ຫ້ອງພະລາທິການທະຫານແຂວງໄຊຍະບູລີ ສຸມໃສ່ສ້າງພະລາທິການກັບທີ່ເພື່ອຮັບປະກັນແກ້ໄຂຊີວິດການເປັນຢູ່ໃນກົມກອງ
ເວລາອອກຂ່າວ: 2024-06-25 09:47:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 386 | ຄວາມນິຍົມ:
ສະຫາຍ ພັນໂທ ອຳໄພ ອຸ່ມສາພົນ ກຳມະການຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງພະລາທິການກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ຫ້ອງພະລາທິການ ແມ່ນຄະນະພັກຮາກຖານໜຶ່ງພາຍໃຕ້ການຊີ້ນຳ-ນຳພາໂດຍກົງ, ຮອບດ້ານຈາກຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ ແລະ ອົງຄະນະພັກກົມໃຫຍ່ພະລາທິການກອງທັບ ຂົງເຂດວຽກງານຮັບປະກັນລ້ຽງດູກຳລັງ, ສ້າງພະລາທິການ ເຊິ່ງຍາມໃດຄະນະຫ້ອງພະລາທິການພວກເຮົາກໍໄດ້ເອົາໃຈໃສ່ຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນຢ່າງຮອບດ້ານຕາມທິດຊີ້ນຳຂອງຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່ພະລາທິການກອງທັບ ແລະ ກອງບັນຊາການທະຫານແຂວງວາງອອກ ເຫັນໄດ້ວ່າ ສະພາບເສດຖະກິດໃນປັດຈຸບັນ ມີການເໜັງຕີງເລື້ອຍໆ ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ ສົ່ງຜົນກະທົບໂດຍກົງ ຕໍ່ການດຳລົງຊີວິດຂອງພະນັກງານ-ນັກຮົບ ໃນກົມກອງ ແຕ່ເຖິງຢ່າງໃດກໍຕາມ ຍ້ອນຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງໄຊຍະບູລີ ແລະ ຄວາມເປັນເຈົ້າການປະກອບສ່ວນຢ່າງແຂງແຮງຂອງ ພະນັກງານ-ນັກຮົບຢູ່ບັນດາກົມກອງ ຈຶ່ງເຮັດໃຫ້ທຸກວຽກ
ງານຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງແຕ່ລະກົມກອງຮາກຖານສາມາດປະຕິບັດໄດ້ບັນລຸຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້.
ວຽກງານພະລາທິການ ກໍແມ່ນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນຂາດບໍ່ໄດ້ ເພາະຕິດພັນກັບທຸກການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ຕິດພັນກັບການດຳລົງຊີວິດປະຈຳວັນຂອງພະນັກງານ-ນັກຮົບໃນກົມກອງ ດັ່ງນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວ ເດີນແມ່ນແລ່ນສະດວກ ຄະນະຫ້ອງພວກເຮົາ ຈຶ່ງໄດ້ຈັດຕັ້ງຜັນຂະຫຍາຍຕາມເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າໃຫຍ່ 26 ແຜນງານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໜ້າທີ່ໃຫຍ່ທີ III ກ່ຽວກັບ ແຜນການຮັບປະກັນການແກ້ໄຂຊີວິດການເປັນຢູ່ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນໃຫ້ປະກົດຜົນເປັນຈິງ. ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ໄຊຍະບູລີ ກໍຄ ືຫ້ອງພະລາທິການ ໄດ້ມີແຜນການ-ໂຄງການອັນລະອຽດໃນການສ້າງພະລາທິການກັບທີ່ ເພື່ອຮັບປະກັນໃຫ້ວຽກງານຄຸ້ມຄອງທັບລ້ຽງດູກຳລັງ ທັງຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ ໂດຍກຳນົດເອົາກອງພັນ 609 ເປັນກົມກອງຕົວແບບ ແລະ ມີຫຼາຍກົມກອງກໍໄດ້ສຸມໃສ່ວຽກງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ຢ່າງເປັນຂະບວນການກວ້າງຂວາງ ຂຸດຄົ້ນໂດຍນຳໃຊ້ພື້ນຖານທ່າແຮງບົ່ມຊ້ອນທີ່ມີຂອງແຕ່ລະກົມກອງ ເພື່ອສ້າງພະລາທິການ; ສຳລັບປີ 2024 ນີ້, ຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ມອບໃຫ້ຄະນະຫ້ອງພະລາທິການພວກເຮົາ ບຸກເບີກເນື້ອທີ່ທຳການຜະລິດປູກຝັງ-ລ້ຽງສັດ ບົນຈິດໃຈຍົກສູງນ້ຳໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເປັນຈຸດໜັກ ອີງໃສ່ພື້ນຖານການຜະລິດກະສິກຳປູກຝັງ-ລ້ຽງສັດ ຢູ່ແຕ່ລະກົມກອງຮາກຖານແມ່ນເອື້ອອຳນວຍຫຼາຍດ້ານ ຍ້ອນມີສະຖານທີ່ກວ້າງຂວາງ ແລະ ເໝາະສົມ ເຊິ່ງໃນນີ້, ໄດ້ບຸກເບີກເນື້ອທີ່ທັງໝົດ 636,61 ເຮັກຕາ ກວມເອົາເນື້ອທີ່ດິນລ້ຽງ
ສັດໃຫຍ່ 263,4 ເຮັກຕາ, ມີໜອງປາ 13,07 ເຮັກຕາ, ມີງົວລ້ຽງ 628 ໂຕ, ໝູ 47 ໂຕ, ແບ້ 177 ໂຕ, ສັດປີກ 11,248 ໂຕ, ປາ-ກົບ 193,535 ໂຕ, ສ່ວນໃຫຍ່ແມ່ນຊຸກຍູ້ສົ່ງເສີມໃຫ້ພະນັກງານ-ນັກຮົບປູກພືດຜັກຕາມລະດູການ ເພື່ອ
ສະໜອງເຂົ້າເຮືອນຄົວລວມກົມກອງ, ພົ້ນເດັ່ນກວ່າໝູ່ແມ່ນການປູກມັນຕົ້ນ ສາມາດເກັບກູ້ຜົນຜະລິດໄດ້ 373, 064 ກິໂລກຣາມ ລວມມູນຄ່າ 2.952.922.000 ກີບ ແລະ ກົມກອງທີ່ພົ້ນເດັ່ນດ້ານວຽກງານປູກຝັງມີ 4 ກົມກອງຄື: ກອງພັນ 609, 411, 413 ແລະ ໂຮງຮຽນການທະຫານທ້ອງຖິ່ນ ໃນໄລຍະ 5 ເດືອນຕົ້ນປີ 2024 ນີ້ ສາມາດສ້າງລາຍຮັບຈາກວຽກງານລ້ຽງສັດ ລວມມູນຄ່າ 4.338.022.000 ກີບ ທຽບໃສ່ແຜນການປີ 2024 ບັນລຸໄດ້ 57,31%.
ສະຫາຍ ຮອງຫົວໜ້າຫ້ອງພະລາທິການ ຍັງໃຫ້ຮູ້ຕື່ມວ່າ: ທິດທາງແຜນການຕໍ່ໜ້າ ຈະສຸມໃສ່ວຽກງານຜະລິດກະສິກຳປູກຝັງ-ລ້ຽງສັດ ໃຫ້ຫຼາຍຂຶ້ນກວ່າເກົ່າ ໃນນ,ີ້ ຈະໄດ້ສຸມໃສ່ການລ້ຽງສັດນ້ຳປະເພດປາດຸກພັນ ຢູ່ກອງ
ຮ້ອຍຜະລິດ ຈຳນວນ 15.000 ໂຕ, ເອົາໃຈໃສ່ຊີ້ນຳແຕ່ລະຮາກຖານ ຮັກສາສັດລ້ຽງທີ່ມີຢູ່ໃຫ້ແຜ່ຂະຫຍາຍເພີ່ມຂຶ້ນ ແລະ ປູກຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ກິນໝາກ, ພືດພັກລົ້ມລຸກ ພ້ອມນັ້ນ ຍັງຈະໄດ້ກະກຽມລົງກວດກາສຳຫຼວດເກັບກຳເນື້ອທີ່ດິນທຳການຜະລິດຢູ່ບັນດາກົມກອງຮາກຖານທົ່ວກອງບັນຊາການທະຫານແຂວງ ເພື່ອກະກຽມຂຽນບົດວິພາກການລົງທຶນຜະລິດກະສິກຳໃຫ້ຫຼາກຫຼາຍ, ບຸກເບີກເນື້ອທີ່ເຮັດນາປີ-ນາແຊງຕາມທິດຊີ້ນຳຂອງທ່ານເຈົ້າແຂວງ ແຂວງໄຊຍະບູລີ ເຊິ່ງປັດຈຸບັນ, ຄະນະພັກກອງບັນຊາການທະຫານແຂວງໄດ້ລົງສຳຫຼວດເກັບກຳຂໍ້ມູນເພື່ອຂະຫຍາຍເນື້ອທີ່ດິນລ້ຽງສັດໃຫຍ່ຕາມທິດຊີ້ນຳຂອງທ່ານເຈົ້າແຂວງໄຊຍະ
ບູລີ ໄດ້ກຳນົດຂອບເຂດທີ່ດິນລ້ຽງສັດດັ່ງກ່າວຮ້ອຍກວ່າເຮັກຕາ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ