ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ກອງ​ປະຊຸມ​ຜູ້​ແທນ​ຊາວ​ໜຸ່ມ ຄັ້ງ​ທີ VI ທົ່ວ​ກອງພັນ​ໃຫຍ່ 605
ເວລາອອກຂ່າວ: 2024-06-25 09:29:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 337 | ຄວາມນິຍົມ:



​ວັນ​ທີ 19 ມິຖຸນາ 2024 ນີ້, ຂະແໜງ​ຊາວ​ໜຸ່ມ ກອງພັນ​ໃຫຍ່ 605 ໄດ້​ດໍາເນີນ​ກອງ​ປະຊຸມ​ຜູ້​ແທນ​ຊາວ​ໜຸ່ມ ຄັ້ງ​ທີ VI, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ສຸດ​ໃຈ ມະຫາວົງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ​, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກົມ​ກອງ, ມີ​ອົງ​ການຈັດຕັ້ງ​ມະຫາຊົນ​ຊາວ​ໜຸ່ມ-ແມ່ຍິງ, ແຂກ​ຖືກ​ເຊີນ ແລະ ຜູ້​ແທນ​ຊາວ​ໜຸ່ມ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ຄຳ​ພອນ ທ່ຽງ​ທຳ​ມາ ຫົວໜ້າ​ຂະແໜງ​ຊາວ​ໜຸ່ມ ກອງພັນ​ໃຫຍ່ 605 ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ຕະຫຼອດ​ໄລຍະ 5 ປີຜ່ານມາ, ຄະນະ​ພັກ-ຄະນະ​ບັນຊາ ກໍ​ຄື​ຄະນະ​ນຳ​ຊາວ​ໜຸ່ມ ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ສະມາຊິກ​ຊາວ​ໜຸ່ມ​ເຮັດ​ໃຫ້​ການຈັດຕັ້ງ​ຊາວ​ໜຸ່ມ​ແຕ່​ລະ​ຂັ້ນ​ ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ, ນຳ​ເອົາ​ແນວທາງ​ນະ​ໂຍ​ບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ບັນດາ​ມະຕິ, ຄຳ​ສັ່ງ ແລະ ເອກະສານ​ມູນເຊື້ອ​ຕ່າງໆ​ ມາ​ຈັດ​ຕັ້ງ​ເຊື່ອມ​ຊຶມ​ໃຫ້​ສະມາຊິກ​ຊາວ​ໜຸ່ມ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ແລະ ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ໜ້າທີ່​ການເມືອງ​ຂອງ​ຕົນ, ສອດ​ຫ້ອຍ​ເຂົ້າໃນ​ທຸກ​ຂົງເຂດ​ວຽກ​ງານ ແລະ ທຸກ​ຂະ​ບວນ​ການ ເຮັດ​ໃຫ້​ກົມ​ກອງ​ມີ​ຄວາມ​ສະຫງົບ, ມີ​ລະບຽບ​ວິໄນ​ເຂັ້ມ​ງວດ, ໂດຍ​ສະເພາະ​ການ​ປະຕິບັດ​ເນື້ອ​ໃນ​ຂໍ້ ​ແຂ່ງຂັນ 4 ບຸກ ຂອງ​ສູນ​ການ​ຊາວ​ໜຸ່ມ​ປະຊາ​ຊົມ​ປະຕິວັດ​ລາວ​ວາງ​ອອກ ແລະ ຂໍ້​ກຳນົດ 7 ລະບອບ 18 ວຽກ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ. ນອກ​ນີ້, ຍັງ​ໄດ້​ປະຕິ ບັດ​ວຽກ​ງານ​ນະໂຍບາຍ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃຫ້​ພະນັກງານ-ນັກຮົບ, ສະ​ມາ​ຊິກ​ຊາວ​ໜຸ່ມ​ຢ່າງ​ເໝາະ​ສົມ, ຄະນະ​ຊາວ​ໜຸ່ມ​ພວກ​ເຮົາ ​ຍັງ​ໄດ້​ປະກອບສ່ວນ​ເຂົ້າ​ຮ່ວມ​ເປັນ​ສະມາຊິກ​ກອງ​ທຶນ​ຮ່ວມ​ພັດທະນາ​ຊາວ​ໜຸ່ມ​ກອງທັບ ເພື່ອ​ສ້າງ​ເງື່ອນໄຂ​ໃຫ້​ບຸກຄົນ ແລະ ກົມ​ກອງ​ລວມ​ໝູ່​ໄດ້​ມີ​ໂອກາດ​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ, ເຊິ່ງ​ມີ​ສະມາຊິກ​ເຂົ້າ​ຮ່ວມ 712 ສະຫາຍ, ມີ​ເງິນ​ຝາກ​ທັງ​ໝົດ 100 ລ້ານ​ກວ່າ​ກີບ ພ້ອມ​ນີ້, ຍັງ​ໄດ້​ປຸກລະດົມ​ຊຸກຍູ້​ສະມາຊິກ​ຊາວ​ໜຸ່ມ​ໃຫ້​ເອົາໃຈໃສ່​ເພີ່ມ​ພູນ​ຜະລິດຜົນ ໂດຍ​ປະຕິບັດ​ຕາມ​ທິດ​ຊີ້​ນຳ 4 ປູກ 4 ລ້ຽງ ທີ່​ກົມ​ໃຫຍ່​ພະລາ​ທິ​ການ​ວາງ​ອອກ ເພື່ອ​ສ້າງ​ແຫຼ່ງ​ລາຍ​ຮັບ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ກົມ​ກອງ ແລະ ຕົນ​ເອງ ໃນ​ນີ້, ໄດ້​ປູກ​ພືດ​ຜັກ​ລົ້ມລຸກ​ຊະນິດ​ຕ່າງໆ ໄດ້ 64.960 ກິ​ໂລກ​ຣາມ, ລ້ຽງສັດ​ປະເພດ​ຕ່າງໆ ໄດ້ 25.192 ກິ​ໂລກ​ຣາມ, ລວມ​ລາຍ​ຮັບ​ຈາກ​ການ​ປູກຝັງ ແລະ ລ້ຽງສັດ​​ທັງ​ໝົດ 1.180.560.000 ກີບ. ຜ່ານ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ​ຜ່ານ​ມາ ໄດ້ຮັບ​ຢັ້ງຢືນ​ເປັນຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ 4 ບຸກ 2 ຄະນະ, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂງ 5 ຄະນະ, ໜ່ວຍ​ຊາວ​ໜຸ່ມ​ນຳ​ໜ້າ 4 ບຸກ 8 ໜ່ວຍ, ແຂງ 4 ໜ່ວຍ, ສະມາຊິກ​ຊາວ​ໜຸ່ມ​ນຳ​ໜ້າ 4 ບຸກ 62 ສະຫາຍ, ສະມາຊິກ​ຊາວ​ໜຸ່ມ​ແຂງ 245 ສະຫາຍ, ກາງ 72 ສະຫາຍ, ຂະຫຍາຍ​ມະຫາຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ 68 ສະຫາຍ. ຈາກ​ຜົນງານ​ດັ່ງກ່າວ, ສະມາຊິກ​ຊາວ​ໜຸ່ມ​ຍັງ​ໄດ້​ຮັບ​ການ​ຍ້ອງຍໍ​ປະເພດ​ຫຼຽນ​ໄຊ, ຫຼຽນ​ກາ ຫຼາຍ​ສະຫາຍ, ໃບ​ຍ້ອງຍໍ ແລະ ໃບ​ຊົມເຊີຍ 435 ໃບ. ຈາກ​ນັ້ນ, ຜູ້​ແທນ​ກອງ​ປະຊຸມ​ຍັງ​ໄດ້​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ​ຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ​ຂຶ້ນ​ຕື່ມ. ໂດຍ: ໜູ​ແດງ+ເພັງ ມະນີ​ລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ