ສູນຝຶກກອງພົນທະຫານຮາບທີ 4 ສໍາເລັດການຊ້ອມຮົບປະສານສຽງແຕກໃຫ້ນັກຮຽນກໍ່ສ້າງນາຍສິບກໍ່ສ້າງຊຸດທີXII ແລະ ນັກຮຽນເລັ່ງລັດສາຍບັນຊາຊຸດທີII ສົກຮຽນ 2023-2024
ເວລາອອກຂ່າວ: 2024-06-25 15:34:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1136 | ຄວາມນິຍົມ:
ໃນຕອນເຊົ້າວັນທີ 24 ມິຖຸນາ 2024 ນີ້, ສູນຝຶກທີ່ຂື້ນກັບກອງພົນທະຫານຮາບທີ 4 ໄດ້ສຳເລັດການຫັດແອບຊ້ອມຮົບປະສານສຽງແຕກຂັ້ນໝວດໃຫ້ນັກຮຽນກໍ່ສ້າງນາຍສິບຊຸດທີ XIl ແລະ ນັກຮຽນກໍ່ສ້າງສາຍເລັ່ງລັດສາຍບັນຊາຊຸດທີII ປະຈຳປີສົກຮຽນ 2023-2024 ຢູ່ທີ່ສະໜາມຫັດແອບສູນຝຶກໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນທະຫານຮາບທີ 4, ມີພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາສູນຝຶກ, ຄູອາຈານ, ຄະນະກອງຮ້ອຍ, ພະນັກງານ-ນັກຮົບຕະຫລອດຮອດອ້າຍນ້ອງນັກຮຽນທັງສອງລະບົບເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນໂທ ເພັດສະໝອນ ດວງມາລາ ຮອງຫົວໜ້າການທະຫານສູນຝຶກ ໄດ້ຂື້ນຜ່ານລາຍງານການກະກຽມຄວາມພ້ອມການຊ້ອມຮົບຂັ້ນໝວດທະຫານຮາບບຸກຕີສັດຕູຈັ້ງທ່າ, ການປະຕິບັດຍິງລູກປືນແທ້ໂດຍປະຕິບັດຕາມບົດຮຽນທີ່ໄດ້ຮຽນມາຂອງພາກວິຊາການທະຫານທັງນີ້ເພື່ອເປັນການກວດກາຄືນຄວາມຮູ້, ຄວາມສາມາດ, ຂອງນັກຮຽນທີ່ໄດ້ຮຽນຜ່ານທິດສະດີຫຼັກການ, ນຳມາໝູນໃຊ້ເຂົ້າໃນການປະຕິບັດຕົວຈີງຢູ່ພູມີປະເທດຕົວຈິງ, ໝູນໃຊ້ເຂົ້າໃນການບັນຊາດຳເນີນວຽກງານກະກຽມ, ການສູ້ຮົບວິທີບັນຊາຕົວຈິງ ແລະ ຮູ້ແກ້ໄຂກໍລະນີສະພາບການຕາມເງື່ອນໄຂຕົວຈິງໃຫ້ຖືກຕ້ອງ, ເໝາະສົມມີຄວາມຊໍານິຊໍານານໃນການນໍາໃຊ້ອາວຸດຍຸດໂທປະກອນ, ຍິງຖືກເປົ້າໝາຍ ແລະ ມີຄວາມປອດໄພ100% ສໍາລັບອາວຸດທີ່ໃຊ້ເຂົ້າໃນການຫັດແອບໃນຄັ້ງນີ້ປະກອບມີ ປືນອາກາແອັມ(AKM), ເປກາແອັມ(PKM), ອາເລີເປກາ(RPK), ເບ41(B41) ແລະ ປືນກຳລັງໄຟແບກຫາບໂດຍມີອ້າຍນ້ອງນັກຮຽນທັງສອງລະບົບເຂົ້າຮ່ວມ. ສໍາລັບການຫັດແອບຊ້ອມຮົບປະສານສຽງແຕກໃນຄັ້ງນີ້ແມ່ນໃຊ້ເວລາ 4 ວັນເຊິ່ງເລີ່ມແຕ່ວັນທີ 21-24 ມິຖຸນາ ປີ 2024 ຈຶ່ງສໍາເລັດຕາມແຜນການທີ່ວາງໄວ້.
ໂອກາດນີ້ ທ່ານປະທານ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຄະນະພັກ-ຄະນະບັນຊາສູນຝຶກ, ຄູອາຈານ ແລະ ອ້າຍນ້ອງນັກຮຽນທັງສອງລະບົບຕໍ່ຜົນສຳເລັດຕະຫລອດໄລຍະຝຶກແອບຮໍ່າຮຽນຜ່ານມາພ້ອມນັ້ນກໍ່ໄດ້ຮຽກຮ້ອງໃຫ້ນັກຮຽນນາຍສິບ ແລະ ນັກຮຽນກໍ່ສ້າງເລັ່ງລັດພ້ອມກັນປະຕິບັດຕາມຂໍ້ກຳນົດ, ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ອຸປະສັກຕ່າງໆພ້ອມກັນນຳເອົາເນື້ອໃນບົດຮຽນດັ່ງກ່າວໄປໝູນໃຊ້ຢູ່ໃນກົມກອງຈາກນັ້ນກໍ່ຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກໆດ້ານເພື່ອສ້າງໃຫ້ຕົນເອງເປັນພະນັກງານຮຸ້ນສຶບທອດທີ່ດີຂອງກອງທັບ.
ພາບ-ຂ່າວໂດຍ: ວາທີ ນາງ ລິນດາ ສັກທະລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ