ປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ ແລະ ມອບ-ຮັບໜ້າທີ່ຫົວໜ້າກອງພັນໃຫຍ່ 401
ເວລາອອກຂ່າວ: 2024-06-25 15:47:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1066 | ຄວາມນິຍົມ:
ໃນວັນທີ 21 ມີຖຸນາ 2024 ຜ່ານມານີ້. ກອງພັນໃຫຍ່ 401 ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ ແລະ ມອບ-ຮັບໜ້າທີ່ຫົວໜ້າກອງພັນໃຫຍ່ 401, ຂື້ນຢູ່ທີ່ສະໂມສອນຂອງກົມກອງໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະນະພັກກອງພົນ ຫົວໜ້າການເມືອງກອງພົນທະຫານຮາບທີ 4 ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 401, ພະແນກການທີ່ກ່ຽວຂ້ອງ, ກອງພັນນ້ອຍ, ກອງຮ້ອຍຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.
ໃນນັ້ນ ສະຫາຍ ພັນໂທ ແສງທອງ ສີທະວົງ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງພົນທະຫານຮາບທີ 4 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 3540/ກປທ ລົງວັນທີ 27/05/2024. ວ່າດ້ວຍການແຕ່ງຕັ້ງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 401 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວໃນພາກທີ ll ໝວດທີ 4 ມາດຕາທີ 26 ວ່າດ້ວຍການຍົກຍ້າຍນາຍທະຫານ, ອີງຕາມທິດທາງການປັບປຸງບູລະນະກົງຈັກການຈັດຕັ້ງຂັ້ນນໍາພາ-ບັນຊາໃນກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ຮອບດ້ານເພື່ອເຮັດສໍາເລັດສອງໜ້າທີ່ຍຸດທະສາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ,ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ຄຳໄພ ໄຊສົງຄາມ ເປັນຫົວໜ້າການເມືອງກອງພັນໃຫຍ່ 401, ສະຫາຍ ພັນໂທ ບຸນເຮືອງ ຄຳມິ່ງສະຫວັດ ເປັນຫົວໜ້າການທະຫານກອງພັນໃຫຍ່ 401 (ປ່ຽນແທນ ສະຫາຍ ພັນເອກ ເຂັມພອນ ມຸນທະດີ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຫ້ອງເສນາກອງພົນທະຫານຮາບທີ 4). ພ້ອມດຽວກັນນີ້ຍັງໄດ້ຜ່ານມະຕິຕົກລົງຂອງຄະນະພັກກອງພົນທະຫານຮາບທີ 4 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກກອງພັນໃຫຍ່ 401 ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ II ມາດຕາທີ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ການສິ້ນສຸດໜ້າທີ່ເປັນກໍາມະການຄະນະພັກກອງພົນທະຫານຮາບທີ 4, ດັ່ງນັ້ນກອງພົນທະຫານຮາບທີ4 ຕົກລົງແຕ່ງຕັ້ງ ສະຫາຍພັນເອກ ຄໍາໄພ ໄຊສົງຄາມ ຫົວໜ້າການເມືອງກອງພັນໃຫຍ່ ເປັນເລຂາຄະນະພັກ (ປ່ຽນແທນ ສະຫາຍ ພັນເອກ ໂສພາ ລິດບຸນພັນ ທີ່ເສຍຊິວິດ), ແຕ່ງຕັ້ງ ສະຫາຍ ພັນໂທ ບຸນເຮືອງ ຄຳມິ່ງສະຫວັດ ຫົວໜ້າການທະຫານກອງພັນໃຫຍ່ ເປັນຮອງເລຂາຄະນະພັກ (ປ່ຽນແທນ ສະຫາຍ ພັນເອກ ເຂັມພອນ ມູນທະດີ ທີ່ໄປຮັບໜ້າທີ່ໃໝ່). ເພື່ອໃຫ້ສອດຄ່ອງແທດເໝາະກັບໜ້າທີ່ວຽກງານຕົວຈິງຂອງກົມກອງ.
ໂອກາດດັ່ງກ່າວ ປະທານ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ. ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງຍົກສູງພາລະບົດບາດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສູງຂື້ນ, ໂດຍຖືເອົາວຽກງານສຶກສາອົບຮົມ ການເມືອງນຳພາແນວຄິດເປັນສໍາຄັນ, ເພີ່ມທະວີຄວາມສາມັກຄີທັງພາຍໃນແລະພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາເຮັດວຽກເປັນໝູ່ຄະນະປະຕິບັດຫຼັກການລວມສູນປະຊາທີປະໄຕແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບສືບຕໍ່ປັບປຸງກໍ່ສ້າງກົມກອງຂອງຕົນໃຫ້ມີຄວາມກ້າວໜ້າເປັນກ້າວໆໂດຍປິ່ນອ້ອມ 4 ໜ້າທີໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ມງວດ, ເຮັດໃຫ້ກົມກອງຂອງຕົນກາຍເປັນກົມກອງວັດທະນະທຳ, ນັກຮົບວັດທະນະທຳ, ກົມກອງປອດໃສເຂັ້ມແຂງ ໜັກແໜ້ນ.
ພາບ-ຂ່າວ ວາທີ ສົມຄວນ ນັນທະລາດ + ສິບເອກ ບຸນມາ ຮັງສົມບັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ