
ກອງບັນຊາການທະຫານແຂວງອຸດົມໄຊ ປາຖະກະຖາ 4 ວັນປະຫວັດສາດ
ເວລາອອກຂ່າວ: 2024-07-18 09:00:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 702 | ຄວາມນິຍົມ:
ວັນທີ 12 ກໍລະກົດ 2024 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີປາຖະກະຖາ ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ, (13 ກໍລະກົດ 1909-13 ກໍລະກົດ 2024), ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 47 ປີ, ວັນສ້າງຕັ້ງສາຍຜົວພັນການທູດ ລາວ-ຫວຽດ
ນາມ ຄົບຮອບ 62 ປີ ແລະ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 62 ປີ, ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນເອກ ໄຊພອນ ກໍຊົມພູ ຫົວໜ້າຫ້ອງການເມືອງ ກອງບັນຊາການ
ທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ອົງການ 5 ຫ້ອງ, ໂຮງຮຽນ, ໂຮງໝໍ, ກົມກອງອ້ອມຂ້າງຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ໄດ້ເລົ່າຄືນປະຫວັດການເຄື່ອນໄຫວຂອງ ປະທານ ສຸພານຸວົງ, ຄວາມໝາຍ, ຄວາມສຳຄັນ ຂອງວັນສົນທິສັນຍາມິດຕະ ພາບການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດສອງຊາດ ລາວ-
ຫວຽດນາມ, ທີ່ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະຜ່ານມາ ແລະ ເລົ່າມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ຂອງແຂວງອຸດົມໄຊ ເພື່ອເຮັດໃຫ້ພະນັກງານ-ນັກຮົບຮັບຮູ້, ເອກອ້າງທະນົງໃຈຕໍ່ຜົນງານ ແລະ ໄຊຊະນະແຫ່ງການຕໍ່ສູ້ກັບສັດຕູພາຍນອກ, ການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງອຸດົມໄຊຕະຫຼອດໄລຍະຜ່ານມາ. ເພື່ອແນໃສ່ເຮັດໃຫ້ ພະນັກງານ-ນັກຮົບ ໄດ້ເຊື່ອມຊຶມ, ກຳແໜ້ນ ແລະ ຮໍ່າຮຽນເອົາແບບຢ່າງ, ຄຸນງາມຄວາມດີ, ຄຸນສົມ
ບັດສິນທຳປະຕິວັດ ຂອງ ປະທານ ສຸພານຸວົງ, ພ້ອມກັນເສີມຂະຫຍາຍ ມູນເຊື່ອຄວາມສາມັກຄີ ຂອງສອງຊາດລາວ ມູນເຊື້ອຄວາມສາມັກຄີ ແບບພີເສດ ຂອງສອງຊາດ ລາວ-ຫວຽດນາມ ມາໝູນໃຊ້ເຂົ້າໃນຊີວິດປະຈຳວັນ ແລະ ການ ປະຕິບັດໜ້າທີ່ວຽກງານ, ເອົາ ໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານຮຸ້ນສືບທອດທີ່ຈົງຮັກພັກດີຕໍ່ພັກ ແລະ ປະເທດຊາດຢ່າງແທ້ຈິງ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງອຸດົມໄຊໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ