ຽນ ແລະ ກົມກຽວດີຍິ່ງຂຶ້ນ.
ໃນໂອກາດກ່າວເປີດກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວຽກງານການທູດເສດຖະກິດ ເຊິ່ງແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນຈຳເປັນໃນການຊຸກຍູ້ການພັດທະນາເສດຖະກິດ ຂອງປະເທດໃນປັດຈຸບັນ ໂດຍແນໃສ່ຍົກລະດັບການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງສາກົນຂຶ້ນສູ່ມິຕິໃໝ່. ການໂຄສະນາດຶງດູດການຄ້າ-ການລົງທຶນ, ການທ່ອງທ່ຽວ ລວມທັງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສົ່ງອອກສິນຄ້າ ຂອງ ສປປ ລາວ ເຂົ້າສູ່ຕະຫຼາດ ຂອງສາກົນໃນປັດຈຸບັນ ແມ່ນຕັດຂາດບໍ່ໄດ້ຈາກການເຮັດໜ້າທີ່ດ້ານການທູດເສດຖະກິດ, ເນື່ອງຈາກການທູດເສດຖະກິດແມ່ນການຂົນຂວາຍຍາດແຍ່ງການຮ່ວມມືໂດຍກົງທາງດ້ານເສດຖະກິດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະແມ່ນຍຸກເສດຖະກິດໂລກາພິວັດໃນປັດຈຸບັນ.
ໃນກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການນຳສະເໜີເອກະສານສຳຄັນຕ່າງໆ ຄື: ດຳລັດ ວ່າດ້ວຍການເຄື່ອນໄຫວ ຂອງສຳນັກງານຜູ້ຕາງໜ້າ ເພື່ອພັດທະນາເສດຖະກິດຂອງຊາດ; ເຜີຍແຜ່ຄວາມໝາຍ, ຄວາມສຳຄັນຂອງການເຄື່ອນໄຫວວຽກງານການທູດເສດຖະກິດ ແລະ ທິດທາງແຜນການໃນຕໍ່ໜ້າ. ນອກນີ້, ຍັງໄດ້ຮັບຟັງການລາຍງານທ່າແຮງທາງດ້ານການຄ້າ, ການລົງທຶນ ຂອງບັນດາ 5 ແຂວງພາກກາງ (ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງບໍລິຄຳໄຊ, ແຂວງຄຳ
ມ່ວນ, ແຂວງສະຫວັນນະເຂດ) ແລະ 2 ແຂວງພາກເໜືອ (ແຂວງ
ຫົວພັນ ແລະ ຊຽງຂວາງ). ພ້ອມທັງໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນ ແລະ ບົດຮຽນໃນແຕ່ລະດ້ານ ທີ່ຕິດພັນກັບການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ລະຫວ່າງ ແຂວງກັບແຂວງ ແລະ ປຶກສາຫາລືກ່ຽວກັບການສ້າງຕັ້ງກົນໄກ
ຈຸດປະສານງານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຕໍ່ວຽກງານການທູດເສດຖະກິດ ອີກດ້ວຍ.
ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດຄັ້ງນີ້, ຄະນະຜູ້ແທນກອງປະຊຸມ ຍັງໄດ້ດໄປຢ້ຽມຢາມ ເຂດເສດຖະກິດພິເສດສະ
ຫວັນ-ເຊໂນ ເພື່ອຢ້ຽມຊົມການພັດທະນາ ແລະ ຮັບຟັງບັນດາທ່າແຮງດ້ານການລົງທຶນໃນເຂດດັ່ງກ່າວ ໂດຍມີຄະນະຮັບຜິດຊອບເຂດເສດຖະກິດພິເສດດັ່ງ
ກ່າວ ໃຫ້ການຕ້ອນຮັບ, ໃຫ້ຂໍ້ມູນອະທິບາຍ ແລະ ນຳພາຢ້ຽມຊົມ ອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ