
ແລກປ່ຽນວັດທະນະທຳ ກິລາ 4 ຝ່າຍ ລາວ, ຈີນ, ມຽນມາ ແລະ ໄທ
ເວລາອອກຂ່າວ: 2024-06-25 09:35:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 368 | ຄວາມນິຍົມ:
ວັນທີ 19 ມິຖຸນາ 2024 ນີ້, ແຂວງບໍ່ແກ້ວ ໄດ້ເປັນເຈົ້າພາບຈັດງານພົບປະແລກປ່ຽນວັດທະນະທຳ ກິລາພະນັກງານ ປະຕິບັດກົດໝາຍ ແລະ ລາດຕະ
ເວຮ່ວມທາງນ້ຳ ຕາມລຳແມ່ນ້ຳຂອງ 4 ປະເທດ (ຈີນ, ລາວ, ມຽນມາ,ໄທ). ຝ່າຍປະເທດລາວ ນຳໂດຍ ສະຫາຍ ພັນເອກ ຄຳເຫຼັກ ສາຍຄຳພວນ ຫົວໜ້າຫ້ອງການເມືອງ ກອງບັນຊາການ ທະຫານແຂວງຫຼວງນ້ຳທາ, ຝ່າຍຈີນ ນຳພາໂດຍ ສະຫາຍ ພົນໂທ ຢວນຢ້າພິງ ຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ, ຝ່າຍໄທ ນຳພາໂດຍ ທ່ານ ພົນໂທ ພານຸວັດ ບົວຊາຕິ ຫົວໜ້າຕຳຫຼວດພູທອນພາກ 5, ຝ່າຍ ມຽນມາ ນຳພາໂດຍ ທ່ານ ພັນໂທ ອ່ອງຈໍໂມ ຫົວໜ້າກອງບັນຊາການຕຳຫຼວດນ້ຳວັງປຸງ. ພ້ອມດ້ວຍຄະນະທີມງານນັກກິລາທັງ 4 ຝ່າຍເຂົ້າຮ່ວມ.
ຈຸດປະສົງໃນການຈັດການແຂ່ງຂັນກິລາຄັ້ງນີ້, ແມ່ນເພື່ອຕ້ອນຮັບທີມງານລາດຕະເວນ 4 ຝ່າຍ ຕາມລຳແມ່ນ້ຳຂອງຕອນເໜືອ ໃຫ້ມີຂະບວນການຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ພ້ອມດຽວກັນນັ້ນ, ກໍເພື່ອຮັດແໜ້ນຄວາມສາມັກຄີຮ່ວມມື ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ. ການແຂ່ງຂັນກິລາໃນຄັ້ງນີ້ ມີທີມນັກກິລາທັງໝົດ 20 ທີມ ປະກອບມີ 5 ປະເພດກິລາ ຄື: ກິລາ ບານເຕະ, ກິລາກະຕໍ້, ກິລາ ດອກປີກໄກ່ ຄູ່, ກິລາ ດອກປີກໄກ່ ດ່ຽວ ແລະ ກິລາ ດຶງເຊືອກ.
ການແຂ່ງຂັນຕົວຈິງສາມາດສະຫຼຸບໄດ້ຄື: ກິລາ ບານເຕະ ທີມນັກກິລາໄທ ສາມາດຍາດໄດ້ ອັນດັບທີ 1, ທີ 2 ມຽນມາ, ທີ 3 ຮ່ວມ ລາວ-ຈີນ, ກິລາ ກະຕໍ້ ມຽນມາ ສາມາດຍາດໄດ້ ອັນດັບທີ 1, ທີ 2 ໄທ, ທີ 3 ຮ່ວມ ລາວ-ຈີນ, ກິລາ ດອກປີກໄກ່ ຄູ່ ຈີນສາມາດຍາດໄດ້ ອັນດັບທີ 1, ທີ 2 ລາວ, ທີ 3 ຮ່ວມມຽນມາ-ໄທ, ກິລາ ດອກປີກໄກ່ດ່ຽວ ຈີນສາມາດຍາດໄດ້ອັນດັບທີ 1, ທີ 2 ລາວ, ທີ 3 ຮ່ວມມຽນມາ-ໄທ, ກິລາດຶງເຊືອກ ຈີນ ອັນດັບທີ 1, ທີ 2 ລາວ, ທີ 3 ຮ່ວມມຽນມາ-ໄທ.
ໂດຍ: ນາງ ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ