ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ກົມໃຫຍ່ພະລາທິການກອງທັບເຜີຍແຜ່ເອກະສານຜູ້ສັ່ງການເອກຂັ້ນII ແລະເອກະສານເງິນນະໂຍບາຍເພີ່ມຂອງກອງທັບ
ເວລາອອກຂ່າວ: 2024-06-25 14:46:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1249 | ຄວາມນິຍົມ:



ວັນທີ 25 ມິຖຸນາ 2024 ນີ້, ກົມໃຫຍ່ພະລາທິການກອງທັບໄດ້ເຜີຍແຜ່ເອກະສານຜູ້ສັ່ງການເອກຂັ້ນ II ແລະເອກະສານເງິນນະໂຍບາຍຊ່ວຍໜູນ, ເງິນອຸດໜູນ, ເງິນກິນເພີ່ມຢູ່ໃນກອງທັບປະຊາຊົນລາວ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກະຊວງ, 4ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມກອງເຂດໃຈກາງນະຄອນຫຼວງແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ອີງຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວຂອງກະຊວງປ້ອງກັນປະເທດ ສະບັບເລກທີ 348/ນຍ, ລົງວັນທີ 01 ຕຸລາ 2007, ອີງຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ ສະບັບເລກທີ 71/ສພຊ, ລົງວັນທີ 16 ທັນວາ 2015 ແລະ ສະບັບເລກທີ 13/ສພຊ, ລົງວັນທີ17 ພະຈິກ 2021 ເພື່ອເຮັດໃຫ້ວຽກງານຄຸ້ມຄອງການເງິນກ້າວສູ່ລະບຽບແບບແຜນ, ໃຫ້ຖືກຕ້ອງຕາມກົດໝາຍງົບປະມານແຫ່ງລັດ ເປັນການປັບປຸງແລະຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນແລະຖືກຕ້ອງ, ເຂັ້ມງວດເພື່ອເຮັດໃຫ້ຄະນະບັນຊາມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ແລະພາລະບົດບາດຂອງຕົນ, ອີງຕາມແນວທາງແຜນນະໂຍບາຍຂອງພັກ-ລັດໃນການປັບປຸງ-ກໍ່ສ້າງກອງທັບໃຫ້ເຂັ້ມແຂງ ແລະທັນສະໄໝຂຶ້ນເປັນກ້າວໆ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດລະບອບເງິນນະໂຍບາຍຊ່ວຍໜູນ, ເງິນອຸດໜູນແລະເງິນກິນເພີ່ມຢູ່ໃນກອງທັບປະຊາຊົນລາວໃຫ້ມີຄວາມເປັນເອກະພາບແລະແທດເໝາະກັບສະພາບເງື່ອນໄຂເສດຖະກິດຕົວຈິງ, ພ້ອມທັງຍົກສູງເງິນເດືອນ, ເງິນກິນໃຫ້ນາຍແລະພົນທະຫານ ຮັບປະກັນໃຫ້ມີສຸຂະພາບແຂງແຮງ ແລະເອກະສານທີ່ນໍາມາເຜີຍແຜ່ລວມມີຂໍ້ກໍານົດກ່ຽວກັບມາດຖານ, ເງື່ອນໄຂ, ໜ້າທີ່ແລະ ພາລະບົດຂອງຜູ້ສັ່ງການເອກຂັ້ນII, ຂໍ້ຕົກລົງວ່າດ້ວຍເງິນນະໂຍບາຍຊ່ວຍໜູນ, ເງິນອຸດໜູນ, ເງິນກິນເພີ່ມຢູ່ໃນກອງທັບປະຊາຊົນລາວ, ເຊິ່ງຄວາມໝາຍຂອງຜູ້ສັ່ງການເອກຂັ້ນ II, ແມ່ນຜູ້ທີ່ໄດ້ຮັບການແຕ່ງຕັ້ງບົ່ງຕົວມອບສິດແລະຕົກລົງຈາກລັດຖະມົນຕີກະຊວງປ້ອງກັນປະເທດໂດຍກົງ, ໃຫ້ເປັນຜູ້ສັ່ງຮັບ-ຈ່າຍເງິນແທນລັດຖະມົນຕີກະຊວງປ້ອງກັນປະເທດຢູ່ບັນດາກົມກອງຫົວໜ່ວຍງົບປະມານເອກະລາດຂັ້ນII ທີ່ຂຶ້ນກັບກະຊວງປ້ອງກັນປະເທດ, ແມ່ນຜູ້ທີ່ຖືກມອບໝາຍໃຫ້ຕາງໜ້າຄະນະພັກ-ຄະນະບັນຊາລົງລາຍເຊັນໃນໃບສະເໜີຂໍຮັບ-ຈ່າຍເງິນແລະໃບບົງສັ່ງຮັບ-ຈ່າຍເງິນ, ເຊັ່ນໃນໃບສະຫຼຸບ, ບົດລາຍງານທາງດ້ານການເງິນ, ໃບງົບປະມານດ້ານການເງິນແລະເອກະສານຕ່າງໆຂອງການເງິນທີ່ຂຶ້ນກັບຕົນ. ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ປະທານກອງປະຊຸມ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ການຈັດຕັ້ງເຜີຍເເຜ່ເອກະສານສໍາຄັນຂອງກອງທັບໃນຄັ້ງນີ້, ໂດຍຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ໂດຍສະເພາະຜູ້ສັ່ງການເອກຂັ້ນII ແລະ ພະນັກງານພະລາທິການ, ກໍຄືຜູ້ທີ່ເຮັດວຽກງານວິຊາສະເພາະການເງິນຂອງກອງທັບ, ຕ້ອງມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ອຸດົມການສັງຄົມນິຍົມ, ມີຄວາມສັດຊື່ບໍລິສຸດຕໍ່ປະເທດຊາດ, ຕໍ່ປະຊາຊົນ, ມີຫຼັກໝັ້ນແຍກໄດ້ມິດ, ສັດຕູຢ່າງຈະແຈ້ງ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆທີ່ເກີດຂື້ນຢູ່ພາຍໃນກົມກອງ, ມີນໍ້າໃຈເສຍສະຫຼະເພື່ອປະເທດຊາດແລະປະຊາຊົນຢ່າງເດັດດ່ຽວໜຽວແໜ້ນ, ມີແບບແຜນນໍາພາທີ່ດີ, ມີວິທີການເຮັດວຽກທີ່ຖືກຕ້ອງ, ເຄົາລົບແລະປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ເປັນຕົ້ນແມ່ນລະບອບການນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບລະຫວ່າງວຽກງານນໍາພາກັບວຽກງານຄຸ້ມຄອງບັນຊາແຕ່ລະຂັ້ນຂອງຕົນ, ຮູ້ຈັກປະສານສົມທົບການພົວພັນລະຫວ່າງຂັ້ນລຸ່ມກັບຂັ້ນເທິງໄດ້ດີ, ສ່ອງແສງລາຍງານ, ສະຫຼຸບຕີລາຄາແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ພົວພັນສະນິດແໜ້ນແລະໄດ້ຮັບຄວາມເຊື່ອຖືໄວ້ວາງໃຈຈາກພະນັກງານ, ນັກຮົບໃນກົມກອງໄດ້ດີ ແລະພ້ອມກັນນໍາເອົາເນື້ອໃນຈິດໃຈຜົນສໍາເລັດຂອງການຈັດຕັ້ງເຜີຍແຜ່ເອກະສານຜູ້ສັ່ງການເອກຂັ້ນII ແລະເອກະສານເງິນນະໂຍບາຍຊ່ວຍໜູນ, ເງິນອຸດໜູນ, ເງິນກິນເພີ່ມຢູ່ໃນກອງທັບປະຊາຊົນລາວຢູ່ໃນຂັ້ນກົມໃຫຍ່ໃນຄັ້ງນີ້, ນໍາໄປຈັດຕັ້ງປະຕິບັດຢູ່ໃນຂັ້ນກົມກອງຂອງຕົນໃຫ້ມີຜົນສໍາເລັດຈົບງາມ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ