ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກົມແຜນທີໄຂຊຸດອົບຮົມ ການນຳໃຊ້ແຜນທີ່ການທະຫານ ໃຫ້ພະນັກງານຂັ້ນບັນຊາ ແລະ ວິຊາການ
ເວລາອອກຂ່າວ: 2019-05-16 09:51:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1990 | ຄວາມນິຍົມ:



ຊຸດອົບຮົມການນໍາໃຊ້ແຜນ ທີ່ການທະຫານໃຫ້ພະນັກງານ ຂັ້ນບັນຊາ ແລະ ວິຊາການບັນ ດາກົມກອງກໍາລັງຫຼວງ-ກໍາລັງ ທ້ອງຖິ່ນ ເຂດພາກກາງ-ພາກ ໃຕ້ ຂອງກົມແຜນທີ່ກົມໃຫ່ຍ ເສນາທິການກອງທັບປະຈໍາປີ 2019, ໄດ້ໄຂຂຶ້ນໃນວັນທີ 13 ພຶດສະພາ 2019 ນີ້, ຢູ່ທີ່ສະໂມ ສອນກອງບັນຊາການທະຫານ ແຂວງຈໍາປາສັກ, ໂດຍການ ເປັນປະທານຂອງ ສະຫາຍ ພົນ ຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງ ຫົວໜ້າກົມໃຫ່ຍເສນາທິການ ກອງທັບ, ມີຫົວໜ້າກົມ, ຮອງ ກົມແຜນທີ່ກອງທັບ, ມີສະຫາຍ ຮອງປະທານປ້ອງກັນຊາດ-ປ້ອງ ກັນຄວາມສະຫົງບແຂວງ, ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງຈໍາປາສັກ, ພາກສ່ວນທີ່ກ່ຽວຂ້ອງ, ພ້ອມດ້ວຍ ພະນັກງານບັນຊາ ແລະ ວິຊາ ການບັນດາກໍາລັງຫຼວງ-ກໍາລັງ ທ້ອງຖິ່ນຈາກ 8 ຫົວໜ່ວຍກົມ ກອງ, ເຊິ່ງລວມມີກອງພົນທີ 4, ກອງພົນທີ 5, ກອງບັນຊາການ ທະຫານແຂວງຈໍາປາສັກ, ໂຮງ ຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ກອງບັນຊາການທະ ຫານແຂວງສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະ ປືເຂົ້າຮ່ວມ. ຊຸດອົບຮົມຄັ້ງນີ້ແມ່ນອີງ ຕາມທິດຊີ້ນໍາຂອງກົມໃຫ່ຍເສ ນາທິການກອງທັບ ວ່າດ້ວຍການ ເປີດຊຸດອົບຮົມການນໍາໃຊ້ແຜນ ທີ່ການທະຫານໃຫ້ກົມກອງກໍາ ລັງຫຼວງ-ກໍາລັງທ້ອງຖິ່ນໃນ ຂອບເຂດທົ່ວປະເທດ, ກໍຄືວຽກ ງານຈຸດສຸມປະຈໍາປີ 2019 ຂອງກົມແຜນທີ່ກອງທັບ, ໃນນັ້ນ ຜູ້ເຂົ້າຮ່ວມຈະໄດ້ອົບຮົມພາກ ຄວາມຮູ້ທົ່ວໄປກ່ຽວກັບຫຼັກການ ພື້ນຖານການນໍາໃຊ້ແຜນທີ່ການ ທະຫານ, ການນໍາໃຊ້ເຄື່ອງມືວັດ ແທກທີ່ທັນສະໄໝເຂົ້າໃນວຽກ ງານແຜນທີ່ການທະຫານ, ພາກ ສະເໜີຜ່ານແຜນທີ່ຕົວເລກ ແລະ ແຜນທີ່ສາມມິຕິ, ຫຼັກການຂຽນ ແລະ ເເຕ້ມເຄື່ອງໝາຍເສນາ ເທິງແຜນທີ່ ແລະ ວິທີນໍາໃຊ້ ເຄື່ອງຮັບສັນຍານດາວທຽມ GPS ແບບມືຖື ໃນນັ້ນຈະໄດ້ຂຶ້ນ ຫ້ອງພາກທິດສະດີ 7 ວັນເທົ່າ ກັບ 49 ຊົ່ວໂມງ ແລະ ພາກປະ ຕິບັດຕົວຈິງ 2 ວັນເທົ່າກັບ 14 ຊົ່ວໂມງ, ເວລາຮຽນຕົວຈິງ 9 ວັນເທົ່າກັບ 63 ຊົ່ວໂມງ, ເວລາ ເປີດ-ປິດ 1 ວັນເທົ່າກັບ 7 ຊົ່ວ ໂມງ, ມີນັກສໍາມະນາກອນເຂົ້າ ຮ່ວມທັງໝົດ 131 ສະຫາຍ, ທັງ ນີ້ກໍເພື່ອຄວາມເປັນເອກະພາບ ທາງດ້ານຫຼັກການພື້ນຖານໃນ ການນໍາໃຊ້ແຜນທີ່ການທະຫານ ໃນວຽກງານເສນາ, ການນໍາໃຊ້ ເຄື່ອງມືທີ່ທັນສະໄໝກັບວຽກ ງານແຜນທີ່ ແລະ ຍັງເປັນການ ຍົກລະດັບຄວາມຮູ້ຄວາມສາມາດ ການນໍາໃຊ້ເຂັມທິດ, ກ້ອງສ່ອງ ແລະ ເຄື່ອງມືວັດແທກທີ່ທັນສະ ໄໝເຂົ້າໃນການເຄື່ອນໄຫວວຽກ ງານຕົວຈິງໃນສະເພາະໜ້າ ແລະ ຍາວນານໃຫ້ມີຄວາມເປັນ ເອກະພາບ, ມີຄຸນນະພາບສູງ ຂຶ້ນກວ່າເກົ່າ, ທັງເປັນການຍົກ ລະດັບການນໍາໃຊ້ແຜນທີ່ການ ທະຫານໃຫ້ພະນັກງານບັນຊາ, ສ້າງພະນັກງານວິຊາສະເພາະ ແຜນທີ່ໃຫ້ກົມກອງເພື່ອເປັນເສ ນາທິການໃຫ້ຜູ້ບັນຊາໃນການຄົ້ນ ຄວ້າສະພາບການລວມ, ສ້າງ ແຜນການເຄື່ອນໄຫວຂອບເຂດ ຍຸດທະສາດກົມກອງຮັບຜິດຊອບ ໃຫ້ມີປະສິດທິຜົນ, ໂອກາດເຂົ້າຮ່ວມເປີດຊຸດອົບ ຮົມໃນຄັ້ງນີ້, ສະຫາຍ ພົນຕີ ສີ ດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍໄດ້ເນັ້ນ ໜັກບາງບັນຫາ ແລະ ໄດ້ຮຽກ ຮ້ອງໃຫ້ທຸກພາກສ່ວນຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນເຂົ້າໃນການຄົ້ນ ຄວ້າຮໍ່າຮຽນ ຮັກສາຄວາມສາ ມັກຄີພາຍໃນ-ພາຍນອກໃຫ້ ແໜ້ນແຟ້ນ ສຸມສະຕິປັນຍາ ຄວາມຮູ້, ຄວາມສາມາດໃສ່ການ ຄົ້ນຄວ້າຮໍ່າຮຽນເພື່ອກໍາໃຫ້ໄດ້ ຫຼັກການທາງດ້ານທິດສະດີ ພາກປະຕິບັດຕົວຈິງຢູ່ສະໜາມ ແລະ ຮູ້ນໍາໄປຜັນຂະຫຍາຍ ຈັດຕັ້ງ-ອົບຮົມຢູ່ກົມກອງຂອງ ຕົນໃຫ້ໄດ້ຮັບຜົນດີ ແລະ ມີ ຄວາມປອດໄພ, ຊຸດອົບຮົມດັ່ງ ກ່າວແມ່ນຈະໄດ້ດໍາເນີນໄປເປັນ ເວລາ 14 ວັນ ຈິ່ງຈະສໍາເລັດຕາມ ແຜນການ. ພາບ: ວິໄລພອນ,ຂ່າວ: ຄໍາພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ