ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ພຶດສະພາ 2025

  

ເຊັນ​ສັນຍາ​ຮ່ວມ​ມື​ສ້າງ​ສູນ​ຄຸ້ມ​ຄອງ ແລະ ບໍລິການ​ຂໍ້​ມູນ​ດາວ​ທຽມ​ແຫ່ງ​ຊາດ
ເວລາອອກຂ່າວ: 2024-06-25 10:12:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ:



ກະຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່ສານ ຮ່ວມ​ກັບ ບໍລິສັດ ດາວ​ທຽມ​ເຕັກ​ໂນ​ໂລ​ຊີ ຈຳກັດ​ໄດ້​ຈັດ​ພິທີ​ເຊັນ​ສັນຍາ ວ່າ​ດ້ວຍ​ການ​ຮ່ວມ​ມື​ສ້າງ​ສູນ​ຄຸ້ມ​ຄອງ ແລະ ບໍລິການ​ຂໍ້​ມູນ​ດາວ​ທຽມ ແຫ່ງ​ຊາດ ຂຶ້ນ​ໃນ​ວັນ​ທີ 21 ມິຖຸນາ ຜ່ານ​ມາ ທີ່ ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫຼວງ​ວຽງ​ຈັນ, ຮ່ວມ​ລົງ​ນາມ​ໂດຍ ທ່ານ ວິໄລ​ສອນ ບຸບຜາ​ລັດ ຫົວໜ້າ​ກົມ​ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດຕະ​ກຳ ກະຊວງ​ເຕັກ​ໂນ​ໂລຊີ ແລະ ການສືສານ ທ່ານ ຊູ ລິນ ​ລິນ (XU LIN LIN) ຜູ້ອຳນວຍການ ບໍລິສັດ​ດາວທຽມເຕັກ​ໂນ​ໂລ​ຊີ ຈຳກັດ, ໂດຍ​ມີ ທ່ານ ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນ ຕີ​ກະຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່ສານ, ມີ​ຮອງ​ລັດຖະມົນຕີ, ພ້ອມດ້ວຍ​ພະນັກງານ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ. ທ່ານ ວິໄລ​ສອນ ບຸບຜາ​ລັດ ກ່າວ​ວ່າ: ການ​ເຊັນ​ສັນຍາ​ໃນ​ຄັ້ງ​ນີ້ ມີ​ຈຸດປະສົງ ເພື່ອ​ແນໃສ່​ພັດທະນາ​ວຽກ​ງານ ບໍລິການ​ຂໍ້​ມູນ​ດາວ​ທຽມ​ໃຫ້​ແກ່​ສັງຄົມ ທັງ​ພາກ​ລັດ ແລະ ເອກະ​ຊົນ ເຂົ້າ​ໃນ​ການ​ເຊື່ອມ​ໂຍງ ແລະ ເຊື່ອມ​ຈອດ​ເຄືອ​ຂ່າຍ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ດາວ​ທຽມ ໃຫ້​ມີ​ຄວາມ​ສະດວກ​ວ່ອງໄວ, ມີ​ຄຸນ​ນະ​ພາບ, ລວມ​ສູນ ແລະ ເພີ່ມ​ປະສິດທິພາບ​ການ​ຄຸ້ມ​ຄອງ​ລັດ. ເນື້ອ​ໃນ​ສັນຍາ​ທີ່​ລົງ​ນາມ​ຮ່ວມ​ກັນ​ໃນ​ຄັ້ງ​ນີ້ ປະກອບ​ມີ: 1) ສ້າງຕັ້ງ​ສະຖານີ ດາວ​ທຽມ BEIDOU ພາກ​ພື້ນ​ດິນ ພ້ອມ​ດ້ວຍ​ໂຄງ​ລ່າງ​ພື້ນຖານ​ທັງ​ໝົດ ຢູ່​ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ໃນ​ເນື້ອທີ່ 10 ເຮັກຕາ ພ້ອມ​ດ້ວຍ​ໜ່ວຍ​ບໍລິການ ຕັ້ງ​ຢູ່​ບ້ານ​ດອນ​ຕິ້ວ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ໃນ​ເນື້ອທີ່ 4 ເຮັກຕາ; 2) ສ້າງ​ຊັບພະຍາກອນ​ມະນຸດ​ໄລຍະ​ສັ້ນ, ໄລຍະ​ກາງ ແລະ ໄລຍະ​ຍາວ​ດ້ານ​ເຕັກ​ໂນ​ ໂລ​ຊີ​ອາ​ວະ​ກາດ; 3) ໃຫ້​ບໍລິການ​ຂໍ້​ມູນ​ດ້ານ​ເຕັກ​ໂນ​ໂລ​ຊີ​ອາ​ວະ​ກາດ​ແກ່​ສັງຄົມ, ໃຫ້​ບໍລິການ​ສ້າງ​ລະບົບ​ແຜນທີ່, ສ້າງ​ສູນ Remote sensing, ສູນ GIS, ສູນ GNSS ແລະ ໃຫ້ການ​ບໍລິການ​ຂໍ້​ມູນ​ດາວ​ທຽມBEIDOU; 4) ການ​ບໍລິການ​ມື​ຖື​ຜ່ານ​ດາວ​ທຽມ; 5) ບໍລິການ​ເຕືອນ​ໄພພິບັດ​ທາງ​ທຳ​ມະ​ຊາດ​ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ພາບ​ຖ່າຍ​ດາວ​ທຽມ, ສ້າງ​ສະຖານີ​ກວດກາ​ສະພາບ​ອາກາດ​ຢູ່​ບັນດາ​ເຂື່ອນ​ໄຟຟ້າ ເພື່ອ​ສະໜອງ​ຂໍ້​ມູນ​ດ້ານ​ອາກາດ​ໃຫ້​ແກ່​ເຂື່ອນ​ໄຟຟ້າ​ຕ່າງໆ; 6) ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດາວ​ທຽມ ເຂົ້າ​ໃນ​ການ​ສຳ​ຫຼວດ​ບໍ່​ແຮ່​ໂດຍ​ຫັນ​ການ​ສຳ​ຫຼວດ​ບໍ່​ແຮ່​ເປັນ​ລະບົບ​ດີ​ຈີ​ຕອນ ທີ່​ທັນ​ສະໄໝ ພ້ອມ​ດ້ວຍ​ກຳນົດ​ເຂດ​ສຳ​ປະທານ​ບໍ່​ແຮ່; 7) ການ​ນຳ​ໃຊ້​ດາວ​ທຽມ​ເຂົ້າ​ໃນ​ການ​ບໍລິຫານ​ຕົວ​ເມືອງ​ອັດ​ສະ​ລິ​ຍະ; 8) ນຳ​ໃຊ້​ພາບ​ຖ່າຍ​ດາວ​ທຽມ​ໃນ​ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ທີ່​ດິນ, ການ​ປົກ​ປັກ​ຮັກສາ​ສິ່ງ ແວດລ້ອມ, ການ​ສຳ​ຫຼວດ​ເນື້ອທີ່​ປູກ​ເຂົ້າ, ຢາງພາລາ, ມັນຕົ້ນ, ອ້ອຍ, ເນື້ອທີ່​ນ້ຳ​ຖ້ວມ, ເນື້ອທີ່​ໄຟ​ໄໝ້​ປ່າ ແລະ ອື່ນໆ; ແລະ 9) ຄຸ້ມ​ຄອງ​ການ​ດູດ​ແຮ່​ຊາຍ​ຕາມ​ລຳ​ນ້ຳ​ຕ່າງໆ ຊຶ່ງ​ພາຍຫຼັງ​ເຊັນ​ສັນຍາ​ສະບັບ​ນີ້​ແລ້ວ ແມ່ນ​ຈະ​ໄດ້​ເລີ່ມ​ຕົ້ນ​ຈັດ​ຕັ້ງ​ປະຕິບັດ​ໃນ​ກາງ​ປີ 2024.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ