ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ກອງ​ປະຊຸມ​ໃຫຍ່ ສະມາຊິກ​ພັກ ຄັ້ງ​ທີ III ຂອງ​ໜ່ວຍ​ພັກ III ຫ້ອງການ ແລະ ບໍລິຫານ ທະຫານ​ແຂວງ​ບໍ່​ແກ້ວ
ເວລາອອກຂ່າວ: 2024-07-19 08:34:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 509 | ຄວາມນິຍົມ:



ກອງ​ປະຊຸມ​ໃຫຍ່ ສະມາຊິກ​ພັກ ຄັ້ງ​ທີ III ຂອງ​ໜ່ວຍ​ພັກ III ຫ້ອງການ ແລະ ບໍລິຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກໍ ລະກົດ 2024 ນີ້, ໂດຍ​ການ​ເປັນ​ປະທານ​ ຂອງ​ສະຫາຍ ພັນ​ເອກ ອຸດົມ​ໄຊ ພົມ​ປັນຍາ ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ຫ້ອງການ ແລະ ບໍລິຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ແຂກ​ຖືກ​ເຊີນ ຕະຫຼອດ​ຮອດ ພະນັກງານ-ສະມາຊິກ​ພັກສົມບູນ-ສໍາຮອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວິ​ໄຊ ພອນ​ທະ​ນາ ຮອງ​ເລຂາ​ໜ່ວຍ​ພັກ III, ຮອງ​ຫົວໜ້າ​ພະ​ແນກວິ ທະຍາສາດ-ປະຫວັດສາດ​ການ​ທະຫານ ກອງ​ບັນຊາ​ການທະ ຫານ​ແຂວງ​ບໍ່​ແກ້ວ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ເພື່ອ​ສັງເກດ​ຕີ​ລາຄາຄືນ​ໝາກຜົນ​ແຫ່ງ​ການເຄື່ອນໄຫວ​ນຳພາ-ຊີ້​ນຳ​ ວຽກ​ງານ​ຮອບ ດ້ານຂອງ​ຄະນະ​ໜ່ວຍ​ພັກ ໃນ​ໄລຍະ 5 ປີຜ່ານມາ ຄະນະ ໜ່ວຍພັກ ໄດ້​ເອົາໃຈໃສ່​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ ເຮັດໃຫ້​ ພະນັກງານ-​ສະມາຊິກ​ພັກ-ນັກ ຮົບ ມີ​ຄວາມ​ໜັກ​ແໜ້ນ​ດ້ານ ການເມືອງ-ແນວ​ຄິດ ແລະ ເຂັ້ມແຂງດ້ານ​ການຈັດຕັ້ງ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ຫ້າວຫັນ​ຕໍ່ໜ້າ​ທີ່​ການເມືອງ ທີ່​ໄດ້​ຮັບ​ການມອບ​ໝາຍ. ໃນກອງ​ປະຊຸມ​ໄດ້​ຜັດປ່ຽນ​ກັນ​ປະກອບ​ຄຳ​​ເຫັນ ໃສ່ບົດ​ສະຫຼຸບໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ ແລະ ພ້ອມ​ກັນ​ຮັບ ຮອງ​ເອົາ​ທິດ​ທາງ​ແຜນການ 5 ປີ ໃນຕໍ່ໜ້າ. ຈາກ​ນັ້ນ, ກໍ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່ ໄດ້​ຕາມ​ລະດັບ​ຄາດໝາຍ, ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ​ໄດ້​ເປັນ​ເອກະສັນ​ເລືອກ​ເອົາ ສະຫາຍ ພັນ​ໂທ ສົມ​ລີ ແກ້ວ​ວິ​ໄຊ ເປັນ​ເລຂາ​ໜ່ວຍ​ພັກ, ສະຫາຍ ພັນ​ຕີ ສົມ​ພອນ ມາ​ໂລພາ ເປັນ​ຮອງ​ເລຂາ​ໜ່ວຍ​ພັກ ແລະ ສະຫາຍ ພັນ​ຕີ ນາງ ສີ​ສຸພັນ ຈັນທະ​ລັງສີ ເປັນ​ກຳມະການ​ກວດກາ. ໂດຍ: ວໍລະ​ສິດ ພິດ​ສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ