ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ກອງພັນ​ໃຫຍ່ 941 ທາບ​ທາມ​ບຸກ​ຄະລາ​ກອນ ສະໝັກ​ເລືອກ​ຕັ້ງ ຄະນະ​ພັກ ສະໄໝ​ທີ VI ຮອບ​ທີ 3
ເວລາອອກຂ່າວ: 2024-07-19 08:31:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 481 | ຄວາມນິຍົມ:



ວັນ​ທີ 12 ກໍລະກົດ 2024, ກອງພັນ​ໃຫຍ່ 941 ໄດ້​ຈັດ​ຕັ້ງ​ທາບ​ທາມ​ບຸກ​ຄະລາ​ກອນ ສະໝັກ​ເລືອກ​ຕັ້ງ​ເຂົ້າ​ເປັນ​ຄະນະ​ພັກ ກອງ ພັນ​ໃຫຍ່ 941 ສະໄໝ​ທີ VI ຮອບ​ທີ 3, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ແສງ​ມະນີ​ວອນ ຄຳ​ມະນີ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ ສະຫາຍ ພັນ​ເອກ ພູ​ໂຂງ ມະໂນ​ລາ ເລຂາ​ຄະນະ​ພັກ, ຫົວໜ້າ​ການ​ເມືອງ ກອງພັນ​ໃຫຍ່ 941, ຄະນະ​ວິຊາ​ການຈາກ ກົມ​ຈັດ​ຕັ້ງ​ພັກ ແລະ ບັນດາ​ຜູ້​ແທນ​ສະມາຊິກ​ພັກ​ສົມບູນ-ສຳຮອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ພັນ​ສອນ ຄຳ​ຜິວ ຮອງ​ເລຂາ​ຄະນະ​ພັກ, ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 941 ໄດ້​ຜ່ານ​ຮ່າງ​ສຳ​ຫຼວດ​ການ​ນຳພາ​ລວມ​ຂອງ​ຄະນະ​ພັກ ກອງພັນ​ໃຫຍ່ 941 ໄດ້​ອອກແຮງ​ແຂ່ງຂັນກັນ​ສ້າງ​ຜົນງານ ແລະ ຂະ​ບວນ​ ການ​ດ້ານ​ຕ່າງໆ ໃຫ້​ມີ​ຜົນສຳເລັດ​ອັນ​ຈົບງາມ ແລະ ສາມາດ​ໝູນ​ໃຊ້​ເຂົ້າ​ໃນ​ການ​ດຳລົງ​ຊີວິດ​ຕົວ​ຈິງ. ກອງ​ປະຊຸມຍັງ​ໄດ້​ມີ​ການປະກອບ​ຄຳ​ຄິດ​ເຫັນໃສ່​ຮ່າງ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ແລະ ບົດ​ສຳ​ຫຼວດ​ການ​ນຳພາ​ລວມ​ຂອງ​ຄະນະ​ພັກ ​ກອງພັນ​ໃຫຍ່ 941. ກອງ​ປະຊຸມໄດ້​ປະຕິບັດ​ຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ຄະນະ​ປະຈຳ​ພັກກະຊວງ​ປ້ອງ​ກັນ​ປະເທດ ແລະ ຄຳ​ສັງ​ແນະນຳ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ ​ການ​ກະກຽມ ແລະ ຈັດ​ຕັ້ງ​ດຳເນີນ​ກອງ​ປະຊຸມ​ໃຫຍ່ໃນ​ແຕ່​ລະ​ຂັ້ນ​ຂອງ​ພັກໃນ​ທົ່ວ​ກອງທັບ. ກອງ​ປະຊຸມ ໄດ້​ໃຊ້​ສິດ​ປ່ອນ​ບັດ​ທາບ​ທາມເພື່ອ​ເລືອກເຟັ້ນ​ເອົາ​ບຸກ​ຄະລາ​ກອນລົງ​ສະໝັກ​ເຂົ້າ​ເປັນ​ຄະນະ​ບໍລິຫານ​ງານ​ພັກ ກອງພັນ​ໃຫຍ່ 941 ສະ ໄໝ​ທີ VI ຮອບ​ທີ 3 ມີ​ຜູ້​ເຂົ້າ​ຮ່ວມ​ຮັບ​ສະໝັກ​ທັງ​ໝົດ 119 ສະ ຫາຍ, ຍິງ 6 ສະຫາຍ ແລະ ໃຊ້​ສິດ​ປ່ອນ​ບັດ​ທາບ​ທາມຂອງ​ຜູ້​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ເປັນ​ຄະນະ​ປະຈຳ​ພັກ, ເລຂາ, ຮອງ​ເລຂາ, ປະທານ ແລະ ຮອງ​ປະທານ​ກວດກາ​ພັກ ສະໄໝ​ທີ VI ຮອບ​ທີ 2 ໃຫ້​ຖືກຕ້ອງຕາມ​ມາດຖານ​ເງື່ອນ​ໄຂ​ທີ່​ຂັ້ນ​ເທິງ​ກຳນົດ. ໂດຍ: ຂັນ​ທະວີ ແກ້ວ​ກາ​ໃຈ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ