ສົກຮຽນ 2023-2024 ວປກ ສຳເລັດການບຳລຸງ-ກໍ່ສ້າງນາຍທະຫານ 15 ເປົ້າໝາຍ
ເວລາອອກຂ່າວ: 2024-06-25 09:43:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 410 | ຄວາມນິຍົມ:
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ແມ່ນບ່ອນຊຸບຫຼໍ່ກໍ່ສ້າງບຸກຄະລາກອນປ້ອງກັນຊາດ ຮັບໃຊ້ໃຫ້ແກ່ກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນທົ່ວກອງທັບເຮົາ, ມີທັງລະບົບກໍ່ສ້າງໄລຍະສັ້ນ, ກໍ່ສ້າງໄລຍະຍາວ ແລະ ລະບົບບຳລຸງ, ຍ້ອນພາລະບົດບາດສຳຄັນຄືດັ່ງກ່າວ ຕະຫຼອດໄລຍະເວລາຜ່ານມາ ຄະນະພັກ-ຄະນະອຳນວຍການວິທະຍາຄານ ຈຶ່ງໄດ້ເອົາໃຈໃສ່ປັບປຸງໂຄງການຫຼັກສູດການຮຽນ-ການສອນ ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງກອງທັບ ໃນໄລຍະໃໝ່ ເພື່ອເຮັດໃຫ້ຄຸນນະພາບການຮຽນ-ການສອນດີຂຶ້ນ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ, ເຊິ່ງໃນສົກຮຽນ 2023-2024 ນີ້, ວປກ ໄດ້ສຳເລັດການກໍ່ສ້າງ-ບຳລຸງ ນາຍທະຫານນຳພາ-ບັນຊາ ແລະ ພາສາຕ່າງປະເທດ ຈຳນວນ 15 ເປົ້າໝາຍ ລວມທັງໝົດມີ 342 ສະຫາຍ.
ອີງໃສ່ບົດລາຍງານການຈັດ ຕັ້ງປະຕິບັດແຜນການ ບຳລຸງ-ກໍ່ສ້າງຢູ່ ວປກ ໃນສົກຮຽນ 2023-2024 ໃຫ້ຮູ້ວ່າ: ການບຳລຸງ-ກໍ່ສ້າງນາຍທະຫານ ໃນສົກ
ຮຽນຜ່ານມາ ເຖິງແມ່ນວ່າຈະພົບກັບຂໍ້ຫຍຸ້ງຍາກຫຼາຍດ້ານ ອັນເນື່ອງມາຈາກ ສະພາບສະພາບແວດລ້ອມສາກົນ, ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ, ຄ່າຄອງຊີບ ແລະ ອື່ນໆ ແຕ່ຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດ ຈາກຄະນະນຳກະຊວງປ້ອງກັນປະເທດ, ອົງການທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂສະດວກຫຼາຍດ້ານ ບວກກັບອົງການຈັດຕັ້ງແຕ່ລະຂັ້ນ ພາຍໃນວິທະຍາຄານ ມີຄວາມຕັດສິນໃຈສູງ, ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ຈັດຕັ້ງປະຕິບັດແຜນການບຳລຸງ-ກໍ່ສ້າງສຳເລັດຕາມຄາດໝາຍທີ່ວ່າງໄວ້. ເຊິ່ງໃນສົກຮຽນ 2023-2024 ນີ້, ວປກ ໄດ້ສຳເລັດການກໍ່ສ້າງ-ບຳລຸງນາຍທະຫານ ນຳພາ-ບັນຊາ ແລະ ພາສາຕ່າງປະເທດ ຈຳນວນ 15 ເປົ້າໝາຍ ຄື: ກໍ່ສ້າງເລັ່ງລັດຍຸດທະບັ້ນຮົບ-ຍຸດທະສາດລະບົບ 1 ປີ ຊຸດທີ XX ມີ 30 ສະຫາຍ, ກໍ່ສ້າງປະລິນຍາໂທ ການທະຫານ ລະບົບ 2 ປີ ຊຸດທີ XV ມີ 17 ສະຫາຍ, ກໍ່ສ້າງປະລິນຍາໂທ ການເມືອງ ລະບົບ 2 ປີ ຊຸດທີ XV ມີ 13 ສະຫາຍ, ກໍ່ສ້າງປະລິນຍາຕີ ການທະຫານ ລະບົບ 3 ປີ ຊຸດທີ XII ມີ 25 ສະຫາຍ, ກໍ່ສ້າງປະລິນຍາຕີ ການທະຫານ ລະບົບ 2 ປີ ຊຸດທີ XIII ມີ 30 ສະຫາຍ, ກໍ່ສ້າງປະລິນຍາຕີ ການເມືອງ ລະບົບ 3 ປີ ຊຸດທີ XII ມີ 25 ສະຫາຍ, ກໍ່ສ້າງເລັ່ງລັດການທະຫານຂັ້ນກອງພັນໃຫຍ່ ລະບົບ 1 ປີ ຊຸດທີ IX ມີ 20 ສະຫາຍ, ກໍ່
ສ້າງເລັ່ງລັດ ການທະຫານ ຂັ້ນກອງພັນນ້ອຍ ລະບົບ 1 ປີ ຊຸດທີ IX ມີ 20 ສະຫາຍ, ກໍ່ສ້າງຄູການທະຫານ ຂັ້ນກອງພັນໃຫຍ່ທະຫານຮາບ-ກອງພົນທະຫານຮາບ ລະບົບ 1 ປີ ຊຸດທີ II ມີ 30 ສະຫາຍ, ບຳລຸງການທະຫານທ້ອງຖິ່ນ ລະ
ບົບ 3 ເດືອນ ຊຸດທີ IX ມີ 30 ສະຫາຍ, ກໍ່ສ້າງພາສາຫວຽດນາມ ຊັ້ນສູງ ລະບົບ 3 ປີ ຊຸດທີ XI ມີ 25 ສະຫາຍ, ກໍ່ສ້າງ ພາສາຣັດເຊຍ ຊັ້ນສູງ ລະບົບ 3 ປີ ຊຸດທີ V ມີ 20 ສະຫາຍ, ກໍ່ສ້າງພາສາຈີນ ຊັ້ນສູງ ລະບົບ 4 ປີ ຊຸດທີ VI ມີ 14 ສະຫາຍ, ກໍ່ສ້າງພາສາອັງກິດ ຊັ້ນສູງ ລະບົບ 4 ປີ ຊຸດທີ XVI ມີ 30 ສະຫາຍ, ກໍ່ສ້າງພາສາອັງກິດ ລະບົບ 1 ປີ ຊຸດທີ XVII ມີ 20 ສະຫາຍ, ລວມມີນັກສຶກສາທັງໝົດ 349 ສະຫາຍ, ມີໜ້າປ້ອງກັນບົດ ແລະ ສອບເສັງຕົວຈິງ 342 ສະຫາຍ.
ຜ່ານການຈັດຕັ້ງປະຕິບັດ ແຜນການບຳລຸງ-ກໍ່ສ້າງ ໃນສົກຮຽນຜ່ານມາ ເຫັນວ່າ: ຄະນະຮັບຜິດຊອບແຕ່ລະພາກສ່ວນມີຄວາມຮັບຮູ້, ເຂົ້າໃຈ ຕໍ່ໜ້າທີ່ການເມືອງ ພ້ອມກັນຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ ດ້ວຍຄວາມ
ຮັບຜິດຊອບສູງ, ການຄຸ້ມຄອງແຜນການອົບຮົມ, ເນື້ອໃນເອກະສານການຮຽນ-ການສອນ, ກຳນົດເວລາຕ່າງໆ ຖືກຕ້ອງຕາມຂໍ້ກຳນົດ ແລະ ລະບຽບຫຼັກການ, ສາມາດບັນລຸໄດ້ຕາມຈຸດປະສົງຂອງໂຄງການຫຼັກສູດແຕ່ລະເປົ້າໝາຍ, ການຊີ້ນຳ-ຄຸ້ມຄອງ, ການກວດກາການຈັດຕັ້ງປະຕິບັດແຜນການ ໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ໂດຍສະເພາະແມ່ນ ການປະຕິບັດຂໍ້ກຳນົດ, ກົດລະບຽບ, ການຄົ້ນຄວ້າຮໍ່າຮຽນ, ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ທັດສະນະການອອກ
ແຮງງານ ແລະ ອື່ນໆ, ສ່ວນຄູ-ອາຈານ ໄດ້ສຸມສະຕິປັນຍາເພື່ອຖ່າຍທອດຄວາມຮູ້, ບັນດາບົດຮຽນພຶດຕິກຳ ໃຫ້ແກ່ນັກສຶກສາ, ເປັນແບບຢ່າງທີ່ດີໃນການຄົ້ນ
ຄວ້າ, ສິດສອນ, ແນະນຳ, ນຳພາປະຕິບັດ ການຮຽນ-ການສອນ ດ້ວຍຄວາມຮັບຜິດຊອບ, ສຳລັບນັກສຶກສາ ໄດ້ມີຄວາມຕື່ນຕົວເປັນເຈົ້າການປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄື ຂອງວິທະຍາຄານວາງອອກ, ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າຮໍ່າຮຽນ, ເຝິກຝົນຫຼໍ່ຫຼອມຕົນເອງ, ເປັນແບບຢ່າງທີ່ດີໃນການຄົ້ນຄວ້າຮໍ່າຮຽນ ກໍຄື ການເຄື່ອນໄຫວດຳລົງຊີວິດ ແລະ ການປະຕິບັດລະບຽບກົດໝາຍ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນທຸກຂະບວນການ ທີ່ທາງວິທະຍາຄານວາງອອກ ດ້ວຍຄາມຫ້າວຫັນ. ຜ່ານການຄົ້ນຄວ້າຮໍ່າຮຽນຕົວຈິງ ສາມາດຕີລາຄາຜົນໄດ້ຮັບຕະຫຼອດຊຸດຮຽນ ຂອງນັກສຶກສາແຕ່ລະເປົ້າໝາຍ ຄື: ນັກສຶກສາ ລະບົບບຳລຸງນາຍທະຫານບັນຊາ ລວມມີ 5 ເປົ້າໝາຍ, ນັກສຶກສາມີໜ້າຕົວຈິງ 130 ສະຫາຍ, ຄະແນນສະເລ່ຍຕະຫຼອດຊຸດຮຽນ ເກຣດ A ມີ 10 ສະຫາຍ, ເກຣດ B+ ມີ 117 ສະຫາຍ, ເກຣດ B ມີ 3 ສະຫາຍ, ນັກສຶກສາລະບົບກໍ່ສ້າງນາຍທະຫານບັນຊາ ມີ 5 ເປົ້າໝາຍ, ນັກສຶກສາມີໜ້າຕົວຈິງ 108 ສະຫາຍ, ຄະແນນສະເລ່ຍຕະ ຫຼອດຊຸດຮຽນ ເກຣດ B+ ມີ 108 ສະຫາຍ ແລະ ນັກສຶກສາລະບົບພາສາຕ່າງປະເທດມີ 5 ເປົ້າໝາຍ, ນັກສຶກສາມີໜ້າຕົວຈິງ 104 ສະຫາຍ, ຄະແນນສະເລ່ຍຕະຫຼອດຊຸດຮຽນ ເກຣດ B+ ມີ 7 ສະຫາຍ, ເກຣດ B ມີ 84 ສະຫາຍ ແລະ ເກຣດ C+ ມີ 3 ສະຫາຍ.
ໂດຍ: ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ