ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ໜ່ວຍ​ພັກ ກອງຮ້ອຍ​ທະ​ຫານ​ຊາຍ​ແດນ 122 ສຳເລັດ​ກອງ​ປະຊຸມ​ໃຫຍ່​ ຂອງ​ໜ່ວຍ​ພັກ ຄັ້ງ​ທີ III
ເວລາອອກຂ່າວ: 2024-07-18 09:01:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 576 | ຄວາມນິຍົມ:



ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ III ຂອງ​ໜ່ວຍ​ພັກ ກອງຮ້ອຍ​ທະ​ຫາຍ​ຊາຍ​ແດນ 122 ແຂວງ ບໍ່ແກ້ວໄດ້​ຈັດ​ຂຶ້ນໃນ​ວັນ​ທີ 11 ກໍລະກົດ 2024 ນີ້, ໂດຍ​ການ​ເປັນ​ປະທານ​ ຂອງສະຫາຍ ພັນ​ໂທ ຈັນ​ເພັງ ໄມ​ທະ​ວົງ ຄະນະ​ພັກ​ຮາກ​ຖານ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີຄະນະໜ່ວຍ​ພັກ​, ແຂກ​ຖືກ​ເຊີນ ຕະຫຼອດ​ຮອດ​ພະນັກງານ​ສະມາຊິກ​ພັກ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ຄຳ​ທອງ ວິໄລ​ພອນ ຄະນະ​ກວດກາ​ໜ່ວຍ​ພັກ ຮອງ​ຫົວໜ້າ​ການ ທະຫານ​ກອງຮ້ອຍ​ທະຫານ​ຊາຍ​ແດນ 122 ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ໂດຍ​ສັງເກດ​ຕີ​ລາຄາ ໝາກຜົນ​ແຫ່ງ​ການເຄື່ອນໄຫວ​ຊີ້​ນຳ​ນຳພາ​ວຽກ​ງານ​ຮອບດ້ານ​ຂອງ​ຄະນະ​ໜ່ວຍ​ພັກ ໃນ​ໄລຍະ 5 ປີ ຜ່ານ​ມາ ຄະ​ນະໜ່ວຍ​ພັກ ໄດ້​ເອົາໃຈໃສ່​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ​ແນວ​ຄິດ​ເປັນ​ສຳຄັນ ແລະ ດຳເນີນ​ຫຼາຍ​ຮູບ​ການ​ດ້ວຍ​ການ​ນຳ​ເອົາ​ແນວທາງ​ນະໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ, ມະຕິ, ຄຳ​ສັ່ງ, ປະຫວັດ​ມູນເຊື້ອ​ຂອງ​ຊາດ ຂອງ​ພັກ, ຂອງ​ກອງທັບ ເປັນ​ເນື້ອ​ໃນ​ສຶກ​ສາ​ອົບຮົມ​ຢ່າງ​ຕໍ່​ເນື່ອງ ເຮັດ​ໃຫ້​ພະນັກ ງານ​ສະມາຊິກ​ພັກ​ນັກຮົບ ມີ​ຄວາມ​ໜັກ​ແໜ້ນ ດ້ານ​ການເມືອງ​-ແນວ​ຄິດ ແລະ ເຂັ້ມແຂງ​ດ້ານ​ການຈັດຕັ້ງ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ຫ້າວຫັນ​ຕໍ່ໜ້າ​ທີ່​ການເມືອງ ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ. ຈາກ​ນັ້ນ, ບັນດາ​ຜູ້​ແທນ​ກອງ​ປະຊຸມ ​ກໍ​ຜັດປ່ຽນ​ກັນ​ປະກອບ​ຄຳ​ຄິດ​ເຫັນ ເພື່ອ​ເຮັດ​ໃຫ້​ບົດ​ສະຫຼຸບ​ ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມ ບູນ ແລະ ຮັບຮອງ​ເອົາ​ທິດ​ທາງ​ແຜນການ 5 ປີ ໃນຕໍ່ໜ້າ. ຈາກ​ນັ້ນ, ກໍ​ໄດ້​ດຳເນີນ​ການ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່​ໄດ້​ຕາມ​ລະດັບ​ຄາດໝາຍ. ໂດຍ: ພາກ ສຸທິ​ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ