
ໜ່ວຍພັກກອງຮ້ອຍປ້ອງກັນທີ່ຕັ້ງ ທະຫານນະຄອນຫຼວງວຽງຈັນ ດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV
ເວລາອອກຂ່າວ: 2024-06-25 09:22:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 372 | ຄວາມນິຍົມ:
ໃນວັນທີ 19 ມິຖຸນາ 2024, ໜ່ວຍພັກກອງຮ້ອຍປ້ອງກັນທີ່ຕັ້ງ ຄະນະພັກຮາກຖານຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້
ດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນລິດ ສີສຸພອນ ເລຂາຄະນະພັກຮາກຖານຫ້ອງເສນາທິການ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ຄະນະໜ່ວຍພັກ ພ້ອມດ້ວຍແຂກທີ່ຖືກເຊີນ ຕະຫຼອດຮອດສະມາຊິກພັກສຳ
ຮອງ-ສົມບູນ ເຂົ້າຮ່ວມ
ສະຫາຍ ພັນຕີ ອຸດົມໂພຫຼວງສາຂາ ເລຂາໜ່ວຍພັກກອງຮ້ອຍປ້ອງກັນທີ່ຕັ້ງ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ໃນຕະຫຼອດໄລຍະ 5 ປີ
ຜ່ານມາ ຄະນະໜ່ວຍພັກ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກພັກ ເຊື່ອມຊຶມ, ກຳແໜ້ນບັນດາແນວທາງແຜນນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ຕິດພັນກັບຂະບວນການ ດ້ານຕ່າງໆ ໂດຍປິ່ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງ ອອກ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຜົນສຳເລັດຫຼາຍດ້ານ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍໄດ້ປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກເປັນບັນຫາສຳຄັນ ຖືເອົາການເຄື່ອນໄຫວດຳເນີນຊີວິດການເມືອງພາຍໃນພັກເປັນໃຈກາງໃນການປັບປຸງກໍ່
ສ້າງພັກ, ມີການສະຫຼຸບຖອດຖອນບົດຮຽນ ແລະ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຢ່າງເປັນປົກກະຕິ, ສາມາດຕີລາຄາແບ່ງປະເພດສະມາຊິກພັກແຂງມີ 16 ສະຫາຍ, ກາງ 2 ແລະ ໜ່ວຍພັກໄດ້ຮັບການຢັ້ງຢືນຈາກຄະນະພັກຂັ້ນເທິງ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 3 ສະໄໝ.
ກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ໄດ້ເລືອກເອົາ ສະຫາຍ ພັນຕີ ອຸດົມໂພ ຫຼວງສາຂາ ເປັນເລຂາ, ສະຫາຍ ພັນຕີ ສົມເພັງ ພົມມະສອນ ເປັນຮອງເລຂາ ແລະ ສະຫາຍ ພັນຕີ ຖະ
ໝົມ ພັນສົດໃສ ເປັນກຳມະການ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ