ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ກອງຮ້ອຍ 154 ເປີດຊຸດອົບຮົມໄລຍະສັ້ນວຽກງານບັນຊາ-ເສນາວິຊາສະເພາະເຄມີສາດ ປະຈໍາປີ 2024
ເວລາອອກຂ່າວ: 2024-06-25 15:12:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1082 | ຄວາມນິຍົມ:



ໃນວັນທີ 20 ມີຖຸນາ 2024 ນີ້, ກອງຮ້ອຍເອກະລາດ 154 ທີ່ຂື້ນກັບກອງພົນທະຫານຮາບທີ 4 ໄດ້ເປີດຊຸດອົບຮົມໄລຍະສັ້ນວຽກງານບັນຊາ-ເສນາວິຊາສະເພາະເຄມີສາດປະຈໍາປີ 2024 ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງຮ້ອຍ, ພະແນກເຄມີສາດກອງບັນຊາການທະຫານແຂວງຄໍາມ່ວນ, ພະແນກເຄມີສາດແຂວງສະຫັວນນະເຂດ, ຂະແໜງເຄມີສາດກອງພັນໃຫຍ່ 401, 402 ແລະ ວິຊາການທີ່ມາຈາກກົມເຄມີສາດ, ຄູອາຈານຕະຫຼອດເຖິງບັນດານັກຝຶກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ສະຫາຍ ພັນຕີ ໄຊສົມບູນ ເຮືອງໄຊ ຮອງພະແນກເຄມີສາດ ໄດ້ຂື້ນຜ່ານແຜນການອົບຮົມໄລຍະສັ້ນປະຈໍາປີ 2024 ໂດຍປະຕິບັດຕາມຄໍາສັ່ງແນະນໍາຂອງກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ອີງຕາມແຜນອົບຮົມໄລຍະສັ້ນວຽກງານບັນຊາ-ເສນາວີຊາສະເພາະເຄມີສາດເລກທີ 140/ກຄມ, ລົງວັນທີ 20/03/2024, ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ກໍ່ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີ, ຫຼັກການວຽກງານບັນຊາ-ເສນາເຄມີເພື່ອເປັນພື້ນຖານປັບປຸງເອກະພາບເນື້ອໃນ, ແຜນການຮັບປະກັນເຄມີຂອງເຫຼົ່າລົບໃຫ້ແທດເໝາະສອດຄ່ອງກັບສະພາບເງື່ອນໄຂໃນປະຈຸບັນແລະອານາຄົດ, ໃຫ້ຜູ້ອົບຮົມກຳແໝ້ນທິດສະດີ, ຫຼັກການເຂົ້າໃນພາກປະຕິບັດຕົວຈິງໃຫ້ມີຄວາມຊໍານິຊໍານານ, ມີພິບໄຫວຄ່ອງແຄ້ວສາມາດຮັບປະກັນໄດ້ການກຽມພ້ອມສູ້ຮົບ, ຄຽງຄູ່ກັນນັ້ນແມ່ນແນໃສ່ປັບປຸງລະບຽບແບບແຜນໃຫ້ເຂົ້າສູ່ລະບົບມີຄຸນນະພາບ, ມີຈຸດສຸມຖືກກັບເງື່ອນໄຂ, ສະພາບຕົວຈິງຂອງກົມກອງ, ມີຄວາມເປັນເອກະພາບແລະຮັບປະກັນຄວາມປອດໄພໄດ້ 100%. ສໍາລັບເນື້ອໃນການການອົບຮົມໃນຄັ້ງນີ້ປະກອບມີ: ພາກທິດສະດີແລະພາກປະຕິບັດຕົວຈິງເຊິ່ງໄດ້ກໍານົດເວລາໃນການອົບຮົມ 15 ວັນ ເລີ່ມແຕ່ວັນທີ20 ມີຖຸນາ– 11 ກໍລະກົດ 2024 ມີຜູ້ເຂົ້າຮ່ວມອົບຮົມທັງໝົດ 32 ສະຫາຍ. ໂອກາດດັ່ງກ່າວ ສະຫາຍ ປະທານ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ນັກຝຶກອົບຮົມວຽກງານບັນຊາ-ເສນາວິຊາສະເພາະເຄມີສາດເຊິ່ງກ່ອນອື່ນ ສະຫາຍ ໄດ້ຍົກໃຫ້ເຫັນສະພາບການຂອງໂລກແລະພາກພື້ນປະຈຸບັນຍັງມີການຜັນແປໄປຢ່າງສັບສົນພວກເຮົາຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂກໍ່ສ້າງກໍາລັງໃຫ້ເຂັ້ມແຂງເພື່ອຮັບມືສະພາບການດັ່ງກ່າວ, ໂດຍສະເພາະກໍ່ແມ່ນວຽກງານເຄມີ-ລັງສີ, ຮັບປະກັນທາງດ້ານວຽກງານກຽມພ້ອມສູ້ຮົບໃຫ້ແກ່ກົມກອງກໍ່ຄືຂັ້ນເທິງ, ຈາກນັ້ນ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບໃຫ້ສູງ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ສົມທົບລະຫວ່າງທິດສະດີ-ຫຼັກການໃຫ້ຊໍານິຊໍານານໃນການປະຕິບັດວຽກງານວິຊາສະເພາະເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ຂ່າວ: ຮຕ ຕື້ ສີສຸພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ