ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

​ສສຊ ປະກອບ​ຄຳ​ເຫັນ​ໃສ່ ຮ່າງ​ກົດໝາຍ​ສະພາ​ແຫ່ງ​ຊາດ ແລະ ກົດໝາຍ​ສະພາ​ປະຊາຊົນ​ຂັ້ນ​ແຂວງ
ເວລາອອກຂ່າວ: 2024-06-25 10:17:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:



ໃນ​ວັນ​ທີ 21 ມິຖຸນາ 2024 ນີ້, ພາຍຫຼັງ​ທີ່ ທ່ານ ນາງ ປິ່ນ​ຄຳ ລາຊະ​ສິມ​ມາ ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ ແລະ ກົດໝາຍ​ວ່າ​ດ້ວຍ​ສະພາ​ປະຊາຊົນ​ຂັ້ນ​ແຂວງ (ສະບັບ​ປັບປຸງ), ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ(​ສສຊ) ໄດ້​ສຸ່ມ​ໃສ່​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 2 ສະບັບ​ດັ່ງກ່າວ ເພື່ອ​ເຮັດ​ໃຫ້​ກົດໝາຍ ມີ​ເນື້ອ​ໃນ​ຄົບ​ຖ້ວນ, ສົມບູນ, ຮັດກຸມ ແລະ ສາມາດ​ນຳໄປ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ປະ​ສິດທິ​ຜົນ, ຖ້າ​ກົດໝາຍ​ສະບັບ​ນີ້ ຖືກ​ຮັບ​ການ​ຮັບຮອງ ແລະ ປະກາດ​ໃຊ້ ຈະ​ເປັນ​ບ່ອນ​ອີງ​ອັນ​ສຳຄັນ ໃນ​ການຈັດຕັ້ງ ແລະ ການເຄື່ອນໄຫວ​ວຽກ​ງານ ຂອງ​ສະພາ​ແຫ່ງ​ຊາດ ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ ສອດຄ່ອງ​ກັບ​ແນວທາງ​ນະໂຍບາຍ, ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ໜ້າທີ່​ການເມືອງ, ສະພາບ​ຕົວ​ຈິງ, ມີ​ຄວາມ​ໂລ່ງ​ລ່ຽນ ແລະ ເປັນ​ເອກະ​ພາບ. ໃນ​ກອງ​ປະຊຸມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳ​ເຫັນ ຢ່າງ​ກົງ​ໄປ​ກົງ​ມາ ແລະ ສ້າງສັນ ເຊິ່ງ​ໂດຍ​ລວມ​ແລ້ວ ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ ຕໍ່​ໂຄງ​ສ້າງ ແລະ ເນື້ອ​ໃນ​ຂອງ​ສອງ​ກົດໝາຍ ແລະ ຍັງ​ມີ ​ສສຊ ບາງ​ເຂດ​ເລືອກ​ຕັ້ງ​ ສະເໜີ​ໃຫ້​ຕັດ​ອອກ, ຕື່ມ​ໃສ່ ບາງ​ຄຳ​ສັບ, ບາງ​ເນື້ອ​ໃນ ຢູ່​ບາງ​ໝວດ, ບາງ​ມາດຕາ ເຊິ່ງ ​ສສຊ ຫຼາຍ​ທ່ານ ໄດ້​ເຫັນ​ດີ ເອກະ​ພາບ ແລະ ສະໜັບສະໜູນ ໃນ​ມາດຕາ 12 ກ່ຽວ​ກັບ​ສິດ ແລະ ໜ້າທີ່​ດ້ານ​ການ​ຕົກລົງ​ບັນຫາ​ສຳຄັນ ພື້ນ ຖານ​ຂອງ​ປະເທດ ເຊິ່ງ​ບຸກ​ຄະລາ​ກອນ​ທີ່​ສະພາ​ແຫ່ງ​ຊາດ ເລືອກ​ຕັ້ງ​ເພື່ອ​ໃຫ້​ສາບານ​ຕົນ ເຊິ່ງ​ປະກອບ​ມີ​ປະທານ​ປະເທດ, ປະທານ​ສະພາ​ແຫ່ງ​ຊາດ, ນາຍົກລັດຖະມົນຕີ ແລະ ປະທານ​ສານ​ປະຊາຊົນ​ສູງ​ສຸດ. ທັງ​ນີ້, ກໍ​ເພື່ອ​ໃຫ້ການ​ນຳ​ຂັ້ນ​ສູງ ໄດ້​ສາບານ​ຕົນເພື່ອ​ສະແດງ​ເຖິງ​ຄວາມ​ຊື່ສັດ, ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ປະເທດ​ຊາດ, ຕໍ່​ປະຊາຊົນ​ໃນ​ການ​ປະຕິບັດ​ໜ້າທີ່​ຕຳແໜ່ງ, ທັງ​ເປັນ​ການສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສັກສິດ​ໃນ​ພິທີ ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ, ກໍ​ໄດ້​ປະຕິບັດ​ກັນ​ມາ​ແຕ່​ຍັງ​ບໍ່​ທັນ​ໄດ້​ຂຽນ​ໃນ​ກົດໝາຍ. ນອກ​ນີ້, ​ສສຊ ເຂດ​ເລືອກ​ຕັ້ງ​ທີ 7 ໄຊ​ຍະ​ບູ​ລີ ໄດ້​ແລກ ປ່ຽນ​ບາງ​ທັດສະນະ ໃນ​ມາດຕາ 29 ກ່ຽວ​ກັບ​ນະໂຍບາຍ ຕໍ່​ສະມາຊິກ​ສະພາ​ປະຊາຊົນ​ແຂວງ ສະເໜີ​ໃຫ້​ເບິ່ງ​ຄືນ​ໃນ​ກໍລະນີ ເມື່ອ​ອອກ​ບຳນານ​ແລ້ວ ແຕ່​ຍັງ​ມີ​ນະໂຍບາຍ​ໃຫ້​ສຶບ​ຕໍ່​ເປັນ​ສະມາຊິກ ​ສສຊ ແມ່ນ​ບໍ່​ເຫັນ​ດີ ເນື່ອງ​ຈາກ​ວ່າຄວາມ​ເຊື້ອ​ຖື ຂອງ​ພະນັກງານ, ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຈະ​ຫຼຸດ​ລົງ, ພ້ອມ​ນີ້​ຍັງ ສະເໜີ​ໃຫ້​ເພີ່ມ​ເນື້ອ​ໃນ ກ່ຽວ​ກັບ​ບຸກ​ຄະລາ​ກອນ ທີ່​ຈະ​ເຂົ້າ​ມາ​ເປັນ​ສະມາຊິກ​ສະພາ​ປະຊາຊົນ​ແຂວງ, ສະມາຊິກ​ສະພາ​ແຫ່ງ​ຊາດ ຕ້ອງ​ຄຳນຶງ​ເຖິງ​ອາຍຸ​ຂອງ​ຜູ້​ສະໝັກ ເຊິ່ງ​ໄລຍະ​ຜ່ານ​ມາ​ເຫັນ​ວ່າ ຍັງ​ມີ ​ສສຊ ຈຳນວນ​ໜຶ່ງ ເຂົ້າ​ເປັນ​ສະມາຊິກ​ໄດ້​ພຽງ 2-3 ປີ ກໍ​ເຂົ້າ​ບຳນານ​ແລ້ວ. ນອກຈາກ​ນີ້, ​ສສຊ ປະຈຳ​ເຂດ​ເລືອກ​ຕັ້ງ 15 ແຂວງ​ຈຳປາ​ສັກ ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ ຕໍ່​ມາດຕາ 12 ເຊິ່ງ​ສະເໜີ​ໃຫ້​ເພີ່ມ​ເນື້ອ ກ່ຽວ​ກັບ​ບຸກ​ຄະລາ​ກອນ ທີ່​ສະພາ​ປະຊາຊົນ​ແຂວງ ເລືອກ​ຕັ້ງ ແລະ ຮັບ ຮອງ ໃຫ້​ມີ​ການ​ປະ​ເມີນ​ຄວາມ​ໄວ້​ວາງໃຈ ເປັນ​ປົກກະຕິ, ທັງ​ນີ້​ກໍ​ເພື່ອ​ໃຫ້​ສອດຄ່ອງ​ກັບ ມາດຕາ 37 ຂອງ​ກົດໝາຍ​ວ່າ​ດ້ວຍ​ລັດຖະກອນ ກໍ​ຄື ສອດຄ່ອງ​ກັບ​ນິຕິ​ກຳ​ອື່ນໆ ໃນ​ການ​ປະ​ເມີນ​ບຸກ​ຄະລາ​ກອນ ໃນ​ແຕ່​ລະ​ປີ. ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ບັນດາ ​ສສຊ ໃນ​ຄັ້ງ​ນີ້, ຄະນະ​ຮັບ​ຜິດ​ຜິດ​ຊອບ 2 ຮ່າງກົດໝາຍ​ດັ່ງກ່າວ, ຈະ​ນຳ​ເອົາ​ເນື້ອ​ໃນ​ໃຈຄວາມ​ໄປ​ປັບປຸງ ເພື່ອ​ເຮັດ​ ໃຫ້​ຮ່າງ​ກົດໝາຍມີ​ຄວາມ​ຄົບ​ຖ້ວນ, ສົມບູນ ສາມາດ​ນຳໄປ​ຈັດ​ຕັ້ງ​ປະຕິບັດ ໄດ້​ຢ່າງ​ມີ​ປະສິດທິພາບ ແລະ ປະ​ສິດທິ​ຜົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ